ໃນວັນທີ 21 ຕຸລາ 2026, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI), ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການ JICA ໄດ້ຈັດ "ງານພົບປະເພື່ອສົ່ງເສີມການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ" (Study in Japan Fair 2026) ຄັ້ງທີ 18 ປະຈໍາປີ 2026 ຂຶ້ນ. ໂດຍໃຫ້ກຽດກ່າວຕ້ອນຮັບບັນດາແຂກ ແລະ ເປີດງານຢ່າງເປັນທາງການໂດຍ ທ່ານ ນາງ ສຸກສາຄອນ ແສງສຸລິວົງ, ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ.
ພິທີດັ່ງກ່າວ ມີຜູ້ເຂົ້າຮ່ວມຢ່າງພ້ອມພຽງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງສະເດັດ ບຸນລາວົງ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ; ທ່ານ ຈິກຸຊະ ເຊກິ (Chikusa Seki), ທີ່ປຶກສາໂຄງການ JICA ປະຈໍາສະຖາບັນ ລາວ-ຍີ່ປຸ່ນ; ທ່ານ ຍາຊຸນໂນບຸ ຊິບາຕະ (Yasunobu Shibata), ເລຂານຸການທີ 3 ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ; ທ່ານ ໂຍຊິຮິໂຣ ອິໂມໂຕະ (Yoshihiro Imoto), ຜູ້ຕາງໜ້າຈາກຫ້ອງການ JICA ປະຈໍາ ສປປ ລາວ. ພ້ອມດ້ວຍ ຜູ້ຕາງໜ້າຈາກ 5 ສະຖາບັນການສຶກສາ ແລະ ມະຫາວິທະຍາໄລຈາກປະເທດຍີ່ປຸ່ນ, ອົງການ JASSO, ສະມາຄົມອະດີດນັກສຶກສາລາວທີ່ຮຽນຈົບຈາກປະເທດຍີ່ປຸ່ນ (JAOL), ຄະນະບໍດີ, ຄູ-ອາຈານ, ນັກສຶກສາ ແລະ ນັກຮຽນໂຮງຮຽນມັດທະຍົມສົມບູນ ທັງຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງຟົດຟື້ນ.
ງານພົບປະໃນຄັ້ງນີ້ ຈັດຂຶ້ນໃນຮູບແບບປະສົມປະສານ (Hybrid) ທັງແບບເຊິ່ງໜ້າ (Onsite) ແລະ ແບບອອນລາຍ (Online) ເພື່ອແລກປ່ຽນບົດຮຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການໄປສຶກສາຕໍ່ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຢູ່ປະເທດຍີ່ປຸ່ນ. ພາຍໃນງານ ມີການແນະນໍາທຶນການສຶກສາຈາກລັດຖະບານຍີ່ປຸ່ນ, ທຶນຈາກມະຫາວິທະຍາໄລຍີ່ປຸ່ນ, ການນໍາສະເໜີຂໍ້ມູນຈາກມະຫາວິທະຍາໄລຊັ້ນນໍາ ເຊັ່ນ: Asia University, Nagasaki University, Waseda Edu Japanese Language School (Oji School), Okayama University, Musashino University, ພ້ອມທັງການແລກປ່ຽນປະສົບການກົງຈາກອະດີດນັກສຶກສາລາວທີ່ຮຽນຈົບຈາກປະເທດຍີ່ປຸ່ນ ເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາລາວໄດ້ມີຄວາມກຽມພ້ອມໃນການສະໝັກຮັບທຶນການສຶກສາໃນອະນາຄົດ.