Select your language

ໃນວັນທີ 15 ຕຸລາ 2026 ທີ່ຜ່ານມາ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະມາຄົມໂນໂອໂນມີໂລກ (ປະເທດລັດເຊຍ), ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ທີ່ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຈ. ເຊີເກດີ ບອດຣູນອບ ປະທານສະມາຄົມໂນໂອໂນມີໂລກ (ສະຫະພັນລັດເຊຍ), ທ່ານ ປອ. ສຸພາວະດີ ຫຼ້າຄຳສາຍ ຮອງປະທານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ປອ. ນາງ ແກ້ວວີວອນ ອຸດທະຈັກ ຮອງຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພ້ອມດ້ວຍບັນດາທ່ານນັກຄົ້ນຄວ້າ, ອາຈານຈາກມະຫາວິທະຍາໄລແຫ່ງຊາດ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນັກວິທະຍາສາດ ແລະ ນັກສຶກເຂົ້າຮ່ວມ. ກອງປະຊຸມສຳມະນາຄັ້ງນີ້ ໄດ້ດຳເນີນແບບເຊິ່ງໜ້າ - ອອນລາຍ ປະກອບມີການບັນຍາຍຫຼັກ, ການນຳສະເໜີບົດຄົ້ນຄວ້າຕາມຫົວຂໍ້ສະເພາະ ແລະ ການສົນທະນາແລກປ່ຽນຄຳຄິດເຫັນ ເຊິ່ງໄດ້ແບ່ງອອກເປັນ 2 ວາລະຍ່ອຍສະເພາະດ້ານຄື: ວາລະທີ 1 ໃນຫົວຂໍ້ ການຫັນປ່ຽນຈາກຈຸດເຊື່ອມຕໍ່ແຍກສູ່ແລວທາງແຫ່ງຄວາມຮູ້ ໂດຍຜັນຂະຫຍາຍແລວທາງການຂົນສົ່ງ ແລະ ເສດຖະກິດ ໃຫ້ກາຍເປັນແນວທາງດ້ານວິທະຍາສາດ, ນະວັດຕະກຳ ແລະ ພະລັງງານທາງປັນຍາ; ແລະ ວາລະທີ 2 ໃນຫົວຂໍ້ ທ່າແຮງບົ່ມຊ້ອນຂອງມະນຸດ, ການສຶກສາ, ແລະ ການຫັນເປັນດີຈີຕອນ ໂດຍການເຊື່ອມໂຍງການປ່ຽນແປງທາງເຕັກໂນໂລຍີ ເຂົ້າກັບການສ້າງຊັບພະຍາກອນມະນຸດ, ການນຳໃຊ້ AI ຢ່າງມີຈັນຍາບັນ ແລະ ການສ້າງຄວາມເຂັ້ມແຂງທາງເສດຖະກິດ. ທິດສະດີ ໂນໂອໂນມິ (Theory of Noonomy) ໄດ້ຮັບການລິເລີ່ມ ແລະ ພັດທະນາໂດຍທ່ານ ສຈ. ເຊີເກ ດີ. ບອດຣູນອບ (Prof. Sergey D. Bodrunov) ເຊິ່ງໄດ້ຊີ້ໃຫ້ເຫັນວິວັດທະນາການໄປສູ່ລະບົບເສດຖະກິດ ທີ່ຂັບເຄື່ອນດ້ວຍອົງຄວາມຮູ້ແບບເຂັ້ມຂຸ້ນ (knowledge-intensive) ແລະ ຫຼຸດພົ້ນຈາກການຊົມໃຊ້ເກີນຄວາມຈຳເປັນ ໂດຍນໍາໃຊ້ເຕັກໂນໂລຊີຂັ້ນສູງ, ລະບົບອັດຕະໂນມັດ ແລະ ປັນຍາປະດິດ ປະສົມປະສານ (hybrid intelligence) ເພື່ອຮັບໃຊ້ຄວາມຕ້ອງການທີ່ແທ້ຈິງຂອງມະນຸດ ແລະ ສັງຄົມ, ພ້ອມທັງຫັນປ່ຽນຈຸດສຸມ ຈາກການສະສົມທຶນ ໄປສູ່ການພັດທະນາທ່າແຮງບົ່ມຊ້ອນຂອງມະນຸດ.