ງານສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2026 ທີ່ຫ້ອງປະຊຸມຂອງຄະນະ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ແລະ ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການ ໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ ພ້ອມດ້ວຍແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ. ນາງ ວາດສະໜາ ຈັນທະນະສິນ ກໍໄດ້ຂຶ້ນຕ້ອນຮັບພ້ອມລາຍງານກ່ຽວກັບປະຫວັດຄວາມເປັນມາ ແລະ ການພັດທະນາຂອງ ຄສບເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄສບ ໄດ້ຮັບການສ້າງຕັ້ງພອ້ອມໆກັບການສ້າງຕັ້ງ ມຊ ເຊິ່ງເບື້ອງຕົ້ນໄດ້ຈັດຕັ້ງການຮຽນ-ການສອນພຽງແຕ່ສອງຫຼັກສູດເທົ່ານັ້ນ, ຕະຫຼອດໄລຍະ 3 ທົດສະວັດຜ່ານມາ ຄສບ ໄດ້ມຸ່ງໝັ້ນຍົກສູງຄຸນນພາບການສຶກສາ ແລະ ການຄົ້ນຄວ້າໃຫ້ກ້າວໄປສູ່ມາດຕະຖານສາກົນ ຄສບ ໄດ້ຂັບເຄື່ອນຜ່ານພາລະກິດ 5 ດ້ານຄື: ການພັດທະນາຄະນະອາຈານ, ການສ້າງຜູ້ນຳເສດຖະກິິດ, ການສົ່ງເສີມການຄົ້ນຄວ້າ, ການສ້າງເຄືອຂ່າຍສາກົນ ແລະ ການສືບສານວັດທະນະທຳ, ຕະຫຼອດໄວຍະ 30 ປີຜ່ານມາ ຄສບ ໄດ້ສ້າງຜົນງານ ແລະ ຄວາມສຳເລັດອັນໂດດເດັ່ນໃນຫຼາຍໆດ້ານ ໂດຍປັດຈຸໄດ້ເປີດການຮຽນ-ການສອນທັງໝົດ 31 ຫຼັກສູດ ໃນ 5 ພາກວິຊາຫຼັກ, ມີນັກສຶກສາທັງໝົດ 3,987 ຄົນ (ນັກສຶກສາລະດັບປະລິນຍາຕີທັງໝົດ 3,788 ຄົນ, ລະດັບປະລິນຍາໂທ 182 ຄົນ ແລະ ລະດັບປະລິນຍາເອກ 17 ຄົນ). ນອກຈາກນີ້ ຍັງມີຫຼັກສູດຝຶກອົບຮົມໄລຍະສັ້ນຫຼາຍກວ່າ 20 ວິຊາ, ຫຼັກສູດ ຄສບ ໄດ້ຖືກຮັບຮອງມາດຕະຖານ AUN-QA ເຄືອຂ່າຍມະຫາວິທະຍາໄລອາຊຽນຄື ຫຼັກສູດເສດຖະສາດພັດທະນາ ແລະ ການວາງແຜນ, ຫຼັກສູດບໍລິຫານທຸລະກິດ ແລະ ຫຼັກສູດການຄ້າການລົງທຶນ. ນອກນັ້ນ ຄສບ ຍັງມີຫຼັກສູດຮ່ວມມືກັບສາກົນເຊັ່ນ: ຫຼັກສູດ 1 + 2 ລະດັບປະລິນຍາໂທ (ບໍລິຫານທຸລະກິດ ແລະ ບັນຊີການເງິນ) ຮ່ວມກັບ ມະຫາວິທະຍາໄລເຮີຮາຍ ສປ ຈີນ, ຫຼັກສູດ 2 + 2 ລະດັບປະລິນຍາຕີ ຮ່ວມກັບ ມະຫາວິທະຍາໄລເຕກຽວປະເທດຍີ່ປຸ່ນ (ແຕ່ປີ 2017), ຫຼັກສູດ 2 + 3 ລະດັບປະລິນຍາຕີຮ່ວມກັບ ຄະນະເສດຖະກິດ ຈາກປະເທດເຢຍລະມັນ; ໃນໄລຍະປີ 2016 – 2019 ແລະ ນັບແຕ່ປີ 2023 ເຖິງປັດຈຸບັນ ນັກສຶກສາ ຄສບ ແມ່ນໄດ້ເຂົ້າຮ່ວມໂຄງການແຂ່ງຂັນນະວັດຕະກຳຜູ້ປະກອບກິດຈະການຊາວໜຸ່ມ 6 ປະເທດແມ່ນນໍ້າຂອງແມ່ນໍ້າລ້ານຊ້າງ ເຊິ່ງລິເລີ່ມນັບແຕ່ປີ 2016 ເປັນຕົ້ນມາ ຄສບ ໄດ້ເຂົ້າຮ່ວມຕ່າງໜ້າໃຫ້ ມຊ ກໍຄືປະເທດລາວ ແລະ ຍາດໄດ້ລາງວັນທຸກປີໃນລະດັບ 1-3;
ໃນຕໍ່ໜ້າ ຄສບ ຍັງຄົງມຸ່ງໝັ້ນທີ່ຈະເປັນຮາກຖານແຫ່ງປັນຍາເພື່ອການພັດທະນາທີ່ຍືນຍົງສືບຕໍ່ຍົກລະດັບຄຸນນະພາບການສຶກສາ, ການວິໄຈ ແລະ ການນຳໃຊ້ເທັກໂນໂລຊີເພື່ອສ້າງຊັບພະຍາກອນມະນຸດທີ່ມີຄວາມພ້ອມໃນການແຂ່ງຂັນ ແລະ ການນຳພາປະເທດກ້າວສູ່ເວທີສາກົນ. ເປົ້າໝາຍແຕ່ປີ 2026-2030 ຄສບ ຈະສ້າງພາກວິຊານາໆຊາດ, ສ້າງຫຼັກສູດນາໆຊາດລະດັບປະລິນຍາໂທ 2 ຫຼັກສູດ ແລະ ຫຼັກສູດນາໆຊາດປະລິນຍາຕີ 2 ຫຼັກສູດ, ສ້າງຫຼັກສູດຮຽນແບບສະສົມໜ່ວຍກິດ. ພ້ອມນີ້, ໃຫ້ໄດ້ນຳເອົາ 3 ຫຼັກສູດໃໝ່ຂອງ ຄສບ ຜ່ານການປະເມີນມາດຕະຖານຂອງ AUN-QA ຈາກເຄືອນຂ່າຍມະຫາວິທະຍາໄລອາຊຽນ.
ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍໃນຫົວຂໍ້ “ທ່າອ່ຽງອຸດສະຫະກຳ ພາຍຫຼັງ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ” ນໍາສະເໜີໂດຍ: ທ່ານ ມະໄລທອງ ກົມມະສິດ; ຫົວຂໍ້ “ອະນາຄົດຂອງການສຶກສາໃນຂະແໜງການສຶກສາຊັ້ນສູງ ຂອງ ສປປ ລາວ” ນຳສະເໜີໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ແລະ ຫົວຂໍ້ “ທ່າອ່ຽງນະໂຍບາຍງົບປະມານ-ການເງິນ ຂອງ ສປປ ລາວ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ” ນຳສະເໜີໂດຍ ທ່ານ ປອ. ສິດທິລົດ ລາຊະພົນ ຮອງລັດຖະມົນຕີກະຊວງການເງິນ.
ໃນທ້າຍພິທີ, ຍັງໄດ້ມີພິທີມອບໃບຍ້ອງຍໍ ແລະ ຂອງທີ່ລະນຶກໃຫ້ກັບອະດີດຄະນະບໍດີ ແລະ ອະດີດນັກສຶກສາຂອງ ຄສບ ແລະ ຊົມການສະແດງຜົນງານການສຶກສາ ອີກດ້ວຍ.