Select your language

ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະນໍາ ມະຫາວິທະຍາໄລແຫ່ງຊາດ, ອະດີດຄະນະນໍາ ມະຫາວິທະຍາໄລແຫ່ງຊາດ, ມີບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນ ເຂົ້າຮ່ວມ. ໃນພິທີ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ລາຍງານຜົນສໍາເລັດ 30 ປີ ຂອງ ມະຫາວິທະຍາໄລແຫ່ງຊາດ ໂດຍຍົກໃຫ້ເຫັນປະຫວັດຄວາມເປັນມາ, ຂະບວນການກໍ່ຕັ້ງ, ບັນດາຜົນງານ, ເສັ້ນທາງການພັດ ທະນາໃນໄລຍະ 30 ປີຜ່ານມາ ແລະ ທິດທາງການສືບຕໍ່ພັດທະນາຂອງ ມະຫາວິທະຍາໄລແຫ່ງຊາດ. ຕະຫຼອດໄລຍະ 30 ປີ ນັບແຕ່ປີ 1996 ຮອດປີ 2026, ມະຫາວິທະຍາໄລແຫ່ງຊາດ ໄດ້ຜ່ານໄລຍະຂອງການພັດທະນາດັ່ງນີ້: ໄລຍະທີໜຶ່ງ (ນັບແຕ່ປີສ້າງຕັ້ງ 1996 ຈົນເຖິງ 2015): ໃນໄລຍະນີ້, ໜ້າທີ່ຫຼັກ ແມ່ນການຂະຫຍາຍໂອກາດ ການເຂົ້າເຖິງການສຶກສາຂັ້ນສູງ ແລະ ສ້າງພື້ນຖານຊັບພະຍາກອນມະນຸດພາຍໃນປະເທດ; ໄລຍະທີສອງ: ນັບແຕ່ປີ 2016 ເຖິງປີ 2020 ມະຫາວິທະຍາໄລແຫ່ງຊາດ ໄດ້ກ້າວເຂົ້າສູ່ການຄົ້ນຄວ້າວິທະຍາສາດ ໂດຍສ້າງຂີດໝາຍໃໝ່ທີ່ບໍ່ພຽງແຕ່ເປັນບ່ອນຖ່າຍທອດຄວາມຮູ້ ແຕ່ຍັງຕ້ອງສ້າງຄວາມຮູ້ໃໝ່ໄປຄຽງຄູ່ກັນ. ໄດ້ມີການຂະຫຍາຍການສຶກສາລະດັບເໜືອປະລິນຍາຕີ, ໄດ້ເສີມຂະຫຍາຍການຄົ້ນຄວ້າວິທະຍາສາດ ແລະ ເຊື່ອມໂຍງ-ໝູນໃຊ້ຜົນການຄົ້ນຄວ້າເຂົ້າໃນການແກ້ໄຂບັນຫາຕົວຈິງຂອງຊາດ; ໄລຍະທີສາມ: ນັບແຕ່ປີ 2021ເຖິງ ປັດຈຸບັນ: ເມື່ອສະພາບການພັດທະນາເສດ ຖະກິດ-ສັງຄົມປ່ຽນແປງ, ຕະຫຼາດແຮງງານມີຄວາມຕ້ອງການໃໝ່ ແລະ ວິທະຍາການຂອງໂລກກ້າວໜ້າຢ່າງວ່ອງໄວ, ມະຫາວິທະຍາໄລແຫ່ງຊາດ ກໍຕ້ອງປັບປຸງຕົນເອງໃຫ້ທັນກັບສະພາບການ. ໃນປັດຈຸບັນ, ກຳລັງກ້າວເຂົ້າສູ່ຍຸກໃໝ່ ທີ່ມະຫາວິທະຍາໄລ ບໍ່ພຽງແຕ່ເປັນສະຖານທີ່ຮຽນ-ສອນ ແລະ ຄົ້ນຄວ້າ ແຕ່ຕ້ອງເປັນສະຖາບັນທີ່ສາມາດປ່ຽນຄວາມຮູ້ ເພື່ອສ້າງມູນຄ່າທາງດ້ານສັງຄົມ ແລະ ເສດຖະກິດ. ພ້ອມກັນນີ້, ພວກເຮົາກຳລັງມຸ່ງໜ້າສູ່ການເປັນມະຫາວິທະຍາໄລ 4.0 ທີ່ນຳໃຊ້ເຕັກໂນໂລຊີດີຈີຕອນ, ປັນຍາປະດິດ (AI) ແລະ ນະວັດຕະກຳ. ຕະຫຼອດໄລຍະ 3 ທົດສະວັດຜ່ານມາ, ມະຫາວິທະຍາໄລແຫ່ງຊາດ ໄດ້ປະກອບສ່ວນໃຫ້ການພັດທະນາປະເທດຢ່າງຕັ້ງໜ້າ ຕາມພາລະບົດບາດຂອງຕົນ ເຮັດໃຫ້ມີຜົນງານທີ່ພົ້ນເດັ່ນໄດ້ຫຼາຍດ້ານດັ່ງນີ້: ດ້ານທີ 1: ການສ້າງຊັບພະ ຍາກອນມະນຸດ: ການພັດທະນາຊັບພະຍາກອນມະນຸດ ຖືເປັນຫົວໃຈສໍາຄັນຂອງການສ້າງຄວາມເຂັ້ມແຂງໃຫ້ ມະຫາວິທະຍາໄລແຫ່ງຊາດ. ຜົນສໍາເລັດອັນພົ້ນເດັ່ນສະແດງອອກດ້ານການຍົກລະດັບວຸດທິການສຶກສາ ແລະ ການພັດທະນາຕໍາ ແໜ່ງວິຊາການດັ່ງນີ້: ຈາກໄລຍະເລີ່ມຕົ້ນທີ່ມີພະນັກງານ-ຄູສອນສ່ວນໃຫຍ່ມີວຸດທິການສຶກສາລະດັບປະລິນ ຍາຕີ ຜ່ານການພັດທະນາຢ່າງບໍ່ຢຸດຢັ້ງ ມາຮອດປັດຈຸບັນວຸດທິປະລິນຍາເອກ ແລະ ປະລິນຍາໂທ ໄດ້ເພີ່ມ ຂຶ້ນປ່ຽນແທນໃຫ້ລະດັບປະລິນຍາຕີ. ປັດຈຸບັນມີພະນັກງານ, ຄູ-ອາຈານທັງໝົດ 1,383 ທ່ານ. ໃນນັ້ນ, ມີລະດັບປະລິນຍາຕີ 282 ທ່ານ, ປະລິຍາໂທ 859 ທ່ານ, ປະລິນຍາເອກ 208 ທ່ານ; ການພັດທະນາຕໍາ ແໜ່ງວິຊາການ: ຜົນງານການພັດທະນາບຸກຄະລາກອນ ດ້ານຕໍາແໜ່ງວິຊາການຄູຕະຫຼອດໄລຍະ 30 ປີ: ລະດັບສາດສະດາຈານ 22 ທ່ານ, ຮອງສາດສະດາຈານ 235 ທ່ານ, ອາຈານ 352 ທ່ານ, ຜູ້ຊ່ວຍອາຈານ 344 ທ່ານ. ການສ້າງຊັບພະຍາກອນມະນຸດສະໜອງໃຫ້ສັງຄົມ. ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຊັບພະຍາກອນມະນຸດຫຼາກຫຼາຍສາຂາ ໃນຫຼາຍລະດັບ ນັບແຕ່ລະດັບອະນຸປະລິນຍາ ຈົນເຖິງປະລິນຍາເອກ ສະໜອງໃຫ້ສັງຄົມ ກໍຄືປະເທດຊາດ ນັບແຕ່ສົກສຶກສາທໍາອິດ ຈົນເຖິງສົກສຶກສາ 2025-2026 ຊຶ່ງເປັນເວລາ 30 ປີ ມີຜູ້ສໍາເລັດການສຶກສາທັງໝົດ 142,910 ຄົນ. ຊຶ່ງຜູ້ສຳເລັດການສຶກສາດັ່ງກ່າວ ໄດ້ນຳເອົາຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງຕົນ ໄປປະກອບສ່ວນໃນການພັດທະນາປະເທດຊາດໃນຫຼາຍຂົງເຂດ, ເປັນກຳລັງສຳ ຄັນໃຫ້ພາກລັດ, ພາກທຸລະກິດ, ພາກການຜະລິດ, ພາກບໍລິການ ແລະ ຂະແໜງການຕ່າງໆ ຂອງສັງຄົມ; ດ້ານທີ 2: ການພັດທະນາຫຼັກສູດ: ແມ່ນໜຶ່ງໃນໝາກຜົນອັນພົ້ນເດັ່ນທີ່ສຸດຂອງ ມະຫາວິທະຍາໄລແຫ່ງຊາດ ໃນຕະຫຼອດໄລຍະສາມທົດສະວັດ ຈາກຈຸດເລີ່ມຕົ້ນທີ່ມີພຽງຫຼັກສູດປະລິນຍາຕີ ແລະ ອະນຸປະລິນຍາ, ມະຫາວິທະຍາໄລແຫ່ງຊາດ ໄດ້ມີການພັດທະນາຫຼັກ ສູດຢ່າງບໍ່ຢຸດຢັ້ງ ຊຶ່ງມີຫຼາຍລະດັບ ແຕ່ຫຼັກສູດອະນຸປະລິນຍາ ຈົນຮອດຫຼັກສູດປະລິນຍາເອກ. ປັດຈຸບັນມີຫຼັກສູດປະລິນຍາຕີ, ປະລິນຍາໂທ ແລະ ປະລິຍາເອກ ລວມທັງໝົດ 265 ຫຼັກສູດ; ດ້ານທີ 3: ການຄົ້ນ ຄວ້າວິທະຍາສາດ ຖືເປັນຕົວຊີ້ວັດທີ່ສໍາຄັນທີ່ສຸດໃນການຫັນປ່ຽນ ມະຫາວິທະຍາໄລແຫ່ງຊາດ ຈາກສະຖາບັນທີ່ເນັ້ນການສອນພຽງຢ່າງດຽວໄປສູ່ການເປັນ "ມະຫາວິທະຍາໄລແຫ່ງການຄົ້ນຄວ້າ" ຕາມທີ່ກໍານົດໄວ້ໃນພັນທະກິດຂອງ ມະຫາວິທະຍາໄລແຫ່ງຊາດ. ຕະຫຼອດໄລຍະ 3 ທົດສະວັດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຕີພິມເຜີຍແຜ່ບົດຄົ້ນຄວ້າ-ບົດຄວາມທາງວິຊາການຫຼາຍກວ່າ 1,000 ບົດ ແລະ ມີການອ້າງອີງຫຼາຍກວ່າ 15,500 ຄັ້ງ; ດ້ານທີ 4: ການສ້າງນະວັດຕະກໍາ ຊຶ່ງຖືເປັນໝາກຜົນຂັ້ນສູງສຸດຂອງການພັດທະນາວິຊາການ ກໍຄື ການຄົ້ນຄວ້າ. ຊຶ່ງ ມະຫາວິທະຍາໄລແຫ່ງຊາດ ໄດ້ມີນະໂຍບາຍສົ່ງເສີມມາຕະຫຼອດ ນັບແຕ່ຊຸມປີ 2010 ເປັນຕົ້ນມາ ສາມມາດຄົ້ນຄວ້ານະວັດຕະກຳໃໝ່ໄດ້ຫຼາຍກ່ວາ 30 ລາຍການ; ດ້ານທີ 5: ການຮ່ວມມືກັບພາກພື້ນ ແລະ ສາກົນ: ມະຫາວິທະຍາໄລແຫ່ງຊາດ ໄດ້ມຸ່ງຂະຫຍາຍການແລກປ່ຽນທາງວິຊາການ, ການພັດ ທະນາຫຼັກສູດ, ການຍົກລະດັບຄູ-ອາຈານ ແລະ ການສ້າງເຄືອຂ່າຍກັບສະຖາບັນຄູ່ຮ່ວມມື. ຕະຫຼອດໄລຍະເວລາ 30 ປີ ມີການເຊັນສັນຍາການຮ່ວມມືກັບບັນດາມະຫາວິທະຍາໄລ ແລະ ສະຖາບັນຕ່າງໆ 360 ສັນ ຍາ. ໃນໂອກາດນີ້, ໄດ້ມີພິທີມອບ-ຮັບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນຕະຫຼອດ 30 ປີ ຂອງ ມະຫາວິທະຍາໄລແຫ່ງຊາດ 1,594 ທ່ານ; ມອບໃບຍ້ອງຍໍ ພ້ອມໂລ້ລາງວັນ ໃຫ້ນັກຄົ້ນຄວ້າວິທະຍາສາດດີເດັ່ນ 36 ທ່ານ. ໃຫ້ກຽດມອບໃບຍ້ອງຍໍໂດຍທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ແລະ ໃຫ້ກຽດມອບໃບຍ້ອງຍໍ ພ້ອມໂລ້ລາງວັນໂດຍ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ອີກດ້ວຍ.