ການເຝິກອົບຮົມໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການຕ້ານອັກຄີໄພ ແກ່ຄູ-ອາຈານ ແລະ ນັກສຶກສາ ຂອງຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ທີ່ຫ້ອງປະຊຸມຂອງຄະນະ, ໂດຍການເຂົ້າຮ່ວມຂອງທ່ານ ປອ. ສີສະຫວາດ ໂສມມະລັດ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດສັງຄົມ, ທ່ານຜູ້ຕາງໜ້າຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນໄດ້ຄວາມສຳຄັນຂອງຄວາມປອດໄພທາງດ້ານອັກຄີໄພ ເຊິ່ງບໍ່ພຽງແຕ່ເຂົ້າໃຈດ້ານທິດສະດີເທົ່ານັ້ນ, ແຕ່ຍັງສາມາດປະຕິບັດຕົວຈິງ ບໍ່ວ່າຈະເປັນ ການຊ້ອມໜີໄຟ, ມອດໄຟໃນເວລາເກີດອັກຄີໄພ ລວມທັງການເລືອກເຟັ້ນຜະລິດຕະພັນ ແລະ ອຸປະກອນດັບເພີງທີ່ໄດ້ມາດຕະຖານ.
ພ້ອມກັນນັ້ນ, ຜ່ານກິດຈະກຳຄັ້ງນີ້, ຄູ-ອາຈານ ແລະ ນັກສຶກສາ ຍັງໄດ້ຮູ້ຈັກກັບບໍລິສັດຄູ່ຮ່ວມງານທີ່ເປັນທາງການຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອຂໍຄຳປຶກສາດ້ານການບໍລິການອັກຄີໄພ ແລະ ສັ່ງຊື້ອຸປະກອນດັບເພີງທີ່ມີຄຸນນະພາບໄດ້ຢ່າງສະດວກສະບາຍ ເຊິ່ງເປັນສິນຄ້າ ແລະ ການບໍລິການກ່ຽວກັບອັກຄີໄພ ທີ່ໄດ້ຮັບການຢັ້ງຢືນການເປັນຄູ່ຮ່ວມງານຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ເຊິ່ງຮັບປະກັນໄດ້ເຖິງຄວາມປອດໄພ ແລະ ຄຸນນະພາບຢ່າງເຂັ້ມງວດ. ຫຼັງຈາກນັ້ນ, ນັກສຶກສາທີ່ເຂົ້າຮ່ວມຝຶກອົບຮົມຍັງໄດ້ຊົມ ແລະ ທົດລອງນຳໃຊ້ບັ້ງດັບເພີງໃນກໍລະນີທີ່ເກີດອັກຄີໄພຕົວຈິງ ໃຫ້ຖືກຕ້ອງ ແລະ ປອດໄພອີກດ້ວຍ.