ໃນຕອນບ່າຍຂອງວັນທີ 29 ຕຸລາ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳແຂ່ງຂັນ “ຖາມ-ຕອບວິທະຍາສາດ” ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ຂຶ້ນທີ່ສະໂມສອນສະຖາບັນຂົງຈື. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຈາກຄະນະວິຊາ ແລະ ສະຖາບັນຕ່າງໆ ພາຍໃນ ມຊ ເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ ມີຈຸດປະສົງເພື່ອສົ່ງເສີມຄວາມຮູ້ດ້ານວິທະຍາສາດ, ພັດທະນາທັກສະການຄິດ, ການວິເຄາະ, ການຕັດສິນໃຈ ແລະ ການເຮັດວຽກເປັນທີມຂອງນັກສຶກສາ. ໂດຍມີທັງໝົດ 14 ທີມ ຈາກ 13 ຄະນະວິຊາ ແລະ 1 ສະຖາບັນ ເຂົ້າຮ່ວມແຂ່ງຂັນ. ຮູບແບບການແຂ່ງຂັນແມ່ນການຖາມ-ຕອບ ຜ່ານລະບົບອອນລາຍ Kahoot ໂດຍແບ່ງອອກເປັນ 2 ສາຍ ຄື: ສາຍ A ແລະ ສາຍ B (ສາຍລະ 7 ທີມ) ເພື່ອຄັດເລືອກເອົາທີມທີ່ມີຄະແນນສູງສຸດເຂົ້າສູ່ຮອບຊິງຊະນະເລີດ.
ຜ່ານການແຂ່ງຂັນ ຜົນປະກົດວ່າ: ລາງວັນຊະນະເລີດ (ອັນດັບ 1): ໄດ້ແກ່ ນັກສຶກສາຈາກ ສະຖາບັນຂົງຈື, ລາງວັນຮອງຊະນະເລີດ (ອັນດັບ 2): ໄດ້ແກ່ ນັກສຶກສາຈາກ ຄະນະນິຕິສາດ ແລະ ລັດຖະສາດ, ລາງວັນ (ອັນດັບ 3): ໄດ້ແກ່ ນັກສຶກສາຈາກ ຄະນະສະຖາປັດຕະຍະກຳສາດ.
ຜົນສຳເລັດຂອງການຈັດກິດຈະກຳໃນຄັ້ງນີ້ ຈະເປັນແຮງບັນດານໃຈໃຫ້ແກ່ນັກສຶກສາຄົນອື່ນໆ ໃນການຕັ້ງໃຈຮ່ຳຮຽນ, ຄົ້ນຄວ້າ, ພັດທະນາຄວາມຮູ້ຄວາມສາມາດ ແລະ ກ້າສະແດງອອກໃນເວທີວິຊາການຕ່າງໆ ເພື່ອສ້າງຜົນງານອັນດີເດັ່ນໃຫ້ແກ່ຕົນເອງ ແລະ ສະຖາບັນໃນຕໍ່ໜ້າ.