ກອງປະຊຸມສຳມະນາການສຶກສາ ການພັດທະນາຕະຫຼາດທີ່ດິນ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026, ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມຂອງທ່ານ ຮສ. ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ທ່ານ ປອ. ລີວາເມັງ ລີບົວປາວ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາທ່ານນັກຄົ້ນຄວ້າ, ນັກວິຊາການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮສ. ວາດສະໜາ ຈັນທະນາສິນ ກໍໄດ້ມີຄຳເຫັນຕໍ່ທີ່ປະຊຸມເຊິ່້ງທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງການຄົ້ນຄວ້າແບບສົມທຽບທີ່ອີງໃສ່ຫຼັກຖານ ໃນການຊຸກຍູ້ ຫຼື ປືຶກສາຫາລືດ້ານນະໂຍບາຍທີ່ດິນ ເຊິ່ງຜົນຂອງການຄົ້ນຄວ້າບໍ່ພຽງແຕ່ມີຄວາມໝາຍຕໍ່ ສປປ ລາວ ເທົ່ານັ້ນ, ແຕ່ເປັນໝາກຜົນຂອງການຄົ້ນຄວ້າທີ່ສຳຄັນຕໍ່ກັບບັນດາປະເທດໃນພາກພື້ນອາຊີ ເຊັ່ນ: ຫວຽດນາມ ແລະ ກຳປູເຈຍ ທີ່ເມື່ອເວົ້າເຖິງການພັດທະນາທີ່ດິນ ກໍຖືເປັນວຽກງານສຳຄັນໃນການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ຂອງແຕ່ລະເທດ, ສະນັ້ນ ການຈັດກອງປະຊຸມໃນນີ້ ຈື່ງເປັນຂີດໝາຍທີ່ສຳຄັນທີ່ມະຫາວິທະຍາໄລແຫ່ງຊາດ ເວົ້າລວມ ເວົ້າສະເພາະ ກໍຄືຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ມີສ່ວນຮ່ວມສຶກສາຄົ້ນຄວ້າໃນຄັ້ງນີ້ອີກດ້ວຍ.
ກອງປະຊຸມຄັ້ງນີ້ ແມ່ນຈັດຂຶ້ນເພື່ອເປັນເວທີໃນການປຶກສາຫາລືການພັດທະນາຕະຫຼາດທີ່ດິນ, ເພື່ອນຳສະເໜີວິທີ ແລະ ຜົນການຄົ້ນຄວ້າການພັດທະນາຕະຫຼາດທີ່ດິນຮ່ວມກັບ 3 ປະກອບມີ: ລາວ, ຫວຽດນາມ, ກຳປູເຈຍ ເພື່ຶອສຶກສາກ່ຽວກັບຂໍ້ສະເໜີ ແລະ ການມີສ່ວນຮ່ວມຂອງຜູ້ທີ່ໄດ້ຮັບຜົນກະທົບຈາກການພັດທະນາທີ່ດິນ. ພ້ອມນັ້ນ ໃນທີ່ປະຊຸມຍັງໄດ້ຮັບຟັງການນຳສະເໜີຜົນຂອງການສຶກສາການພັດທະນາທີ່ດິນ ເຊິ່ງນຳສະເໜີໂດຍ ທ່ານ Dinh Tuan Minh, ຈາກສູນແນວທາງການແກ້ໄຂບັນຫາທາງສັງຄົມ ແລະ ເສດຖະກິດ ໂດຍອາໄສກົນໄກການຕະຫຼາດ (MASSEI) ປະເທດຫວຽດນາມ ໂດຍທ່ານໄດ້ຍົກໃຫ້ເຫັນ ຜົນຂອງການຄົ້ນຄວ້າທີ່ສະແດງໃຫ້ເຫັນວ່າ ສປປ ລາວ ຢູ່ໃນຊ່ວງຂອງການພັດທະນາພື້ນຖານໂຄງລ່າງ ໂດຍມີການສ້າງລະບົບ ໃນການເກັບກຳຂໍ້ມູນທີ່ດິນແບບຕິຈິຕອລ ທີ່ສາມາດນຳໃຊ້ໄດ້ຢ່າງສະດວກ ວ່ອງໄວ ຊັດເຈນ ຄຽງຄູ່ກັບການພັດທະນາຊຸມເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ; ກໍລະສຶກສາຈາກປະເທດກຳປູເຈຍ ໃນການພັດທະນາຕະຫຼາດທີ່ດິນ ນຳສະເໜີໂດຍ ທ່ານ ຮສ. ປອ. ວິລິຍະສັກ ສີສຸພັນທອງ ນັກຄົ້ນຄວ້າ ຈາກຄະນະວິຊາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ເວທີສົນທະນາແລກປ່ຽນຄຳເຫັນກັນໃນຫົວຂໍ້ດັ່ງກ່າວ.