ເນື່ອງໃນໂອກາດສະເຫຼີມ-ສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ (07 ຕຸລາ 1994-07 ຕຸລາ 2026) ແລະ ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ຄະນະພັກຮາກຖານ ຄະນະອັກສອນສາດ ໄດ້ຈັດພິທີປາຖະກະຖາ ຫົວຂໍ້: “ການປັບຕົວດ້ານການສຶກສາຢູ່ໃນໄລຍະໃໝ່” ແລະ ມອບ-ຮັບຫຼຽນກາທີລະນຶກ 50 ປີ ຂຶ້ນ ໃນວັນທີ 21 ຕຸລາ 2026 ທີ່ ຫ້ອງປະຊຸມຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ສະຫາຍ. ປອ. ນາງ ທອງມາລາ ໂພສີຄໍາ ເລຂາຄະນະພັກຮາກຖານ ຫົວໜ້າຄະນະວິຊາຄະນະອັກສອນສາດ ພ້ອມດ້ວຍຄະນະພັກ, ຄູອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານປາຖະກະຖາຄັ້ງນີ້ຈັດຂຶ້ນເພື່ອສ້າງໂອກາດໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາໄດ້ຮໍ່າຮຽນເອົາບົດຮຽນທີ່ດີເດັ່ນຂອງຄູປະຕິວັດ ອາວຸໂສ, ໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກຕໍ່ການສຶກສາໃຫ້ເຂົ້າໃຈຢ່າງເລິກເຊິ່ງຖືກຕ້ອງ ແລະ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນພິທີສະເຫຼີມ-ສະຫຼອງ ມຊ ຄົບຮອບ 30 ປີ, ຄອສ ຄົບຮອບ 26 ປີ.
ໃນພິທີ ທ່ານ ຮສ.ປອ ພຸດ ສິມມາລາວົງ ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດບັນຍາຍ ໃນຫົວຂໍ້: “ການປັບຕົວດ້ານການສຶກສາຢູ່ໃນໄລຍະໃໝ່” ທ່ານໄດ້ກ່າວວ່າ ແມ່ນການຫັນປ່ຽນການສຶກສາລາວ ຈາກຮູບແບບດັ້ງເດີມໄປສູ່ການສຶກສາທີ່ທັນສະໄໝ, ມີຄຸນນະພາບ, ເທົ່າທຽມ ແລະ ສາມາດສ້າງຊັບພະຍາກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດ ເພື່ອເປັນກຳລັງຮັກໃນການພັດທະນາປະເທດຊາດຢ່າງຍືນຍົງ ໂດຍເນັ້ນໃສ່ ການຫັນເປັນດິຈິຕອນ ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນການຮຽນ-ການສອນ ແລະ ການຄຸ້ມຄອງບໍລິຫານການສຶກສາ ເພື່ອຂະຫຍາຍໂອກາດການຮຽນຮູ້ຢ່າງທົ່ວເຖິງ, ການພັດທະນາຫຼັກສູດ ແລະ ທັກສະ ປັບປຸງເນື້ອໃນການສຶກສາໃຫ້ເນັ້ນການປະຕິບັດຈິງ (STEM/STEAM) ແລະ ພັດທະນາທັກສະໃນສະຕະວັດທີ 21 ເຊັ່ນ: ການຄິດວິເຄາະ, ການແກ້ໄຂບັນຫາ ແລະ ທັກສະດ້ານພາສາ/ດິຈິຕອນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ, ການຍົກລະດັບຄຸນນະພາບຄູ ແລະ ບຸກຄະລາກອນ ການສົ່ງເສີມ ແລະ ພັດທະນາຂີດຄວາມສາມາດຂອງຄູ-ອາຈານ ໃຫ້ມີຄວາມຮູ້, ທັກສະດ້ານການສອນແບບໃໝ່ ແລະ ທັນກັບການປ່ຽນແປງ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ການຍົກລະດັບມາດຕະຖານການສຶກສາ ເພື່ອໃຫ້ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບບັນດາປະເທດໃນອາຊຽນ ແລະ ສາກົນ ຢ່າງມີປະສິດທິພາບ.
ໃນພິທີຍັງໄດ້ມີການມອບ-ຮັບ ຫຼຽນກາທີ່ລະນຶກ 50 ປີ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ໃຫ້ແກ່ພະນັກງານ, ຄູ-ອາຈານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດ ຈຳນວນ 135 ຄົນ ລວມມີພະນັກງານບຳນານ ແລະ ພະນັກງານ, ຄູ-ອາຈານ ທີ່ປະຈຳການ ມອບໂດຍສະຫາຍ. ປອ. ນາງ ທອງມາລາ ໂພສີຄໍາ.