Select your language

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານແຂ່ງຂັນແລ່ນເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ຂຶ້ນໃນວັນທີ 10 ຕຸລາ 2026 ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍມີ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ທ່ານ ທອງສຸກ ແກ້ວມະນີ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ນັກກິລາ, ຄູ-ອາຈານ ພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ 3,000 ກວ່າຄົນ ຢ່າງເປັນຂະບວນຟົດຟື້ນ. ງານແຂ່ງຂັນແລ່ນໃນຄັ້ງນີ້ ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ໃຫ້ມີບັນຍາກາດຟົດຟື້ນ, ເພື່ອເຕົ້າໂຮມສ້າງຄວາມສາມັກຄີ ຮ່ວມກັນລະຫວ່າງນັກສຶກສາ/ອະດີດນັກສຶກສາ, ພະນັກງານ, ຄູ-ອາຈານ ມະຫາວິທະຍາໄລແຫ່ງຊາດ. ພ້ອມນັ້ນ, ຍັງເປັນການອອກກໍາລັງກາຍ ເພື່ອສຸຂະພາບແຂງແຮງດີ. ໃນນັ້ນ, ເພື່ອລະດົມທຶນເຂົ້າໃນການປັບປຸງ, ພັດທະນາສ້າງສາ ມະຫາວິທະຍາໄລແຫ່ງຊາດ. ການແຂ່ງຂັນແລ່ນໃນຄັ້ງນີ້ ໄດ້ສ້າງຄວາມມ່ວນຊື່ນ ແລະ ປະທັບໃຈ ໃຫ້ນັກກິລາຜູ້ເຂົ້າຮ່ວມເປັນຢ່າງດີ. ການແຂ່ງຂັນໃນຄັ້ງນີ້ ປະກອບມີ 2 ໄລຍະທາງແລ່ນຄື: ການແຂ່ງຂັນແລ່ນໄລຍະ 5.30 ກິໂລແມັດ (ຍິງ-ຊາຍ) ແລະ ໄລຍະ 10.30 ກິໂລແມັດ (ຍິງ-ຊາຍ). ຜົນການແຂ່ງຂັນໄລຍະ 5.30ກິໂລແມັດ ປະເພດຍິງລາງວັນຊະນະເລີດ ທີ 1: ນາງ ພູທະລັດ ອິນນຸດ ໄດ້ຮັບເງິນລາງວັນ 2,000,000 ກີບ ພ້ອມຂັນລາງວັນ, ທີ 2: ນາງ ມະລິສາ ມີໄຊ ໄດ້ຮັບເງິນລາງວັນ 1,500,000 ກີບ ພ້ອມຂັນລາງວັນ ແລະ ທີ 3: ນາງ ໂສພາ ໄດ້ຮັບເງິນລາງວັນ 1,000,000 ກີບ ພ້ອມຂັນລາງວັນ; ການແຂ່ງຂັນແລ່ນປະເພດຊາຍ ລາງວັນຊະນະເລີດ ທີ 1: ທ້າວ ໄມແກ້ວ ສິງຫາລາດ; ທີ 2: ທ້າວ ທີລະຍຸດ ແລະ ທີ 3: ທ້າວ ສຸລິວັນ. ສໍາລັບລາງວັນທີ່ໄດ້ຮັບ ທີ 1, ທີ 2, ທີ 3 ແມ່ນໄດ້ຄືກັນກັບລາງວັນ ປະເພດຍິງ. ຜົນການແຂ່ງຂັນໄລຍະ 10.30 ກິໂລແມັດ ປະເພດຍິງລາງວັນຊະນະເລີດທີ 1: ນາງ ລົດແກ້ວ ອິນທະກຸມານ ໄດ້ຮັບເງິນລາງວັນ 2,500,000 ກີບ ພ້ອມຂັນລາງວັນ, ທີ 2: ນາງ ຂັນຄຳ ນ້ອຍມະນີ ໄດ້ຮັບເງິນລາງວັນ 2,000,000 ກີບ ພ້ອມຂັນລາງວັນ ແລະ ທີ 3: Ms Yokie NODA ໄດ້ຮັບເງິນລາງວັນ 1,500,000 ກີບ ພ້ອມຂັນລາງວັນ; ປະເພດຊາຍ ລາງວັນຊະນະເລີດ ທີ 1: ທ້າວ ລຳພອນ ໄຊຍະທີ;ທີ 2: ທ້າວ ອັດຕະພົນ; ທີ 3: ທ້າວ ໄມມົນ. ສໍາລັບລາງວັນທີ່ໄດ້ຮັບ ທີ 1, ທີ 2, ທີ 3 ແມ່ນໄດ້ຄືກັນກັບລາງວັນປະເພດຍິງ. ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ແລະ ທ່ານ ທອງສຸກ ແກ້ວມະນີ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ.