Select your language

ກອງປະຊຸມສຳມະນາຄົ້ນຄວ້າວິທະຍາສາດສັງຄົມລາວ ຄັ້ງທີ 2 ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສາດສະດາຈານ Shi Xueqin, ຮອງຄະນະບໍດີ ຄະນະວິຊາການສຶກສາອາຊີຕາເວັນອອກສຽງໃຕ້(School for Southeast Asian Studies), ມະຫາວິທະຍາໄລຊຽງເໝີນ (Xiamen University), ທ່ານ ສາດສະດາຈານ ດຣ. MAO Weizhun, ຮອງຄະນະບໍດີ ຄະນະວິຊາການສຶກສາສາກົນ (School of International Studies) ແລະ ຮອງຫົວໜ້າສູນການສຶກສາການພັດທະນາອາຊີ-ປາຊີຟິກ (Centre for Asia-Pacific Development Studies) ມະຫາວິທະຍາໄລນານຈິງ (Nanjing University), ມີບັນດານັກຊ່ຽວຊານ, ນັກຄົ້ນຄວ້າ, ວິທະຍາກອນ ແລະ ຄູ-ອາຈານ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນເວທີທີ່ສຳຄັນໃນການພົບປະທາງວິຊາການ ໃຫ້ແກ່ບັນດານັກຄົ້ນຄວ້າໄດ້ແລກປ່ຽນຄວາມຮູ້, ປະສົບການເຊິ່ງກັນ ແລະກັນ ແລະໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: ຂົວເຊື່ອມຕໍ່ທາງບົກອາຊີຕາເວັນອອກສ່ຽງໃຕ້ແຫ່ງໃໝ່: ການເຊື່ອມໂຍງລະຫວ່າງລາວ ແລະ ພາກພື້ນລ້ານຊ້າງ-ແມ່ນໍ້າຂອງ ມີຜູ້ເຂົ້າຮ່ວມຫຼາຍວກ່າ 130 ທ່ານ ຈາກ ສປປ ລາວ, ສປ ຈີນ, ໄທ ແລະ ຫວຽດນາມ. ພາຍໃນງານຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີໃນ 4 ຫົວຂໍ້ ທີ່ສຸມໃສ່ການວິເຄາະໂອກາດ ແລະ ສິ່ງທ້າທາຍຂອງເສັ້ນທາງລົດໄຟລາວ-ຈີນ, ທິດທາງນະໂຍບາຍການເຊື່ອມໂຍງ ການສ້າງແບຣນຂອງວິສາຫະກິດຈີນໃນພູມິພາກ Global South ແລະ ການພັດທະນາໂຄງລ່າງພື້ນຖານເພື່ອສັນຕິພາບ ແລະ ການພັດທະນາ. ຫຼັງຈາກນັ້ນທີ່ປະຊຸມໄດ້ມີການອະພິປາຍໃນຫ້ອງຍ່ອຍ (Panel Discussions) ກ່ຽວກັບ 39 ຫົວຂໍ້ ເຊິ່ງແບ່ງອອກເປັນ 6 ຫ້ອງ ໂດຍໄດ້ເຈາະເລິກໃນປະເດັນສຳຄັນຕ່າງໆ ເຊັ່ນ: ບົດບາດຂອງຊາວຈີນໃນຕ່າງແດນ ແລະ ການເຊື່ອມໂຍງໃນພາກພື້ນ, ການຮຽນຮູ້ອະລິຍະທຳຮ່ວມກັນ, ວັດທະນະທຳຊົນເຜົ່າ, ການສ້າງປະຊາຄົມອາຊີປາຊີຟິກທີ່ມີອະນາຄົດຮ່ວມກັນ, ສາຍພົວພັນສາກົນ ແລະ ພູມິພາກ ເຊິ່ງກອງປະຊຸມໃນຄັ້ງນີ້ ແມ່ນຈັດໂດຍ ສູນຄົ້ນຄວ້າ ແລະ ຝຶກອົບຮົມດ້ານປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງຈັດສັນຍົກຍ້າຍ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ມະຫາວິທະຍາໄລຊຽງເໝີນ (Xiamen University) ມະຫາວິທະຍາໄລນານຈິງ (Nanjing University) ສະຖາບັນວິທະຍາສາດສັງຄົມຢຸນນານ (YASS).