ໃນວັນທີ 30 ກັນຍາ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂັ້ນຫົວໜ້າພະແນກຂອງ 4 ຫ້ອງການ (ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ, ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ແລະ ຫ້ອງການແຜນການ ແລະການເງິນ) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີບັນດາທ່ານ ຫົວໜ້າສະຖາບັນ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ຫົວໜ້າຫໍສະໝຸດກາງ, ຫົວໜ້າສູນ, ຫົວໜ້າໂຮງໝໍ ວິທະຍາເຂດດົງໂດກ, ຫົວໜ້າພະແນກ ແລະພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.
ໃນພິທີ, ທ່ານ ປອ. ຊາຍຄຳ ວັນນະໄຊ ຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 6669/ສສກ ລົງວັນທີ 15 ກັນຍາ 2026, ວ່າດ້ວຍການແຕ່ງຕັ້ງພະນັກງານງານດຳລົງຕຳແໜ່ງບໍລິຫານຂອງຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ໂດຍແຕ່ງຕັ້ງ ທ່ານ ພູວຽງ ແສນສົມບັດ ເປັນຫົວໜ້າພະແນກບໍລິຫານ ແລະ ປະຊາສຳພັນ, ແຕ່ງຕັ້ງ ທ່ານ ປອ. ໄຊສີ ລິນພິທຳ ເປັນຫົວໜ້າພະແນກກອງເລຂາຄະນະນຳ, ແຕ່ງຕັ້ງ ທ່ານ ບຸນຊ່ວງ ປັນຍາທອງ ເປັນຫົວໜ້າພະແນກຮ່ວມມືສາກົນ, ແຕ່ງຕັ້ງ ທ່ານ ວັນປະເສີດ ໄຊຊະນະວົງ ເປັນຫົວໜ້າພະແນກເຄຫະສະຖານ ແລະ ແຕ່ງຕັ້ງ ທ່ານ ນາງ ທອງດີ ສີສົງຄາມ ເປັນຫົວໜ້າພະແນກຄຸ້ມຄອງຊັບສິນ ແລະ ສະໜອງວັດຖຸ; ຂໍ້ຕົກລົງຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 6668/ສສກ ລົງວັນທີ 15 ກັນຍາ 2026, ວ່າດ້ວຍການແຕ່ງຕັ້ງພະນັກງານງານດຳລົງຕຳແໜ່ງບໍລິຫານຂອງຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ໂດຍແຕ່ງຕັ້ງ ທ່ານ ປອ. ນາງ ສຸພາພອນ ຄຳສິງ ເປັນຫົວໜ້າພະແນກບໍລິຫານ ແລະ ກົງຈັກການຈັດຕັ້ງ, ແຕ່ງຕັ້ງ ທ່ານ ໜູເບ ທິບພົນເລືອງ ເປັນຫົວໜ້າພະແນກກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ, ແຕ່ງຕັ້ງ ທ່ານ ນາງ ຄຳພັນ ສຸລິປັນຍາ ເປັນຫົວໜ້າພະແນກຄຸ້ມຄອງ ແລະ ນະໂຍບາຍ, ແຕ່ງຕັ້ງ ທ່ານ ນາງ ຄອນສະຫວັນ ພັນອານັນ ເປັນຫົວໜ້າພະແນກກວດກາພັກ ແລະ ຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ແລະ ແຕ່ງຕັ້ງ ທ່ານ ນາງ ບຸນລໍາ ໄຊສັກສີ ເປັນຫົວໜ້າພະແນກກວດກາລັດ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ; ຂໍ້ຕົກລົງຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 6665/ສສກ ລົງວັນທີ 15 ກັນຍາ 2026, ວ່າດ້ວຍການແຕ່ງຕັ້ງພະນັກງານງານດຳລົງຕຳແໜ່ງບໍລິຫານຂອງຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ໂດຍແຕ່ງຕັ້ງ ທ່ານ ນາງ ທິບພະຂັນ ບຸດຈັນທະລາດ ເປັນຫົວໜ້າພະແນກບໍລິຫານ, ຄຸ້ມຄອງທະບຽນ ແລະ ວຸດທິບັດ, ແຕ່ງຕັ້ງ ທ່ານ ນາງ ກີ່ມພອນ ວົງປັນຍາ ເປັນຫົວໜ້າພະແນກຄຸ້ມຄອງຫຼັກສູດ, ແຕ່ງຕັ້ງ ທ່ານ ນາງ ຈັນທະໜອມ ເປັນຫົວໜ້າພະແນກຄົ້ນຄວ້າວິທະຍາສາດ, ແຕ່ງຕັ້ງ ທ່ານ ນາງ ສຸດໃຈ ພະສະຫວັດ ເປັນຫົວໜ້າພະແນກກິດຈະກຳນັກສຶກສາ ແລະ ຄຸ້ມຄອງຫໍພັກ, ແຕ່ງຕັ້ງ ທ່ານ ປະຕິສິດ ມິດທິຍາພອນ ເປັນຫົວໜ້າພະແນກບໍລິການວິຊາການ ແລະ ຊັບສິນທາງປັນຍາ, ແຕ່ງຕັ້ງ ທ່ານ ເກດສັກດາ ຄຳສຸວັນນົງ ເປັນຫົວໜ້າພະແນກຄຸ້ມຄອງການສຶກສາທາງໄກ ແລະ ການສຶກສາຮຽນຮ່ວມ ແລະ ແຕ່ງຕັ້ງ ທ່ານ ປອ. ນະລືເດດ ມັອກຊົມ ເປັນຫົວໜ້າພະແນກຕິດຕາມ, ປະເມີນຜົນ ແລະ ປະກັນຄຸນນະພາບການສຶກສາ; ຂໍ້ຕົກລົງຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 6669/ສສກ ລົງວັນທີ 15 ກັນຍາ 2026, ວ່າດ້ວຍການແຕ່ງຕັ້ງພະນັກງານງານດຳລົງຕຳແໜ່ງບໍລິຫານຂອງຫ້ອງການແຜນການ ແລະ ການເງິນ ໂດຍແຕ່ງຕັ້ງ ທ່ານ ນາງ ສຸກສະຫວັນ ສີພູນສຸກ ເປັນຫົວໜ້າພະແນກບໍລິຫານ ແລະ ການເງິນ, ແຕ່ງຕັ້ງ ທ່ານ ນາງ ບົວພັນ ບຸນລາວົງ ເປັນຫົວໜ້າພະແນກ ແຜນການ ແລະ ກໍ່ສ້າງສ້ອມແປງ, ແຕ່ງຕັ້ງ ທ່ານ ນາງ ລັດສະນີພອນ ສິດທິສັກ ເປັນຫົວໜ້າພະແນກງົບປະມານ, ແຕ່ງຕັ້ງ ທ່ານ ນາງ ຈອມມະນີ ທໍາມະວົງສາ ເປັນຫົວໜ້າພະແນກບັນຊີ.
ໃນໂອກາດນີ້, ໃນທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມ ແລະ ຄວາມຈຳເປັນໃນການປັບປຸງກົງຈັກການຈັດຕັ້ງໃນມະຫາວິທະຍາໄລແຫ່ງຊາດ, ບັນດາໂຄງສ້າງການປັບປຸງຕຳແໜ່ງງານຂອງບັນດາມະຫາວິທະຍາໄລ ພ້ອມທັງຍົກໃຫ້ເຫັນແຜນການພັດທະນາມະຫາວິທະຍາໄລແຫ່ງຊາດໃນປັດຈຸບັນ ກໍຄືໃນອະນາຄົດ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນຫົວໜ້າພະແນກຈົ່ງບຸກບືນໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ຮັບຜິດຊອບໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນ ໃຫ້ຖືເອົາວຽກງານແນວຄິດການເມືອງເປັນພື້ນຖານເຂົ້າໃນການປະຕິບັດໜ້າທີ່ວຽກງານ ເພື່ອໃຫ້ເກີດຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ ພ້ອມທັງມີແບບແຜນວີທີເຮັດວຽກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.