Select your language

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2026 ທີ່ຫ້ອງປະຊຸມຂອງຄະນະວິທະຍາສາດປ່າໄມ້ (ຄປມ) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສຈ. ປອ. ສີທອງ ທອງມະນີວົງ, ຫົວໜ້າຄະນະວິຊາ ຄະນະວິທະຍາສາດປ່າໄມ້ ແລະ ທ່ານ ຮສ. ປອ. ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ໂດຍການເຂົ້າຮ່ວມຈາກຫລາຍພາກສ່ວນ ເປັນຕົ້ນ ຜູ້ຕາງໜ້າຈາກສະພາວິທະຍາສາດແຫ່ງຊາດ, ຄູ່ຮ່ວມງານສາກົນ ACIAR, ອົງການ GIZ, WCS, ສະຖາບັນ ບັນດິດວິທະຍາສາດ ສປ ຈີນ (CAS), ຄູ-ອາຈານ, ນັກຄົ້ນຄວ້າ, ນັກວິຊາການ ແລະ ນັກສຶກສາ ເປັນຈຳນວນທັງຫມົດ 200 ກວ່າຄົນ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງທິດທາງນະໂຍບາຍຂອງລັດຖະບານ ແລະ ຜົນຂອງການສຶກສາຄົ້ນຄວ້າວິທະຍາສາດໃນຂົງເຂດວຽກງານປ່າໄມ້ ເຊິ່ງນຳສະເໜີໂດຍ ຜູ້ຊົງຄຸນວຸດທິຈາກຫຼາຍພາກສ່ວນ ເປັນຕົ້ນ: ທ່ານ ປອ. ອຸປະກອນ ອາລຸນສະຫວັດ (ອະດີດຮອງຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້) ແລະ ຫົວໜ້າຫ້ອງການສະພາວິທະຍາສາດ, ກະຊວງສຶກສາທິການ ແລ ກິລາ. ກອງປະຊຸມດັ່ງກ່າວນີ້ ໄດ້ເປັນເວທີອັນສໍາຄັນໃນການແລກແປງຜົນງານການຄົ້ນຄວ້າວິທະຍາສາດ ທີ່ຕິດພັນຂົງເຂດການອະນຸລັກປົກປັກຮັກສາປ່າໄມ້ ແລະ ຄຸ້ມຄອງຊີວະນາໆພັນ ໃນທຸກຂົງເຂດ. ໃນໂອກາດນີ້ທ່ານ ສຈ. ປອ. ສີທອງ ທອງມະນີວົງ ກໍໄດ້ກ່າວໃນທີ່ປະຊຸມວ່າ: ສປປ ລາວ ຂອງພວກເຮົາ ໄດ້ຮັບການຍອມຮັບວ່າເປັນໜຶ່ງໃນປະເທດທີ່ມີຄວາມອຸດົມສົມບູນ ແລະ ຫຼາກຫຼາຍທາງດ້ານຊີວະນາໆພັນສູງທີ່ສຸດໃນພາກພື້ນອິນດູຈີນ. ແຕ່ພ້ອມດຽວກັນນັ້ນ, ພວກເຮົາກໍກຳລັງປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງ ຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ການສູນເສຍຖິ່ນທີ່ຢູ່ອາໄສຂອງສັດປ່າ, ໄຟໄໝ້ລາມປ່າ ແລະ ຄວາມກົດດັນຈາກການພັດທະນາເສດຖະກິດ-ສັງຄົມ ແລະ ກອງປະຊຸມໃນຄັ້ງນີ້ແມ່ນກາຍເປັນເວທີແລກປ່ຽນສຳຄັນ ແລະ ເຊື່ອມຕໍ່ກັບການຮ່ວມມືທາາງວິຊາການລະດັບສາກົນ ເຊັ່ນ: ປະເທດອົດສະຕຣາລີ ໂດຍຜ່ານໂຄງການ ACIAR, ການຄົ້ນຄວ້າຮ່ວມກັບ ສະຖາບັນ ບັນດິດວິທະຍາສາດ ສປ ຈີນ (CAS) ເຊິ່ງຈະສະແດງໃຫ້ເຫັນເຖິງການຄົ້ນພົບຊະນິດພັນພືດໃໝ່ໆໃນຫຼາຍເຂດ (ເຊັ່ນ: ຫີນປູນ). ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກເຖິງບົດບາດສຳຄັນ ແລະ ຄວາມພະຍາຍາມຂອງຄະນະວິທະຍາສາດປ່າໄມ້ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ເພື່ອປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ພ້ອມທັງເປີດໂອກາດໃຫ້ຄົນຮຸ່ນໃໝ່ ໂດຍສະເພາະແມ່ນນັກສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໄດ້ນຳສະເໜີແນວຄວາມຄິດໃໝ່ໆ ດ້ານການຄົ້ນຄວ້າວິທະຍາສາດປ່າໄມ້ຢູ່ ສປປ ລາວ. ນອກນັ້ນ, ໃນທີ່ປະຊຸມຍັງໄດ້ແຍກຫ້ອງນຳສະເໜີຜົນງານການຄົ້ນຄວ້າວິທະຍາສາດປ່າໄມ້ອອກເປັນ 43 ຫົວຂໍ້ຍ່ອຍເຊິ່ງແບ່ງອອກເປັນ 2 ພາກຄື: 1. ພາກຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ຄວາມຍືນຍົງ: ສຸມໃສ່ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ການສ້າງນະວັດຕະກຳປ່າໄມ້.; 2. ພາກນຳສະເໜີ ແລະ ແລກປ່ຽນແນວຄວາມຄິດຂອງການຄົ້ນຄວ້າວິທະຍາສາດ: ຜົນງານການສຶກສາຄົ້ນຄວ້າຈາກນັກຄົ້ນຄວ້າ, ນັກສຶກສາລະດັບປະລິນຍາໂທ ແລະ ເອກ ແລະ ພາກສ່ວນທີ່ກ່ຽວຂ້ອງ.