Select your language

ໃນຕອນເຊົ້າຂອງວັນທີ 2 ຕຸລາ 2026, ຢູ່ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປິດບັ້ນຝຶກອົບຮົມທິດສະດີການເມືອງຂັ້ນຕົ້ນ ລະບົບ 2 ເດືອນ ຊຸດທີ I ຂຶ້ນຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານ ທອງສຸກ ແກ້ວມະນີ, ກຳມະການປະຈຳພັກ, ປະທານກວດກາພັກ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຮສ. ປອ. ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີບັນດາເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ, 3 ອົງການຈັດຕັ້ງມະຫາຊົນ ມຊ, ບັນດາຄະນະຮັບຜິດຊອບຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະຈາກ ມຊ. ພ້ອມດ້ວຍ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ. ບັ້ນຝຶກອົບຮົມຄັ້ງນີ້ ໄດ້ດຳເນີນມາແຕ່ວັນທີ 3 ສິງຫາ ຫາ ວັນທີ 2 ຕຸລາ 2026 ພາຍໃຕ້ການນຳພາ-ຊີ້ນຳໂດຍກົງຈາກຄະນະປະຈຳພັກ ມຊ. ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 65 ສະຫາຍ (ຍິງ 32 ສະຫາຍ) ທີ່ຄັດເລືອກມາຈາກ 20 ຮາກຖານພັກ ທົ່ວ ມຊ, ເຊິ່ງປະກອບດ້ວຍພະນັກງານຫຼັກແຫຼ່ງທີ່ມີວຸດທິການສຶກສາລະດັບປະລິນຍາຕີ ຮອດ ປະລິນຍາເອກ. ເນື້ອໃນຫຼັກສູດແມ່ນປະຕິບັດຕາມໂຄງການຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກອບມີ 7 ວິຊາ (ລວມ 44 ບົດ) ເຊັ່ນ: ປັດຊະຍາມາກ-ເລນິນ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ, ແນວຄິດໄກສອນ ພົມວິຫານ, ກຸ່ມການປົກຄອງ-ບໍລິຫານສາດ, ການກໍ່ສ້າງພັກ ແລະປະຫວັດສາດພັກ. ນອກຈາກນີ້, ນັກສຳມະນາກອນຍັງໄດ້ຮັບຟັງການບັນຍາຍແຜນຍຸດທະສາດການພັດທະນາ ມຊ, ເຂົ້າຮ່ວມກິດຈະກຳທັດສະນະສຶກສາຕົວຈິງຢູ່ຫໍພິພິທະພັນກອງທັບ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະກະເສດສາດ ແລະ ຕ່າງແຂວງ (ເມືອງປາກຊັນ ແຂວງບໍລິຄຳໄຊ), ພ້ອມທັງເຄື່ອນໄຫວກິດຈະກຳກິລາ-ວັນນະຄະດີຢ່າງຟົດຟື້ນ. ຜ່ານການສຶກສາຮ່ຳຮຽນ ແລະປະເມີນຜົນຕົວຈິງ ເຫັນວ່າຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມຮັບຮູ້-ດີຫຼາຍ (ຄະແນນ A) ຈຳນວນ 16 ສະຫາຍ ເທົ່າກັບ 25.40% ແລະລະດັບດີ (ຄະແນນ B+) ຈຳນວນ 49 ສະຫາຍ ເທົ່າກັບ 74.60%. ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄຸນທາດການເມືອງ, ຄວາມສາມັກຄີ ແລະຄວາມຮັບຮອງໃນການຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ ເພື່ອເປົ້າໝາຍນຳໄປໝູນໃຊ້ເຂົ້າໃນວຽກງານປະຕິບັດຕົວຈິງໃຫ້ມີຜົນສໍາເລັດ. ໃນຕອນທ້າຍຂອງພິທີ, ປະທານຮ່ວມໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ທຸກຝ່າຍຮ່ວມກັນສ້າງຂຶ້ນ. ທັງໄດ້ເນັ້ນໜັກໃຫ້ຜູ້ຜ່ານການຝຶກອົບຮົມຈົ່ງນຳເອົາບົດຮຽນ ແລະທິດສະດີທີ່ໄດ້ຮ່ຳຮຽນໄປຜັນຂະຫຍາຍ, ປັບປຸງແບບແຜນວິທີເຮັດວຽກ, ສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເພື່ອເປັນກຳລັງແຮງຫຼັກແຫຼ່ງໃນການພັດທະນາມະຫາວິທະຍາໄລແຫ່ງຊາດ ແລະປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.