ໃນວັນທີ 26 ຕຸລາ 2026, ຄະນະນຳ ມະຫາວິທະຍາໄລແຫ່ງຊາດ ນຳໂດຍທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຢາມຂອງທ່ານ ສຈ. ດຣ. ຟູຈິຊາວະ ມາຊາໂຕະ ອະທິການບໍດີ ມະຫາວິທະຍາໄລໂກເບ (Kobe University) ປະເທດຍີ່ປຸ່ນ, ມີບັນດາທ່ານຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ ແລະ ອະດີດນັກສຶກສາລາວ ທີ່ເຄີຍສຶກສາຢູ່ ມະຫາວິມະຫາວິທະຍາໄລໂກເບປະເທດຍີ່ປຸ່ນ ກໍເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ ທີ່ຫ້ອງປະຊຸມສຳນັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ.
ຈຸດປະສົງຂອງການເດີນທາງມາຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອປຶກສາຫາລືການຮ່ວມມືດ້ານວິຊາການ, ໃຫ້ທຶນການສຶກສາ ແລະ ການວຽກງານຄົ້ນຄວ້າຮ່ວມກັນ, ໃນໂອກາດນີ້ ສຈ. ປອ. ພູເພັດ ກ້ຽວພິລາວົງ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານໂດຍຫຍໍ່້ກ່ຽວກັບ ມະຫາວິທະຍາໄລແຫ່ງຊາດ.
ພ້ອມດຽວກັນນັ້ນ, ທ່ານ ສຈ. ດຣ. ຟູຈິຊາວະ ມາຊາໂຕະ ກໍໄດ້ນຳສະເໜີປະຫວັດຄວາມເປັນມາ ຂອງມະຫາວິທະຍາໄລໂກເບໂດຍຫຍໍ້ ພ້ອມທັງໄດ້ຫວນຄືນການຮ່ວມຂອງສອງມະຫາວິທະຍາໄລ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລໂກເບ ປະເທດຍີ່ປູ່ນ ທີ່ໄດ້ມີການຮ່ວມມືກັນຢ່າງຍາວນານ ໂດຍສະເພາະກໍແມ່ນການຮ່ວມມືກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ດ້ານວິຊາການທີ່ໄດ້ສົ່ງຄູ-ອາຈານ ໄປຍົກລະດັບການສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ, ແລກປ່ຽນນັກສຶກສາເຊິ່ງແຕ່ລະປີຈະມີການສອບເສັງຄັດເລືອກເອົານັກສຶກສາຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄປສຶກສາຕໍ່ໃນຫຼັກສູດປະລິນຍາຕີ ລະບົບ 2+2 ແລະ ອີກຫຼາຍໂຄງການ ເຊິ່ງການຮ່ວມຂອງສອງຝ່າຍຖືເປັນຂີດໝາຍທີ່ສຳຄັນ ແລະ ມີຄວາມໝາຍຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນ ທ່ານກໍໄດ້ກ່າວສະແດງຄວາມຍິນດີເນື່ອງໃນໂອກາດທີ່ມະຫາວິທະຍາໄລແຫ່ງຊາດ ທີ່ກຳລັງກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ທີ່ຈະມາເຖິງນີ້.