Select your language

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ຄົບຮອບ 30 ປີຄືແຕ່ວັນທີ 5 ພະຈິກ 1996- 5 ພະຈິກ 2026 ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ແກ່ ມຊ, ພະນັກງານ, ອາຈານ ແລະ ນັກສຶກສາ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ສະນັ້ນ ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ມຊ ຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ,ມີການນຳ, ອະດີດການນຳ ມຊ ພະນັກງານ, ອາຈານ, ນັກສຶກສາ ພ້ອມດ້ວຍພໍ່ແມ່ປະຊາຊົນທັງໃກ້ ແລະ ໄກ ຮ່ວມເຮັດບຸນນຳ. ໃນພິທີອັນເປັນສິລິມຸງຄຸນນີ້ ປະກອບມີພິທີທາງສາສະໜາ ແລະ ຮີດຄອງປະເພນີ ເປັນຕົ້ນ ການຕັ້ງກອງບຸນ, ພິທີສູດຮູບປັ້ນຫຼໍ່ເໝືອນປະທານ ໄກສອນ ພົມວິຫານ ແລະ ພິທີໃສ່ບາດຖວາຍສັງຂະທານ ຄື ກອງທີ 1 ສັດທາຂອງ ມຊ ອຸທິດໃຫ້ດວງວິນຍານຂອງປະທານ ໄກສອນ ພົມວິຫານ; ກອງທີ 2 ສັດທາຂອງຄອບຄົວພົມວິຫານອຸທິດໃຫ້ດວງວິນຍານຂອງປະທານ ໄກສອນ ພົມວິຫານ; ກອງທີ 3 ສັດທາຂອງ ມຊ ອຸທິດໃຫ້ພະພູມເຈົ້າທີ່ ທີ່ຮັກສາຄຸ້ມຄອງທີ່ດິນຂອງ ມຊ. ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 1 ພະຈິກ 2026 ກົງກັບມື້ແຮມ 6 ຄໍ່າ ເດືອນ 11 ລາວ ພສ 2569 ຊຶ່ງເປັນມື້ຫ້າງຫາກະກຽມ, ມີພິທີສູດປະລິຕະມຸງຄຸນ ສູດຮູບປັ້ນຫຼໍ່ເໝືອນປະທານ ໄກສອນ ພົມວິຫານ ແລະ ມີການຄົບງັນຕາມຮີດຄອງປະເພນີຕະຫຼອດຄືນ ແລະ ໃນຕອນເຊົ້າວັນທີ 2 ພະຈິກ 2026 ກົງກັບມື້ແຮມ 7 ຄໍ່າ ເດືອນ 11 ,ມີພິທີໃສ່ບາດຖວາຍສັງຄະທານ ແດ່ພະສົງ 9 ອົງ ເປັນອັນວ່າຈົບພິທີ.