Select your language

ໃນລະຫວ່າງວັນທີ 15-16 ຕຸລາ 2026 ນີ້, ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີຝຶກອົບຮົມວຽກງານກວດກາໃຫ້ແກ່ພະນັກງານທີ່ເຮັດວຽກງານກວດກາ ພາຍໃນ ມຊ ຂຶ້ນທີ່ຫ້ອງປະຊຸມຂອງຄະນະເສດຖະສາດ ແລະບໍລິຫານທຸລະກິດ ໂດຍການເປັນປະທານຂອງ ສະຫາຍ ອຈ. ທອງສຸກ ແກ້ວມະນີ ຄະນະພັກກະຊວງສຶກສາທິການ ແລະ ກີລາ, ປະທານກວດກາພັກ, ຮອງຜູ້ອຳນວຍການໃຫຍ່ ມຊ, ພ້ອມທັງໄດ້ຮັບກຽດການບັນຍາຍຈາກ ສະຫາຍ ແສງທອງ ຊາວພູວົງ ຮອງຫົວໜ້າກົມກວດກາພັກ ຄະນະກວດກາສູນກາງພັກ, ສະຫາຍ ກໍລະກັນ ສິງອຸດົມ ຫົວໜ້າກົມຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາຄະນະສູນກາງພັກ, ສະຫາຍ ພັນມະຫາ ສິລິພົມເດດ ຫົວໜ້າພະແນກ ກົມຕ້ານ ແລະສອບສວນການສໍ້ລາດບັງຫຼວງ, ເຂົ້າຮ່ວມມີບັນດາສະຫາຍປະທານກວດກາພັກຮາກຖານ, ຮອງປະທານກວດກາພັກຮາກຖານ, ຜູ້ກວດກາໜ່ວຍພັກ, ຄະນະຫ້ອງການ ແລະ ສະມາຊິກ ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ມຊ ລວມທັງໝົດ 103 ທ່ານ. ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງປະຕິບັດແຜນການເຄື່ອນໄຫວປະຈຳປີ 2026 ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານກວດກາພາຍໃນ. ທັງນີ້ ກໍເພື່ອຕິດຕາມ ແລະ ກວດກາການເຄື່ອນໄຫວ, ການຄຸ້ມຄອງ, ການບໍລິຫານ ໃຫ້ສອດຄ່ອງກັບກົດລະບຽບພັກ, ກົດໝາຍ ແລະ ນິຕິກຳຕ່າງໆ ຢ່າງເຂັ້ມງວດ. ນອກຈາກນີ້, ຍັງເປັນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງຜັນຂະຫຍາຍແຜນພັດທະນາຍຸດທະສາດການສຶກສາຂອງ ມຊ ໃຫ້ມີການປັບປຸງດີຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ. ການອົບຮົມໄດ້ເນັ້ນໃສ່ການເພີ່ມພູນຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການນຳໃຊ້ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການກວດກາລັດ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ວຽກງານການຈັດຕັ້ງ-ບຳລຸງພະນັກງານ ເພື່ອນຳໄປໃຊ້ເຂົ້າໃນວຽກງານຕົວຈິງ. ເຊິ່ງປະກອບມີເນື້ອໃນສຳຄັນ 6 ຫົວຂໍ້ຫຼັກຄື 1. ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ, 2.ວຽກງານຕິດຕາມກວດກາພັກ, 3. ລະບຽບວິໄນ ແລະ ການກວດກາການລົງວິໄນພັກ, 4. ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, 5.ວຽກງານຄົ້ນຄວ້າ, ເກັບກຳ, ແກ້ໄຂ ຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ ແລະ 6. ການແກ້ໄຂຜົນຂອງວຽກງານກວດກາ ແລະ ການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດຜົນການກວດກາ. ໃນໂອກາດກ່າວເປີດພິທີ, ສະຫາຍ ອຈ. ທອງສຸກ ແກ້ວມະນີ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຄະນະຮັບຜິດຊອບ ແລະ ທີມງານວິທະຍາກອນ ທີ່ໄດ້ສະຫຼະເວລາມາຖ່າຍທອດຄວາມຮູ້. ທ່ານໄດ້ເນັ້ນຢ້ຳວ່າ: "ວຽກງານກວດກາ ເປັນວຽກງານທີ່ມີຄວາມໝາຍ-ຄວາມສຳຄັນຍິ່ງ ໃນການຂັບເຄື່ອນວຽກງານທຸກດ້ານໃຫ້ມີໝາກຜົນ ແລະຖືກຕ້ອງຕາມລະບຽບກົດໝາຍ. ຫວັງຢ່າງຍິ່ງວ່າການຝຶກອົບຮົມຄັ້ງນີ້ ຈະເຮັດໃຫ້ວຽກງານກວດກາຂອງ ມຊ ມີຄວາມເປັນເອກະພາບກັນ. ຈຶ່ງຂໍຮຽກຮ້ອງໃຫ້ສຳມະນາກອນທຸກສະຫາຍ ຕັ້ງໃຈຄົ້ນຄວ້າ, ແລກປ່ຽນກັບວິທະຍາກອນຢ່າງກົງໄປກົງມາ, ເຂົ້າຮ່ວມຢ່າງສຸດກົກສຸດປາຍ ແລະ ທີ່ສຳຄັນແມ່ນຕ້ອງມີຄວາມກ້າຫານ, ມີຄວາມກ້າທີ່ຈະເຮັດວຽກງານກວດກາ ເພື່ອໃຫ້ໄດ້ຮັບຜົນປະໂຫຍດ ແລະ ປະສິດທິພາບສູງສຸດ". ການຝຶກອົບຮົມຄັ້ງນີ້ ແມ່ນດໍາເນີນເປັນເວລາ 2 ວັນເຕັມ ເຊິ່ງຕະຫຼອດໄລຍະການຝຶກອົບຮົມແມ່ນໄດ້ມີການ ຖາມ-ຕອບ ສົນທະນາແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ ເພື່ອໃຫ້ມີຄວາມເຂົ້າໃຈວຽກງານກວດກາຢ່າງເລິກເຊິ່ງ ແລະສາມາດນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຢູ່ໃນພາກສ່ວນຂອງຕົນເອງໄດ້.