Select your language

ເນື່ອງໃນວັນຄູແຫ່ງຊາດ 7 ຕຸລາ ທີ່ໝູນວຽນມາຄົບຮອບ 32 ປີ (ວັນທີ 7 ຕຸລາ 1994- 7 ຕຸລາ 2026), ທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນ ວັນທີ 5 ຕຸລາ 2026 ທີ່ສໍານັກງານ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ; ເຊິ່ງທ່ານໄດ້ຍົກໃຫ້ເຫັນ ສະພາບການເຄື່ອນໄຫວ ພົ້ນເດັ່ນໃນ 1 ປີ ຜ່ານມາ ຢູ່ພາຍໃນ ມະຫາວິທະຍາໄລແຫ່ງຊາດວ່າ: ການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດຄົບຮອບ 30 ປີ ໄດ້ດໍາເນີນຫຼາຍກິດຈະກໍາ ເຊັ່ນ ພິທີປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ, ກອງປະຊູມສໍາມະນາວິທະຍາສາດນາໆຊາດ, ງານວາງສະແດງຕ່າງໆ, ໄດ້ມີການປັບປຸງພື້ນຖານໂຄງລ່າງ ໃນບໍລິເວນວິທະຍາເຂດດົງໂດກ ແລະຄະນະວິຊາອື່ນອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດ ເປັນຕົ້ນ: ສ້າງສວນ ແລະ ສະຖານທີ່ປະດິດສະຖານຮູບຫຼໍ່ປະທານໄກສອນ ພົມວິຫານ, ສ້າງປະຕູທາງເຂົ້າໃຫຍ່ໃຫ້ເປັນສັນຍະລັກສະເພາະຂອງ ມະຫາວິທະຍາໄລແຫ່ງຊາດ, ປັບປູງຫໍພັກນັກສຶກສາ, ປັບປຸງຫໍປະຊຸມໃຫຍ່ ຢູ່ພາຍໃນ ວິທະຍາເຂດດົງໂດກໃຫ້ເປັນຫໍປະຊູມທັນສະໄໝ, ປັບປຸງຫ້ອງຮຽນ, ປັບປຸງຫ້ອງນໍ້າສາທາລະນະທັງໝົດ 7 ຫຼັງ ແລະປັປປຸງທາງຍ່າງ ພ້ອມຕິດຕັ້ງໄຟເຍືອງທາງໃຫ້ມີແສງສະຫວ່າງທີ່ສວຍງາມ. ໃນຍຸກຂໍ້ມູນຂ່າວສານ ແລະ ປັນຍາປະດິດກຳລັງປ່ຽນແປງໂລກຢ່າງວ່ອງໄວ ມະຫາວິທະຍາໄລແຫ່ງຊເດ ໄດ້ ເນັ້ນໜັກ ປະການທຳອິດ ແມ່ນ ຈະຍົກລະດັບ ຄວາມຮູ້ພື້ນຖານດ້ານ AI ໃຫ້ແກ່ຄູ-ອາຈານທຸກສາຂາ (ຊຶ່ງເປັນໂຄງການທີ່ກຳລັງປະຕິບັດຢູ່), ໂດຍການສົ່ງເສີມໃຫ້ຄູອາຈານຮູ້ຈັກນຳໃຊ້ AI ແລະ ເຄື່ອງມືດິຈິຕອນເຂົ້າມາຊ່ວຍໃນການສອນ, ການຄົ້ນຄວ້າ, ການອອກແບບບົດສອນ. ແຕ່ພ້ອມກັນນັ້ນ ຕ້ອງສອນນັກສຶກສາໃຫ້ຮູ້ຈັກແຍກແຍະຂໍ້ມູນ, ຄິດວິເຄາະ, ເຄົາລົບລິຂະສິດ, ຮັກສາຄວາມຊື່ສັດທາງວິຊາການ ແລະ ໃຊ້ AI ເປັນ “ເຄື່ອງມື” ບໍ່ແມ່ນໃຫ້ AI ຄິດແທນມະນຸດ ແລະ ເພື່ອເຮັດໃຫ້ມະຫາວິທະຍາໄລແຫ່ງຊາດ ເປັນມະຫາວິທະຍາໄລທີ່ດີ ມະຫາວິທະຍາໄລແຫ່ງຊາດ ໄດ້ມີກົນໄກ ກໍຄື ແບບແຜນໃນການດໍາເນີນງານເພື່ອໃຫ້ກາຍເປັນບ່ອນດຶງດູດນັກສຶກສາ ຢາກມາເຂົ້າສຶກສາ-ຮໍ່າຮຽນ, ທ່ານ ຜູ້ອໍານວຍການໃຫຍ່ ກ່າວວ່າ “ການເຮັດໃຫ້ນັກສຶກສາ ຢາກມາຮຽນ ມະຫາວິທະຍາໄລແຫ່ງຊາດ ບໍ່ສາມາດເຮັດດ້ວຍການໂຄສະນາພຽງຢ່າງດຽວ. ສິ່ງສຳຄັນກວ່ານັ້ນ ຄື ການສ້າງ ຄຸນຄ່າ ແລະ ຄວາມເຊື່ອໝັ້ນ ໃຫ້ເກີດຂຶ້ນຕົວຈິງ. ເມື່ອນັກຮຽນ, ພໍ່ແມ່ ແລະ ສັງຄົມເຫັນວ່າ ຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ແລ້ວມີຄຸນນະພາບ, ມີທັກສະ, ມີໂອກາດ ແລະ ມີອະນາຄົດ, ຄວາມຢາກມາຮຽນກໍຈະເກີດຂຶ້ນເອງ ”. ໂດຍທ່ານໄດ້ກ່າວເນັ້ນ 4 ດ້ານສຳຄັນ ດັ່ງນີ້: 1. ສ້າງຄຸນນະພາບວິຊາການໃຫ້ເປັນຈຸດແຂງຫຼັກ: ຕ້ອງເຮັດໃຫ້ຫຼັກສູດທັນສະໄໝ, ຕອບສະໜອງຕະຫຼາດແຮງ ງານ ແລະ ສອດຄ່ອງກັບທິດທາງພັດທະນາປະເທດ. ນັກສຶກສາບໍ່ຄວນຮຽນເພື່ອໃຫ້ໄດ້ພຽງໃບປະກາດ, ແຕ່ຕ້ອງຮຽນ ແລ້ວ “ເຮັດວຽກເປັນ, ແກ້ບັນຫາເປັນ, ສ້າງສິ່ງໃໝ່ເປັນ” ແລະ ສາມາດແຂ່ງຂັນໄດ້. 2.ສ້າງປະສົບການນັກສຶກສາໃຫ້ດີ: ນັກສຶກສາບໍ່ໄດ້ເລືອກພຽງແຕ່ “ຫຼັກສູດ” ແຕ່ເລືອກ “ຊີວິດໃນມະຫາວິທະ ຍາໄລ”. ດັ່ງນັ້ນ ມະຫາວິທະຍາໄລແຫ່ງຊາດ ຈະເນັ້ນທັງຫ້ອງຮຽນ, ຫ້ອງທົດລອງ, ຫໍສະໝຸດ, ກິດຈະກຳນັກສຶກສາ, ກິລາ, ສິລະປະ, ສະຫວັດດີການ ແລະສະພາບແວດລ້ອມການຮຽນຮູ້ ໃຫ້ນັກສຶກສາຮູ້ສຶກວ່າ “ມາຮຽນຢູ່ ມະຫາວິທະຍາ ໄລແຫ່ງຊາດແລ້ວ ມີຄວາມໝາຍ”. 3. ເພີ່ມໂອກາດໃຫ້ນັກສຶກສາ: ນັກສຶກສາຈະຢາກເລືອກມາຮຽນຢູ່ບ່ອນໃດ ຖ້າເຫັນວ່າບ່ອນນັ້ນມີໂອກາດ. ດັ່ງນັ້ນ ມະຫາວິທະຍາໄລແຫ່ງຊາດ ຈະຂະຫຍາຍໂອກາດດ້ານທຶນການສຶກສາ, ການແລກປ່ຽນນັກສຶກສາ, ການຮຽນຮ່ວມກັບຕ່າງປະເທດ, ການຝຶກງານ, ການເຮັດບົດວິຈັຍ, ການສ້າງນະວັດຕະກຳ ແລະ ການເຊື່ອມໂຍງກັບສະຖານປະກອບການ. 4. ສ້າງຊື່ສຽງ ແລະ ຄວາມເຊື່ອໝັ້ນຂອງ ມະຫາວິທະຍາໄລແຫ່ງຊາດ ດ້ວຍຜົນງານຕົວຈິງ; ໃນຍຸກປັດຈຸບັນ ຂ່າວສານແຜ່ໄປໄວຫຼາຍ. ຖ້ານັກສຶກສາຮຽນແລ້ວປະສົບຜົນສຳເລັດ, ມີວຽກເຮັດ, ມີຄວາມສາມາດ ແລະ ກັບໄປສ້າງປະໂຫຍດໃຫ້ສັງຄົມ, ນັກສຶກສາຮຸ່ນຕໍ່ໄປກໍຈະເຫັນເປັນຕົວຢ່າງ. ດັ່ງນັ້ນ “ສິ່ງທີ່ສຳຄັນກວ່າການໂຄສະນາ ຄື ຜົນງານຂອງບັນດາລູກສິດ ມະຫາວິທະຍາໄລແຫ່ງຊາດ”. ສຸດທ້າຍ ມະຫາວິທະຍາໄລແຫ່ງຊາດ ຢາກສ້າງຫຼັກຄິດໜຶ່ງໃຫ້ຊັດເຈນວ່າ: “ບໍ່ແມ່ນ ມະຫາວິທະຍາໄລແຫ່ງຊາດ ຈະຊອກຫານັກສຶກສາມາຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ, ແຕ່ ມະຫາວິທະຍາ ໄລແຫ່ງຊາດ ຕ້ອງພັດທະນາຕົນເອງ ໃຫ້ດີເຖິງຂັ້ນທີ່ນັກສຶກສາເປັນຝ່າຍເລືອກມາຮຽນ ມະຫາວິທະຍາໄລແຫ່ງຊາດ.” ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ໄດ້ໝູນວຽນມາຄົບຮອບ 32 ປີ ນີ້, ທ່ານຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ ໄດ້ສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ຄູອາຈານຍຸກໃໝ່ທົ່ວປະເທດ, ໂດຍສະເພາະຄູອາຈານໃນ ມະຫາວິທະຍາໄລແຫ່ງຊາດ ວ່າ: ຂ້າພະເຈົ້າຂໍຖືໂອກາດອັນມີຄວາມໝາຍສໍາຄັນນີ້ ສະແດງຄວາມເຄົາລົບ, ສຳນຶກໃນບຸນຄຸນ ແລະ ຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ຄູອາຈານທຸກຮຸ່ນ, ທຸກລະດັບ ແລະ ທຸກສາຂາວິຊາ ທີ່ໄດ້ອຸທິດແຮງກາຍ, ແຮງໃຈ, ສະຕິປັນຍາ ແລະ ເວລາ ເພື່ອພາລະກິດອັນສູງສົ່ງຄື ການສ້າງຄົນ ແລະ ສ້າງອະນາຄົດຂອງຊາດ. ສຳລັບຂ້າພະເຈົ້າ, ວັນຄູ ບໍ່ແມ່ນພຽງເປັນວັນສະແດງຄວາມຂອບໃຈຕໍ່ຄູ, ແຕ່ເປັນວັນທີ່ເຮົາທຸກຄົນຫັນກັບມາຖາມຕົນເອງວ່າ: ໃນຖານະຄູ ເຮົາໄດ້ສ້າງຄົນຮຸ່ນໃໝ່ໃຫ້ພ້ອມສຳລັບອະນາຄົດແລ້ວຫຼືຍັງ?; ໂລກໃນທຸກມື້ນີ້ປ່ຽນແປງໄວຫຼາຍ. ຄວາມຮູ້ໃໝ່ເກີດຂຶ້ນທຸກວັນ, ເຕັກໂນໂລຊີ ດິຈິຕອນ ແລະ ປັນຍາປະດິດ (AI) ກຳລັງປ່ຽນວິທີການຮຽນ, ການສອນ, ການເຮັດວຽກ ແລະ ການດຳລົງຊີວິດ. ດັ່ງນັ້ນ ຄູອາຈານຍຸກໃໝ່ຈະບໍ່ສາມາດສອນດ້ວຍຄວາມຮູ້ ແລະ ວິທີການທີ່ເຄີຍປະຕິບັດພຽງຢ່າງດຽວ. ຄູທີ່ດີ ໃນຍຸກໃໝ່ ຕ້ອງເປັນຄູທີ່ຮຽນຮູ້ຕະຫຼອດຊີວິດ. ພ້ອມດຽວກັນທ່ານ ກໍໄດ້ມີຄໍາເຫັນ ໄວ້ 3 ປະການສຳຄັນ ແລະຝາກໜຶ່ງຂໍ້ຄິດໄວ້ໃຫ້ຄູວ່າ: ຄໍາເຫັນ ປະການທີ 1: ຕ້ອງພັດທະນາ “ຄວາມຮູ້” ຂອງຕົນເອງຢູ່ສະເໝີ. ຄູ-ອາຈານຕ້ອງຮຽນຮູ້ສິ່ງໃໝ່, ຕິດຕາມຄວາມກ້າວໜ້າທາງວິຊາການ, ອ່ານວິຈັຍ, ສຶກສາມາດຕະຖານສາກົນ ແລະ ບໍ່ຢຸດພັດທະນາຕົນເອງ. ເພາະວ່າ ຖ້າຄູຢຸດຮຽນຮູ້, ຄວາມຮູ້ທີ່ນຳໄປສອນລູກສິດກໍຈະຄ່ອຍໆຫຼ້າສະໄໝ. ປະການທີ 2: ຕ້ອງປ່ຽນຈາກ “ຄູຜູ້ຖ່າຍທອດຄວາມຮູ້” ໄປສູ່ “ຄູຜູ້ສ້າງການຮຽນຮູ້”. ໃນອະດີດ ຄູອາດເປັນແຫຼ່ງຄວາມຮູ້ຫຼັກຂອງນັກຮຽນ. ແຕ່ປັດຈຸບັນ ນັກສຶກສາສາມາດເຂົ້າເຖິງຄວາມຮູ້ຈຳນວນມະຫາສານຜ່ານດິຈິຕອນ ແລະ AI. ບົດບາດຂອງຄູຈຶ່ງຕ້ອງກ້າວໄປສູ່ການເປັນຜູ້ຊີ້ນຳ, ຜູ້ສ້າງແຮງບັນດານໃຈ, ຜູ້ຝຶກການຄິດ, ການວິເຄາະ, ການແກ້ບັນຫາ ແລະ ການສ້າງສັນ. ປະການທີ 3: ຕ້ອງຮັກສາ “ຫົວໃຈຂອງຄວາມເປັນຄູ”. ເຕັກໂນໂລຊີອາດປ່ຽນແປງ, ຫຼັກສູດອາດປ່ຽນແປງ ແລະ ວິທີການສອນອາດປ່ຽນແປງ, ແຕ່ຄວາມຮັກລູກສິດ, ຄວາມເສຍສະຫຼະ, ຈັນຍາບັນ, ຄວາມຮັບຜິດຊອບ ແລະ ຈິດວິນຍານຂອງຄວາມເປັນຄູ ຈະຕ້ອງບໍ່ປ່ຽນແປງ. ໜຶ່ງຂໍ້ຄິດ: “ຖ້າຢາກໃຫ້ລູກສິດກ້າວໜ້າ, ຄູຕ້ອງກ້າວໜ້າກ່ອນ; ຖ້າຢາກໃຫ້ລູກສິດຮັກການຮຽນຮູ້, ຄູຕ້ອງເປັນຜູ້ຮັກການຮຽນຮູ້ກ່ອນ ແລະ ຖ້າຢາກສ້າງຄົນຮຸ່ນໃໝ່ໃຫ້ພ້ອມສຳລັບອະນາຄົດ, ຄູກໍຕ້ອງພ້ອມທີ່ຈະປ່ຽນແປງຕົນເອງ.” ໃນວາລະອັນສຳຄັນນີ້ ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ສຳນຶກໃນບຸນຄຸນຢ່າງສູງ ຕໍ່ການນຳພັກ-ລັດ ທີ່ໄດ້ໃຫ້ຄວາມສຳຄັນ, ເອົາໃຈໃສ່ ແລະ ໃຫ້ການຊີ້ນຳຕໍ່ວຽກງານການສຶກສາ ແລະ ຕໍ່ວິຊາຊີບຄູມາໂດຍຕະຫຼອດ. ຂໍອວຍພອນໃຫ້ການນຳພັກ-ລັດ ຈົ່ງມີສຸຂະພະລານາໄມສົມບູນ, ມີພະລັງໃຈ ແລະ ພະລັງກາຍອັນເຂັ້ມແຂງ, ປະສົບແຕ່ຄວາມສຳເລັດໃນພາລະກິດອັນສູງສົ່ງ ເພື່ອນຳພາປະເທດຊາດໃຫ້ພັດທະນາ ແລະ ຈະເລີນກ້າວໜ້າຍິ່ງໆຂຶ້ນ. ຂໍອວຍພອນໃຫ້ຄູອາຈານທົ່ວປະເທດ ແລະ ບັນດາຄູອາຈານຂອງ ມະຫາວິທະຍາໄລແຫ່ງຊາດ ທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ຈິດໃຈເບີກບານ, ມີຄວາມສຸກໃນວິຊາຊີບ, ມີຄວາມກ້າວໜ້າໃນໜ້າທີ່ການງານ, ສືບຕໍ່ເປັນຄູທີ່ດີ, ເປັນຄູທີ່ທັນສະໄໝ ແລະ ເປັນຄູຜູ້ສ້າງຄົນຮຸ່ນໃໝ່ ທີ່ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດ ແລະ ມີຄວາມຮັກຊາດ ເພື່ອຮ່ວມກັນສ້າງສາ ສປປ ລາວ ໃຫ້ຈະເລີນກ້າວໜ້າ. ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ, ຂໍຈົ່ງເປັນວັນແຫ່ງຄວາມພາກພູມໃຈ, ວັນແຫ່ງການສືບຕໍ່ອຸດົມການ ແລະ ເປັນວັນແຫ່ງການຮ່ວມໃຈກັນ ຍົກລະດັບວິຊາຊີບຄູ ເພື່ອອະນາຄົດຂອງລູກຫຼານ ແລະ ອະນາຄົດຂອງຊາດ. ຂໍຂອບໃຈ