ໃນຕອນເຊົ້າ ວັນທີ 08 ຕຸລາ 2026 ນີ້, ທີ່ ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີເຊັນສັນຍາ ການຮ່ວມມື ການສົ່ງເສີມການພັດທະນາໂຄງລ່າງພື້ນຖານ ດ້ານ ICT & AI ເຊິ່ງຖືເປັນຂີດໝາຍສໍາຄັນໃນການຍົກລະດັບການສຶກສາລາວ ໃຫ້ທັນສະໄໝ ກ້າວສູ່ຍຸກດິຈິຕອນ ຢ່າງເຕັມຮູບແບບ ລະຫວ່າງ ບໍລິສັດ ລາວ ໂທ
ລະຄົມມະນາຄົມ ມະຫາຊົນ ເເລະ ມະຫາວິທະຍາໄລແຫ່ງຊາດ; ເຊິ່ງຝ່າຍມະຫາວິທະຍາໄລແຫ່ງຊາດ ລົງນາມໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ແລະ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍລາວ ໂທ
ລະຄົມ, ໂດຍມີ ຄະນະຜູ້ບໍລິຫານ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.
ຈຸດປະສົງໃນການເຊັນສັນຍາໃນຄັ້ງນີ້ ເພື່ອຮ່ວມກັນພັດທະນາ ແລະ ຂະຫຍາຍເຄືອຂ່າຍສັນຍານໂທລະຄົມ ທັ້ງMBB ແລະ FBB ໃນຂົງເຂດ ມະຫາວິທະຍາໄລເເຫ່ງຊາດ ເພື່ອສົ່ງເສີມການພັດທະນາໂຄງລ່າງພື້ນຖານດ້ານ ICT & AI ເຂົ້າໃນການຮຽນ ການສອນ ແລະ ການຄົ້ນຄວ້າດ້ານວິຊາການໃຫ້ແກ່ບູກຄະລາກອນຂອງ ມະຫາວິທະຍາໄລເເຫ່ງຊາດ. ລາວ ໂທລະຄົມ ໄດ້ສະໜອງສັນຍານອິນເຕີເນັດຄວາມໄວສູງ ແລະ ກໍ່ສ້າງເຄືອຂ່າຍສາຍໄຍແກ້ວນຳແສງ (Fiber Optic Cable) ເຊື່ອມຕໍ່ລະຫວ່າງ ມະຫາວິທະຍາໄລເເຫ່ງຊາດ ວິທະຍາເຂດ ດົງໂດກ ກັບ ວິທະຍາເຂດ ຕ່າງໆ ແລະ ເຄືອຂ່າຍພາຍໃນຂົງເຂດວິທະຍາເຂດ ມະຫາວິທະຍາໄລເເຫ່ງຊາດ ໄດ້ສະຫນອງພື້ນທີ່ດິນ ແລະ ອໍານວຍຄວາມສະດວກໃນການກໍ່ສ້າງໂຄງລ່າງພື້ນຖານໂທລະຄົມເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ, ໂຄງການຄວາມຮ່ວມມືນີ້ມີອາຍຸສັນຍາ 15 ປີ ມີແຜນຈະຈັດຕັ້ງປະຕິບັດແບ່ງອອກເປັນ 5 ໄລຍະ ແລະ ເນັ້ນໃສ່ໃຫ້ສຳເລັດສົມບູນພາຍໃນປີ 2030 ແລະ ເປົ້າໝາຍຫຼັກຂອງການເຊັນສັນຍາຄັ້ງນີ້ ປະກອບມີ:
• ຍົກລະດັບການບໍລິການ ຮັບປະກັນໃຫ້ຄູ-ອາຈານ, ນັກສຶກສາ ແລະ ບຸກຄະລາກອນຂອງ ມະຫາວິທະຍາໄລເເຫ່ງຊາດ ສາມາດເຂົ້າເຖິງ ແລະ ນຳໃຊ້ສັນຍານໂທລະສັບ ລວມເຖິງ ອິນເຕີເນັດມືຖື (Mobile Data) ໄດ້ຢ່າງສະດວກສະບາຍ, ວ່ອງໄວ ດ້ວຍບໍລິການທີ່ມີຄຸນນະພາບ.
• ເພີ່ມທະວີຄວາມປອດໄພ ແລະ ການບໍລິຫານຈັດການນໍາໃຊ້ເຄືອຂ່າຍໂທລະຄົມມະນາຄົມ ທີ່ທັນສະໄໝ ເຂົ້າໃນການສະໜັບສະໜູນ ລະບົບການສຶກສາ ແລະການສື່ສານພາຍໃນ ບັນດາຂົງເຂດ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາເຂດຕ່າງໆ ຂອງ ມຊ ໃຫ້ມີຄວາມປອດໄພສູງສຸດ.
• ເພື່ອຮັດແໜ້ນຄວາມຮ່ວມມື ເປັນຂີດໝາຍອັນສຳຄັນ ໃນການຮ່ວມມືໄລຍະຍາວ ລະຫວ່າງ ສອງອົງກອນໃຫຍ່ ທີ່ຮ່ວມກັນຂັບເຄື່ອນເສດຖະກິດ ແລະ ສ້າງປະໂຫຍດອັນແທ້ຈິງໃຫ້ແກ່ສັງຄົມ.
ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ຍັງສືບຕໍ່ມຸ່ງໝັ້ນສ້າງສິ່ງອໍານວຍຄວາມສະດວກພ້ອມຂັບເຄື່ອນການສຶກສາ ສ ປປ ລາວ ໃຫ້ກ້າວທັນກັບການປ່ຽນແປງຂອງເຕັກໂນໂລຊີ ລະດັບໂລກ, ຄຽງຄູ່ການພັດທະນານໍາເອົາເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆ ເຂົ້າມາຮັບໃຊ້ສັງຄົມເພື່ອເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ, ທັນສະໄໝໃນຍຸກດິຈິຕອນ ພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ ດັ່ງຄໍາຂັວນທີ່ວ່າ ລາວ ໂທລະຄົມ ໂທລະຄົມ ຂອງຄົນລາວເພື່ອສັງຄົມລາວ We are Family.