ໃນວັນທີ 20 ຕຸລາ 2026, ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີພົບປະຫາລື ແລະ ລົງນາມໜັງສືເຈດຈຳນົງ (Letter of Intent - LOI) ວ່າດ້ວຍການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນທາງດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການສູນສື່ສານທາງວັດທະນະທຳສາກົນຂອງມາເລເຊຍ (International Cultural Communication Center Malaysia ຫຼື ICCCM).
ເຂົ້າຮ່ວມໃນພິທີຄັ້ງນີ້ ຝ່າຍມະຫາວິທະຍາໄລແຫ່ງຊາດ ມີ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ພ້ອມດ້ວຍພະນັກງານ ແລະ ວິຊາການທີ່ກ່ຽວຂ້ອງ. ຝ່າຍອົງການ ICCCM ຕາງໜ້າໂດຍ Ms. Loo Hui Ann ,ຜູ້ອຳນວຍການບໍລິຫານ (Managing Director) ພ້ອມດ້ວຍຄະນະປະຕິບັດງານ.
ການພົບປະໃນຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລື ແລະ ສຳຫຼວດທ່າແຮງຄວາມສາມາດໃນການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການ ICCCM, ໂດຍສະເພາະການແລກປ່ຽນທາງດ້ານວິຊາການ, ການເຄື່ອນຍ້າຍນັກສຶກສາ, ການພັດທະນາຫຼັກສູດນານາຊາດ, ການສະໜອງທຶນການສຶກສາ, ການຈັດໂຄງການພັດທະນາຫຼັກສູດຮ່ວມກັນ (Joint Program), ການຝຶກອົບຮົມ, ຕະຫຼອດຮອດການແລກປ່ຽນພະນັກງານ, ຄູ-ອາຈານ ແລະ ຜູ້ບໍລິຫານ. ອົງການ ICCCM ເຊິ່ງເຮັດໜ້າທີ່ເປັນກອງເລຂາຂອງສະມາຄົມການສຶກສາລະຫວ່າງປະເທດ (International Transnational Education Association ຫຼື ITEA) ພາຍໃຕ້ການລິເລີ່ມຂອງລັດຖະບານ ສປ ຈີນ, ໄດ້ສະເໜີໂຄງການ ແລະ ໂອກາດດ້ານການສຶກສາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານວິຊາການຢູ່ສະຖານການສຶກສາຊັ້ນສູງໃຫ້ມີຄວາມຍືນຍົງ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ຮ່ວມກັນລົງນາມໃນໜັງສືເຈດຈຳນົງ (LOI) ເພື່ອຢັ້ງຢືນການຮ່ວມມືໃນອະນາຄົດ, ໂດຍກຳນົດຂອບເຂດການຮ່ວມມືສຳຄັນ 9 ດ້ານ ດັ່ງນີ້:
1. ການເຂົ້າຮ່ວມໂຄງການ "International People-to-People Exchange Friendship Institute".
2. ການຮ່ວມມືຈັດໂຄງການຝຶກອົບຮົມໄລຍະສັ້ນ, ການແລກປ່ຽນໜ່ວຍກິດນັກສຶກສາ ແລະ ການສົ່ງເສີມນັກສຶກສາເຂົ້າຮ່ວມການແຂ່ງຂັນລະດັບສາກົນ.
3. ການຈັດກິດຈະກຳຝຶກອົບຮົມຄູ-ອາຈານ ແລະ ການທັດສະນະສຶກສາ ເພື່ອຍົກລະດັບຄຸນວຸດທິທາງດ້ານວິຊາການ.
4. ການຮ່ວມມືດຳເນີນການຈັດການຮຽນ-ການສອນ ແລະ ການສ້າງບຸກຄະລາກອນ.
5. ການສົ່ງເສີມການຝຶກອົບຮົມ "ພາສາຈີນ + ທັກສະວິຊາຊີບ" (Chinese Language Plus Vocational
Skills) ແລະ ການເຜີຍແຜ່ມາດຕະຖານການສຶກສາອາຊີວະສຶກສາຂອງຈີນ.
6. ການນຳເຂົ້າ ແລະ ແລກປ່ຽນຊັບພະຍາກອນຫຼັກສູດການສຶກສາທີ່ມີຄຸນນະພາບ.
7. ການຮ່ວມກັນຈັດກອງປະຊຸມ ຫຼື ກິດຈະກຳລະດັບສາກົນ.
8. ການສ້າງໂຄງການ ຫຼື ສະຖາບັນການສຶກສາຮ່ວມມືລະຫວ່າງປະເທດ.
9. ການນຳໃຊ້ເວທີການຮຽນຮູ້ ITEA (ITEA Learning Platform) ເພື່ອແບ່ງປັນຊັບພະຍາກອນ ແລະ ເນື້ອໃນຫຼັກສູດ.
ການລົງນາມໃນໜັງສືເຈດຈຳນົງຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການສ້າງພັນທະມິດທາງດ້ານການສຶກສາໄລຍະຍາວ, ເຊິ່ງຈະຊ່ວຍສົ່ງເສີມການພັດທະນາວຽກງານວິຊາການຂອງມະຫາວິທະຍາໄລແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ, ພ້ອມທັງເປີດໂອກາດໃຫ້ມະຫາວິທະຍາໄລແຫ່ງຊາດ ເຂົ້າເປັນສະມາຊິກຂອງ ITEA ເພື່ອເຂົ້າຮ່ວມໂຄງການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະເທດຢ່າງກວ້າງຂວາງ.