Select your language

ໃນຕອນບ່າຍວັນທີ ວັນທີ 14 ຕຸລາ 2026 ນີ້, ພາກວິຊາຈິດຕະວິທະຍາການສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານສະເຫຼີມ-ສະຫຼອງວັນສຸຂະພາບຈິດໂລກ (World Mental Health Day) ຄົບຮອບ 34 ປີ (10 ຕຸລາ 1992-10 ຕຸລາ 2026) ຢ່າງເປັນທາງການ ຢູ່ທີ່ເດີ່ນຂ້າງຫຍ້າຂ້າງສູນອາຫານ ມຊ. ໂດຍການເປັນປະທ່ານກ່າວເປີດຂອງທ່ານ ອຈ. ອານຸໄທ ສຸວັນດອນ ຮອງຫົວໜ້າຄະນະວິຊາ ຄະນະສຶກສາສາດ ມຊ, ພ້ອມດ້ວຍ ທ່ານ ປອ. ສີສະອາດ ໂສມມະລັດ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດສັງຄົມ, ທ່ານ ຈິດຕະກອນ ອິນສີຊຽງໃໝ່ ຮອງຫົວໜ້າພາກວິຊາ ຈິດຕະວິທະຍາການສຶກສາ ຄະນະສຶກສາສາດ, ພ້ອມທັງຄະນະນໍາ, ຄູ-ອາຈານ, ຕົວແທນຈາກອົງການຈັດຕັ້ງສັງຄົມ, ຜູ້ສະໜັບສະໜູນ ແລະ ນ້ອງນັກຮຽນ-ນັກສຶກສາເຂົ້າຮ່ວມ. ການຈັດງານສະເຫຼີມ-ສະຫຼອງວັນສຸຂະພາບຈິດໂລກ ປີ 2026 ນີ້ ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ "ຮັບຟັງປະສົບການຕົວຈິງ: ສຽງທີ່ແທ້ຈິງ, ນໍາໄປການປ່ຽນແປງທີ່ແທ້ຈິງ" (Lived Experiences Heard: Real Voices, Real Change) ເຊິ່ງມີຈຸດປະສົງສໍາຄັນຄື: ເພື່ອສະເຫຼີມສະຫຼອງວັນສຸຂະພາບຈິດໂລກ ຄົບຮອບ 34 ປີ, ເພື່ອປະຕິບັດ ແລະ ຜົນຂະຫຍາຍແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 5 ປີ ຄັ້ງທີ III (2026-2030) ແລະຜົນຂະຫຍາຍຂໍ້ຕົກລົງ ສະບັບເລກທີ 5588/ສສກ, ລົງວັນທີ 31 ສິງຫາ 2026 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ແຜນດໍາເນີນງານ ເພື່ອຄວາມສະເໝີພາບຍິງ-ຊາຍ, ວຽກງານແມ່ ແລະເດັກ ໃນຂະແໜງການສຶກສາ, ວິທະຍາສາດ ແລະກິລາ 5 ປີ ຄັ້ງທີ V (2026-2030), ເພື່ອໂຄສະນາເຜີຍແຜ່, ສ້າງຄວາມຮັບຮູ້ ແລະແກ້ໄຂບັນຫາສຸຂະພາບຈິດໃຫ້ແກ່ນັກສຶກສາ, ຄູ-ອາຈານ, ນັກຮຽນ ແລະປະຊາຊົນບັນດາເຜົ່າ, ເພື່ອລະດົມທຶນສະໜັບສະໜູນການສຶກສາດ້ານສຸຂະພາບຈິດ (Mental Health Education) ໃນໂຮງຮຽນ ແລະເຂດຊຸມຊົນ, ເພື່ອສ້າງກິດຈະກໍາທີ່ສາມາດນໍາມາປັບໃຊ້ໃນໂຮງຮຽນ ແລະສ້າງເຄືອຂ່າຍຄວາມຮ່ວມມືດ້ານສຸຂະພາບຈິດ ລະຫວ່າງ ມຊ, ໂຮງຮຽນ, ຊຸມຊົນ, ພາກລັດ, ອົງການຈັດຕັ້ງ ແລະພາກເອກະຊົນ. ພາຍໃນງານມີກິດຈະກໍາທີ່ຫຼາກຫຼາຍ ແລະອຸດົມສົມບູນ ເຊັ່ນ: ການສະເໜີປະຫວັດຄວາມເປັນມາຂອງວັນສຸຂະພາບຈິດໂລກ, ການມອບໃບຍ້ອງຍໍ ແລະໃບຂອບໃຈໃຫ້ແກ່ຜູ້ສະໜັບສະໜູນ, ການບັນຍາຍພິເສດໃນຫົວຂໍ້ "ຮັກສາໃຈ, ເຂົ້າໃຈກັນ ໃນຍຸກທີ່ໂລກໝູນໄວ" ໂດຍ ຜູ້ມີປະສົບການ, ຮັບຊົມການສະແດງລະຄອນ "ສິ່ງນ້ອຍໆທີ່ເອີ້ນວ່າ ຄວາມເຂົ້າໃຈ" ຈາກອາສາສະໝັກ, ກິດຈະກໍາຖາມ-ຕອບ ແຈກຂອງລາງວັນ ແລະດົນຕີບໍາບັດ (Music Therapy & Acoustic Session) ເພື່ອຜ່ອນຄາຍຄວາມເຄັ່ງຕຶງ. ນອກຈາກນັ້ນ, ໃນງານຍັງໄດ້ຮັບການອຸດໜູນ ແລະສະໜັບສະໜູນຢ່າງອົບອຸ່ນຈາກບັນດາບໍລິສັດ, ໂຮງຮຽນ, ຫ້າງຮ້ານ ແລະອົງການຈັດຕັ້ງຕ່າງໆ ເຊັ່ນ: ບໍລິສັດ ADS, ບໍລິສັດ ຫວຍອິນຊີ, ບໍລິສັດ ໂຄຄາ-ໂຄລາ, ໂຮງຮຽນ ພາທອງ, ໂຮງຮຽນ ADS, ເຮືອນພັກຄຸນຊັບ, ທະນາຄານ ພັດທະນາລາວ, ໂຮງຮຽນ ວຽງສະຫວັນ 2, ອົງການ AHF ແລະພາກສ່ວນອື່ນໆ ທີ່ໄດ້ຮ່ວມບໍລິຈາກ ແລະສະໜັບສະໜູນທຶນຮອນ ເພື່ອໃຫ້ງານຄັ້ງນີ້ສໍາເລັດລົງໄດ້ດ້ວຍດີ.