ໃນຕອນເຊົ້າຂອງວັນທີ 17 ຕຸລາ 2026 ຜ່ານມານີ້, ຄະນະບໍລິຫານງານຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດຂະບວນການອອກແຮງງານອະນາໄມລວມ "ວັນເສົາແດງ" ຢ່າງຟົດຟື້ນ ຢູ່ບໍລິເວນຕຶກສຳນັກງານຜູ້ອຳນວຍການໃຫຍ່ ແລະ ເຂດຮົ້ວມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ). ໃຫ້ກຽດເຂົ້າຮ່ວມ ແລະ ນໍາພາຂະບວນການໂດຍ ທ່ານ ຮສ. ປອ. ສິນທະວອນ ດາລາວົງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍ ທ່ານ ນາງ ເພັດສະໝອນ ແກ້ວໂສພາ ເລຂາຄະນະບໍລິຫານງານຊາວໜຸ່ມ ມຊ. ນອກຈາກນີ້, ຍັງມີບັນດາຫົວໜ້າຫ້ອງການ, ຄະນະບໍລິຫານງານຊາວໜຸ່ມ ມຊ, ເລຂາຄະນະບໍລິຫານງານຊາວໝຸ່ມຮາກຖານທົ່ວ ມຊ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມຢ່າງພ້ອມພຽງກັນ ຈໍານວນທັງໝົດ 880 ຄົນ.
ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ທີ່ຈະມາເຖິງນີ້, ເຊິ່ງຈະມີພິທີສະເຫຼີມ-ສະຫຼອງຢ່າງຍິ່ງໃຫຍ່ໃນຕົ້ນເດືອນພະຈິກ 2026.
ສໍາລັບກິດຈະກໍາອອກແຮງງານແມ່ນໄດ້ສຸມໃສ່ການເກັບຂີ້ເຫຍື້ອ, ອະນາໄມ ແລະ ປັບປຸງພູມມະທັດ ເລີ່ມຕັ້ງແຕ່ຂອບເຂດອ້ອມຕຶກສຳນັກງານຜູ້ອຳນວຍການໃຫຍ່ ຂະຫຍາຍອອກໄປສູ່ຄະນະວິຊາຕ່າງໆ ພາຍໃນວິທະຍາເຂດດົງໂດກ, ເຮັດໃຫ້ຂອບເຂດມະຫາວິທະຍາໄລມີຄວາມສະອາດງາມຕາ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ພ້ອມທີ່ຈະຕ້ອນຮັບງານສະເຫຼີມ-ສະຫຼອງວັນຄົບຮອບທີ່ສໍາຄັນດັ່ງກ່າວຢ່າງມີຄວາມໝາຍ.