Select your language

ໃນຕອນເຊົ້າ ວັນທີ 3 ຕຸລາ 2026 ນີ້, ຢູ່ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີໄຂສົກຮຽນໃໝ່ 2026-2027 ຂອງບັນດາມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊັ້ນສູງ ທົ່ວປະເທດ ຢ່າງເປັນທາງການ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນຮູບແບບເຊິ່ງໜ້າ ແລະ ອອນລາຍ, ໂດຍມີຈຸດເຊື່ອມຕໍ່ອອນລາຍໄປຫາ ມະຫາວິທະຍາ ໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລວິທະຍາສາດ ສຸຂະພາບ, ມະຫາວິທະຍາໄລຊູໂຈ ແລະ ບັນດາສະຖາບັນການສຶກສາຊັ້ນສູງພາກເອກະຊົນ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ພະນະ ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມຄະນະ, ມີຫົວໜ້າກົມ, ສະຖາບັນ, ຄະນະນຳແຕ່ລະຂັ້ນ, ຄູ-ອາຈານ ແລະ ຕົວແທນນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ໃນທີ່ປະຊຸມ ທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານການສຶກສາຊັ້ນສູງ, ເຊິ່ງໄດ້ຍົກໃຫ້ເຫັນວ່າ ປັດຈຸບັນ ທົ່ວປະເທດມີສະຖາບັນການສຶກສາຊັ້ນສູງທັງໝົດ 22 ແຫ່ງ (ບໍ່ລວມວິທະຍາຄານຂອງພາກສ່ວນກ້ອນກຳລັງ), ໃນນັ້ນປະກອບມີ ມະຫາວິທະຍາໄລ 7 ແຫ່ງ, ສະຖາບັນ 15 ແຫ່ງ, ມີຄູ-ອາຈານ ຫຼາຍກວ່າ 5.000 ຄົນ ແລະ ມີນັກສຶກສາ 40.000 ກວ່າຄົນ. ໃນສົກຮຽນ 2025-2026 ຜ່ານມາ, ບັນດາສະຖາບັນການສຶກສາໄດ້ສືບຕໍ່ຈັດຕັ້ງການຮຽນ-ການສອນໂດຍເນັ້ນຜູ້ຮຽນເປັນໃຈກາງ, ປັບປຸງຫຼັກສູດໃຫ້ສອດຄ່ອງກັບຕະຫຼາດແຮງງານ, ຍົກສູງວຸດທິທາງດ້ານວິຊາການຂອງຄູ-ອາຈານ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ. ສຳລັບທິດທາງການພັດທະນາ ແລະ ຈຸດສຸມໃນຕໍ່ໜ້າ (2026-2030), ສາຍການສຶກສາຊັ້ນສູງໄດ້ຕັ້ງເປົ້າໝາຍສູ້ຊົນດັ່ງນີ້: - ອັດຕາການເຂົ້າຮຽນ: ສູ້ຊົນເຮັດໃຫ້ອັດຕາການເຂົ້າຮຽນຕໍ່ໃນສາຍການສຶກສາຊັ້ນສູງ ສະເລ່ຍທົ່ວປະເທດບັນລຸ 28% ຂອງນັກຮຽນທີ່ຈົບສາມັນສຶກສາໃນແຕ່ລະປີ ພາຍໃນປີ 2030. - ການປັບປຸງຫຼັກສູດ: ຮັບປະກັນໃຫ້ຫຼັກສູດການສຶກສາຊັ້ນສູງ 100% ໄດ້ຮັບການປັບປຸງຕາມມາດຕະຖານຫຼັກສູດແຫ່ງຊາດ ພາຍໃນປີ 2030. - ການປະກັນຄຸນນະພາບ: ສູ້ຊົນໃຫ້ສະຖານການສຶກສາຊັ້ນສູງທົ່ວປະເທດ 80% ໄດ້ຮັບການປັບປຸງຕາມມາດຕະຖານປະກັນຄຸນນະພາບພາຍໃນ ປີ 2030. - ການຮຽນສາຍ STEM: ຊຸກຍູ້ອັດຕາສ່ວນນັກສຶກສາເຂົ້າຮຽນສາຍ STEM (ທັງພາຍໃນ ແລະ ຕ່າງປະເທດ) ໃຫ້ເພີ່ມຂຶ້ນບັນລຸ 50% ພາຍໃນປີ 2030. - ການຄົ້ນຄວ້າວິທະຍາສາດ: ຊຸກຍູ້ຈຳນວນບົດຄົ້ນຄວ້າທີ່ໄດ້ຮັບການຕີພິມລົງວາລະສານລະດັບຊາດ ແລະ ສາກົນ ໃຫ້ເພີ່ມຂຶ້ນສະເລ່ຍ 20% ຕໍ່ປີ ແລະ ສູ້ຊົນໃຫ້ແຕ່ລະໜ່ວຍວິຊາມີຜະລິດຕະພັນຈາກການນຳໃຊ້ຜົນການຄົ້ນຄວ້າຢ່າງໜ້ອຍ 1 ຜະລິດຕະພັນຕໍ່ປີ. - ການເຊື່ອມໂຍງສາກົນ ແລະ ດິຈິຕອນ: ເພີ່ມຈຳນວນຫຼັກສູດການຮຽນ-ການສອນທີ່ເປັນຫຼັກສູດສາກົນ (ນານາຊາດ) ໃຫ້ໄດ້ຢ່າງໜ້ອຍ 20 ຫຼັກສູດ ພາຍໃນປີ 2030, ພ້ອມທັງນຳໃຊ້ດິຈິຕອນເຂົ້າໃນການຄຸ້ມຄອງບໍລິຫານ ແລະ ຫັນສະຖາບັນການສຶກສາຊັ້ນສູງໄປສູ່ການກຸ້ມຕົນເອງເທື່ອລະກ້າວ. ໃນໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້, ທ່ານ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດກ່າວໂອ້ລົມ ແລະ ເນັ້ນໃສ່ຄຳຂວັນ ສຳລັບສົກຮຽນ 2026-2027 ບາງຕອນວ່າ: “ປັບປຸງເພື່ອຄຸນນະພາບ, ສ້າງຄົນເພື່ອອະນາຄົດ, ຄົ້ນຄວ້າວິທະຍາສາດເພື່ອການພັດທະນາ ແລະ ສົ່ງຄວາມຮູ້ເພື່ອຮັບໃຊ້ຊາດ ແລະ ພັດທະນາ”. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ 6 ທິດທາງຊີ້ນຳທີ່ສຳຄັນ ເພື່ອໃຫ້ຄະນະພັກ, ຄະນະນຳ, ຄູ-ອາຈານ ແລະ ສະຖາບັນການສຶກສາຊັ້ນສູງ ນຳໄປຈັດຕັ້ງປະຕິບັດຄື: 1. ການປັບໂຕໃຫ້ທັນຍຸກທັນສະໄໝ: ຕ້ອງປັບຕົນເອງໃຫ້ທັນຍຸກຂໍ້ມູນຂ່າວສານ ແຕ່ຕ້ອງຮັກສາໄວ້ໃຫ້ໄດ້ 3 ລັກ ສະນະ ແລະ 5 ຫຼັກມູນຂອງການສຶກສາລາວ, ປະກອບສ່ວນສ້າງຄົນສັງຄົມນິຍົມ ທີ່ມີຄຸນສົມບັດສິນທຳປະຕິວັດ, ມີລະດັບຄວາມຮູ້ສູງ, ມີສະຕິຊາດສູງ ແລະ ມີອຸດົມການທາງດ້ານການເມືອງທີ່ໜັກແໜ້ນ. 2. ຍົກສູງຄຸນນະພາບການສຶກສາ: ເນັ້ນໃສ່ຄຸນນະພາບໂດຍບໍ່ວັດແທກພຽງແຕ່ຈຳນວນນັກສຶກສາ ຫຼືຈຳນວນຫຼັກ ສູດ, ແຕ່ຕ້ອງວັດແທກວ່າ ນັກສຶກສາຮຽນຮູ້ໄດ້ຫຼາຍປານໃດ, ມີທັກສະ, ມີຄຸນນະທຳ ແລະ ສາມາດນຳຄວາມຮູ້ໄປສ້າງປະໂຫຍດໃຫ້ສັງຄົມ ແລະ ປະເທດຊາດໄດ້ຫຼາຍປານໃດ. 3. ປະຕິຮູບຫຼັກສູດການຮຽນ-ການສອນ: ກວດກາ ແລະ ປັບປຸງຫຼັກສູດໃຫ້ທັນກັບການຂະຫຍາຍຕົວຂອງເຕັກໂນ ໂລຊີ, ປັນຍາປະດິດ (AI), ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. 4. ຍົກບົດບາດການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ: ປ່ຽນຈາກ “ຄົ້ນຄວ້າເພື່ອມີຜົນງານ” ໄປສູ່ “ຄົ້ນຄວ້າ ເພື່ອສ້າງຜົນກະທົບ”, ສ້າງກົນໄກດຶງດູດຜູ້ຊ່ຽວຊານ ແລະ ນັກວິທະຍາສາດ ເພື່ອຖ່າຍທອດຄວາມຮູ້ດ້ານເຕັກໂນໂລຊີດິຈິຕອນ, ເຕັກໂນໂລຊີຊີວະພາບ ແລະ AI, ເພື່ອຍູ້ແຮງການພັດທະນາປະເທດໃນໄລຍະຂ້າມຜ່ານຈາກປະເທດດ້ອຍພັດທະນາ ເຊິ່ງສະຫາປະຊາຊາດຈະປະກາດຮັບຮອງໃນເດືອນພະຈິກ 2026 ນີ້ (ໄລຍະຂ້າມຜ່ານ 2026-2029). 5. ປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ: ລົງທຶນໃສ່ສະຖານທີ່, ເຕັກໂນໂລຊີ, ກຳນົດແຜນສ້າງ ລະບົບມະຫາວິທະຍາໄລດີຈີຕອນ (Digital University), ພັດທະນາອິນເຕີເນັດຄວາມໄວສູງ, ຫ້ອງຮຽນອັດສະລິຍະ, ຫ້ອງສະໝຸດດິຈິຕອນ, ຫໍພັກ, ສູນກີລາ ແລະ ລະບົບຄວາມປອດໄພ. 6. ເສີມຂະຫຍາຍການຮ່ວມມືສາກົນ: ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ແລະ ຍາດແຍ່ງການສະໜັບສະ ໜູນຊ່ວຍເຫຼືອຈາກປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເຂົ້າໃນການພັດທະນາຮອບດ້ານ. ເນື່ອງໃນໂອກາດວັນຄູແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ສະແດງຄວາມສຳນຶກໃນບຸນຄຸນ, ຄວາມເຄົາລົບ, ຄວາມຊາບຊຶ້ງໃຈ ແລະ ຂອບໃຈອັນສຸດໃຈ ມາຍັງບັນດາຄູ-ອາຈານທຸກທ່ານ ຜູ້ທີ່ໄດ້ອຸທິດສະຕິປັນຍາ, ເຫື່ອແຮງ ແລະ ເວລາ ເພື່ອພາລະກິດສ້າງຄົນ ແລະ ສ້າງຊາດ. ໃນຕອນທ້າຍຂອງພິທີ ທ່ານຍັງໄດ້ກ່າວອວຍພອນໄຊໃຫ້ແກ່ຄະນະນຳ, ຄູ-ອາຈານ, ພະນັກງານ ແລະ ນັກສຶກສາທຸກທ່ານ, ພ້ອມທັງໄດ້ປະກາດເປີດສົກຮຽນ 2026-2027 ຂອງບັນດາມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊັ້ນສູງ ທົ່ວປະເທດ ຢ່າງເປັນທາງການ.