Select your language

ງານພົບປະອະດີດນັກສຶກສາຄະນະວິສະວະກຳສາດ (ຄວສ) ວັນວິສະວະກຳ 2026 ແລະ ສະເຫຼີມ ສະຫຼອງສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ (1996-2026) ພາຍໃຕ້ຫົວຂໍ້ “ມຸ່ງໝັ້ນສ້າງນັກວິຊາ ການ ສືບສານວັດທະນະທຳນໍາໜ້າ ຄົ້ນຄວ້າວິທະຍາສາດ ແລະ ສ້າງບາດກ້າວໃໝ່ສູ່ສາກົນ” ໄດ້ຈັດຂຶ້ນວັນທີ 23 ຕຸລາ 2026 ທີ່ ຄວສ (ໂສກປ່າຫຼວງ) ເມືອງສີສັດຕະນາກ ນະຄອນຫຼວງວຽງວັນ ມີທ່ານ ສຈ. ປອ. ສົມກົດ ມັງໜໍ່ເມກ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິ ການເສດຖະກິດ ແລະ ແຜນການສະພາແຫ່ຊາດ, ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍບັນດາອະດີດຄູ-ອາຈານ, ອະດີດນັກສຶກສາ ເພື່ອນຮ່ວມງານ ແລະ ນັກສຶກສາເຂົ້າຮ່ວມ. ງານຄັ້ງນີ້ໄດ້ຈັດໃຫ້ມີຫຼາຍກິດຈະກຳເປັນຕົ້ນການບັນຍາຍ:ຈາກພື້ນຖານບັນດາສະຖາບັນດ້ານວິສະ ວະກຳ (ມສ 2) ທັນວາ ໂຮງຮຽນຂົວທາງ ໂຮງຮຽນເອເລັກໂຕຣນິກ ສູ່ ຄວສ ມຊ ຮາກຖານ ຄຸນຄ່າ ແລະ ຈິດໃຈວິສະ ວະກຳລາວ ສະເໜີໂດຍທ່ານ ສຈ. ປອ. ສົມກົດ ມັງໜໍ່ເມກ ການບັນຍາຍ: 30 ປີການສ້າງວິສະວະກອນລາວ ຈາກຫຼັກສູດສູ່ຄຸນນະພາບລະດັບພາກພື້ນ ສະເໜີໂດຍທ່ານ ຮສ. ປອ. ສາຍຂອງ ສາຍນະສິນ ອະດີດຫົວໜ້າກົມການສຶກສາຊັ້ນສູງ ການບັນຍາຍ:ວິສະວະກອນລາວກັບແຜນຍຸດທະສາດການພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ສະເໜີໂດຍທ່ານ ຈັນທະບູນ ສຸກອາລຸນ ການບັນຍາຍ:ຈາກພາກວິຊາວິສະວະກຳຄອມພີວເຕີ ແລະ ໄອທີ ຄວສ-ມຊ ສູ່ເວທີດີຈີຕອນສາກົນ Startup AI ແລະ ໂອກາດຂອງຄົນຮຸ່ນໃໝ່ ສະເໜີໂດຍທ່ານ ວິຣະສັກ ວິຣະວົງ ອຳນວຍການບໍລິສັດ ບິດຄິກສູນຊື້ຂາຍດິຈີຕອນ ອະດີດນັກສຶກສາພາກວິສະວະກຳຄອມພີວເຕີ ແລະ ໄອທີ ແລະ ການບັນຍາຍ:ຄະນະວິສະວະກຳສາດ ມຊ 2026-2030 ວິໄສທັດ ແລະ ບາດກ້າວຄະ ນະວິສະວະກຳຊັ້ນນໍາທຽບເທົ່າພາກພື້ນ ແລະ ສາກົນ ສະເໜີໂດຍທ່ານ ຮສ. ປອ. ຄຳປະເສີດ ເທບວົງສາ ຄະນະບໍດີ ຫົວໜ້າຄະນະວິຊາ ຄະນະວິສະວະກຳສາດ ສົນທະນາໃນຫົວຂໍ້ການສຶກສາດ້ານວິສະວະກຳ ແລະ ການຮ່ວມມືກັບອະດີດນັກສຶກສາໃນ 30 ປີຂ້າງໜ້າ ສະຫຼຸບຜົນ ແລະ ປະກາດຂໍ້ລິເລີ່ມເພື່ອສົ່ງເສີມການຮ່ວມມືກັບອະດີດນັກສຶກສາ ຄວສ ຢ້ຽມຊົມບູດວາງສະແດງນະວັດຕະກຳດ້ານວິສະວະກຳ ແລະ ຫ້ອງທົດລອງທັນສະໄໝ ແລະ ຢ້ຽມຊົມສູນວິສະວະກຳເພື່ອການພັດທະນາແບບຍືນຍົງ ນໍາສະເໜີວຽກງານຄົ້ນຄວ້າ ການບໍລິການ ແລະ ການຮ່ວມມື.