Select your language

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ(ມຊ) ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກ 2026 ນີ້ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແບບເຊິ່ງໜ້າ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ (ສສກ), ມີທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມະຫາວິທະຍາໄລແຫ່ງຊາດ, ອະດີດຄະນະນໍາ ມະຫາວິທະຍາໄລແຫ່ງຊາດ, ພະນັກງານ, ຄູ-ອາຈານ, ອາວຸໂສບໍານານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ. ໃນພິທີ, ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ໄດ້ລາຍງານຜົນສໍາເລັດຂອງ ມະຫາວິທະຍາໄລແຫ່ງຊາດ ຕະຫຼອດ 30 ປີ ໂດຍຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງການສຶກສາຊັ້ນສູງ ກໍຄື ການພັດທະນາມະຫາວິທະຍາໄລໃນໄລຍະຜ່ານມາ. ວັນທີ 5 ພະຈິກ 1996 ເປັນວັນປະຫວັດສາດສໍາຄັນຂອງຂົງເຂດການສຶກສາລາວ ເພາະເປັນວັນທີ່ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມດຳລັດນາຍົກລັດຖະມົນຕີ ເລກທີ 50/ນຍ, ລົງວັນທີ 9 ມິຖຸນາ 1995, ໂດຍການຮວບຮວມເອົາບັນດາສະຖາບັນການສຶກສາຊັ້ນສູງທີ່ເຄີຍຂຶ້ນກັບຫຼາຍກະຊວງ ມາໂຮມເຂົ້າເປັນມະຫາວິທະຍາໄລທີ່ຄົບວົງຈອນແຫ່ງທຳອິດຂອງປະເທດ ຊຶ່ງການສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ບໍ່ແມ່ນພຽງແຕ່ການຮວບຮວມສະຖາບັນການສຶກສາເຂົ້າກັນເທົ່ານັ້ນ, ແຕ່ຍັງເປັນການວາງຮາກຖານໃໝ່ໃຫ້ການຜະລິດບຸກຄະລາກອນຂັ້ນສູງ, ການຄົ້ນຄວ້າວິທະຍາສາດ, ການຖ່າຍທອດຄວາມຮູ້ ແລະ ການບໍລິການວິຊາການໃຫ້ສັງຄົມ. ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ມະຫາວິທະຍາໄລແຫ່ງຊາດ ໄດ້ຜ່ານຜ່າທັງໂອກາດ ແລະ ສິ່ງທ້າທາຍຫຼາຍປະການ, ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດຂອງສູນກາງພັກ ແລະ ລັດຖະບານ, ການນຳກະຊວງ ສຶກສາທິການ ແລະກີລາ, ການນຳມະຫາວິທະຍາໄລ, ຄວາມຖຸ່ມເທເສຍສະຫຼະຂອງຄູ-ອາຈານ ແລະ ການສະໜັບສະໜູນຈາກພາກສ່ວນຕ່າງໆ, ມະຫາວິທະຍາໄລແຫ່ງຊາດ ຈຶ່ງເລີ່ມເຕີບໃຫຍ່ຂະຫຍາຍຕົວມາຢ່າງຕໍ່ເນື່ອງ ຄືດັ່ງປັດຈຸບັນນີ້. ຈາກການເລີ່ມຕົ້ນດ້ວຍຄະນະວິຊາຈຳນວນໜຶ່ງ, ມະຫາວິທະຍາໄລແຫ່ງຊາດ ໄດ້ຂະຫຍາຍໂຄງສ້າງການຈັດຕັ້ງ, ສ້າງຄະນະວິຊາ, ສະຖາບັນ, ສູນຄົ້ນຄວ້າ ແລະ ບັນດາຫ້ອງການບໍລິຫານວຽກງານຕ່າງໆ ໃຫ້ມີຄວາມຄົບຖ້ວນຫຼາຍຂຶ້ນ. ໃນປັດຈຸບັນ ປະກອບມີ 13 ຄະນະວິຊາ, 2 ສະຖາບັນ, 4 ຫ້ອງການ, ມີຫຼັກສູດນັບແຕ່ຂັ້ນປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ 263 ຫຼັກສູດ ແລະ ມີນັກສຶກສາຫຼາຍກວ່າ 18 ພັນຄົນ. ລວມຈໍານວນຜູ້ທີ່ສໍາເລັດການສຶກສາໃນ 30 ປີຜ່ານມາ ມີ 142,910 ຄົນ. ໃນນັ້ນ, ຍິງ 56,088 ຄົນ. ຄຽງຄູ່ກັນນັ້ນ, ໃນຍຸກທີ່ໂລກມີການເຊື່ອມໂຍງຢ່າງເລິກເຊິ່ງ, ມະຫາວິທະຍາໄລແຫ່ງຊາດ ກໍໄດ້ຂະຫຍາຍການຮ່ວມມືກັບມະຫາວິທະຍາໄລ, ສະຖາບັນການສຶກສາ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ. ປັດຈຸບັນໄດ້ມີການເຊັນສັນຍາຮ່ວມມື 104 ສັນຍາ ຈາກ 18 ປະເທດໃນພາກພື້ນ ແລະ ສາກົນ. ໂອກາດນີ້, ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດໍາລັດ ວ່າດ້ວຍການມອບຫຼຽນໄຊແຮງງານຊັ້ນ I ໃຫ້ ມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດປະດັບຫຼຽນໄຊແຮງງານ ໂດຍທ່ານ ຮສ. ປອ. ທອງສະລິດ ມັງໝໍ່ເມກ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ, ຄະນະນໍາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ຫຼາຍບັນຫາສໍາຄັນດັ່ງນີ້: ໜຶ່ງ: ການສຶກສາ ແມ່ນຮາກຖານຂອງອະນາຄົດ ແລະ ການພັດທະນາຂອງປະເທດ ບໍ່ວ່າຈະຢູ່ໃນຍຸກໃດສະໄໝໃດກໍຕາມ, ວຽກງານສຶກສາແມ່ນວຽກງານຍຸດທະສາດສໍາຄັນ ເປັນພື້ນຖານຂອງຄວາມເປັນຊາດ. ສະນັ້ນ, ການພັດທະນາ ມະຫາວິທະຍາໄລແຫ່ງຊາດ ຕ້ອງຕິດພັນກັບປະຫວັດສາດ ແລະ ມູນເຊື້ອຂອງການສຶກສາລາວ, ມູນເຊື້ອຂອງການປະຕິວັດ. ມະຫາວິທະຍາໄລແຫ່ງຊາດ ຕ້ອງສ້າງຖັນແຖວຄູ-ອາຈານ ແລະ ນັກສຶກສາ ທີ່ກຳແໜ້ນແນວທາງ, ນະໂຍບາຍຂອງພັກ-ລັດ, ມີອຸດົມການການເມືອງ ທີ່ໜັກແໜ້ນ, ມີນໍ້າໃຈຮັກຊາດອັນດູດດື່ມ, ມີລະດັບຄວາມຮູ້-ຄວາມສາມາດ, ລະດັບວິຊາສະເພາະ-ວິຊາການທີ່ທຽບທັນກັບຍຸກສະໄໝ ແລະ ຄວາມຮຽກຮ້ອງຕ້ອງການ. ມະຫາວິທະຍາໄລແຫ່ງຊາດ ນອກຈາກເປັນບ່ອນຖ່າຍທອດຄວາມຮູ້ດ້ານວິຊາການແລ້ວ, ຕ້ອງໄດ້ສ້າງບຸກຄະລາກອນ ທີ່ມີຄວາມພ້ອມຮອບດ້ານຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາລາວ ທີ່ຮັບຮູ້ນໍາກັນແລ້ວນັ້ນ: 3 ລັກສະນະຄື: ລັກສະນະຊາດ, ລັກສະນະວິທະຍາສາດ ແລະ ທັນສະໄໝ, ລັກສະນະມະຫາຊົນ; 5 ຫຼັກມູນຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ແຮງງານສຶກສາ, ພະລະສຶກສາ, ສິລະປະສຶກສາ. ບຸກຄະລາກອນ ທີ່ຜ່ານການສຶກສາຄົ້ນຄວ້າ ແລະ ຈົບຈາກ ມະຫາວິທະຍາໄລແຫ່ງຊາດ ຕ້ອງມີຄຸນນະພາບ, ມີຄວາມພຽບພ້ອມ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຕົວຈິງຂອງທັງພາກລັດ ແລະ ເອກະຊົນ; ສອງ: ພັດທະນາຫຼັກສູດການຮຽນ-ການສອນ ທີ່ສອດຄ່ອງກັບທ່າແຮງຂອງຊາດ, ຄວາມຕ້ອງການຂອງສັງຄົມ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ: ໃນຍຸກໂລກາພິວັດຄືໃນປັດຈຸບັນ, ວິທະຍາສາດເຕັກໂນໂລຊີ ມີການພັດທະນາແບບກ້າວກະໂດດ, ການຮຽນ-ການສອນ ກໍມີການພັດທະນາໄປພ້ອມໆກັນ. ສະນັ້ນ, ຫຼັກສູດວິຊາໃນລະດັບຊັ້ນຕ່າງໆຂອງ ມະຫາວິທະຍາໄລແຫ່ງຊາດ ຕ້ອງມີການປັບປຸງຢູ່ຕະຫຼອດເວລາ. ໃນນັ້ນ, ຕ້ອງຄໍານຶງເຖິງການສ້າງຄົນ ເພື່ອມາຮອງຮັບຂະແໜງການປາຍແຫຼມຂອງປະເທດຊາດ, ສະໜອງບຸກຄະລາກອນ ທີ່ມີຄຸນະພາບໃຫ້ສັງຄົມ ເພື່ອພັດທະນາປະເທດ. ວິທີການສິດສອນ, ຖ່າຍທອດຄວາມຮູ້ ກໍຕ້ອງມີການພັດທະນາ, ຕ້ອງຫັນຈາກການເນັ້ນຖ່າຍທອດຄວາມຮູ້ພຽງຢ່າງດຽວ ໄປສູ່ການພັດທະນາຄວາມຄິດວິເຄາະ-ວິໄຈ, ການແກ້ໄຂບັນຫາ, ຄວາມຄິດສ້າງສັນ, ການຮຽນຮູ້ຕະຫຼອດຊີວິດ ແລະ ຄວາມສາມາດນໍາຄວາມຮູ້ໄປໃຊ້ໃນຕົວຈິງ. ສ້າງ ມະຫາວິທະຍາໄລແຫ່ງຊາດ ໃຫ້ກາຍເປັນສະຖາບັນການສຶກສາຂັ້ນສູງ ທີ່ດີເດັ່ນຂອງປະເທດ ແລະ ຖືກຈັດອັນດັບໃນລະດັບທີ່ດີຂອງສາກົນ, ສູ້ຊົນໃຫ້ຖືກຈັດອັນດັບທີ່ດີຂຶ້ນ ຂອງບັນດາມະຫາວິທະຍາໄລໃນພາກພື້ນອາຊີ (ປີ 2026 ຖືກຈັດລະດັບຢູ່ທີ່ລະດັບ 2,016) ເມື່ອທຽບກັບຫຼາຍປະເທດ, ຫຼາຍສະຖາບັນການສຶກສາຂັ້ນສູງຕ່າງໆ ທີ່ສ້າງຕັ້ງມາຍາວນານ ແລະ ມີຄວາມເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ແຕ່ກໍເຊື່ອໝັ້ນວ່າ ມະຫາວິທະຍາໄລແຫ່ງຊາດ ຂອງພວກເຮົາຖ້າພ້ອມກັນຕັດສິນໃຈບຸກບືນສູ້ຊົນແລ້ວ ຈະສາມາດຍົກລະດັບໃຫ້ນັບມື້ນັບສູງຂຶ້ນໄດ້ດ້ວຍກໍາລັງແຮງພາຍໃນ ແລະ ດ້ວຍການຮຽນຮູ້ຈາກສາກົນ; ສາມ: ຍົກລະດັບການຄົ້ນຄວ້າຂອງຖັນແຖວຄູ-ອາຈານ ແລະ ນັກສຶກສາ, ສ້າງ ມະຫາວິທະຍາໄລແຫ່ງຊາດ ໃຫ້ກາຍເປັນສູນກາງຂອງການຄົ້ນຄວ້າວິທະຍາສາດຂອງຊາດ, ມະຫາວິທະຍາໄລແຫ່ງຊາດ ບໍ່ຄວນເປັນພຽງບ່ອນຖ່າຍທອດຄວາມຮູ້, ແຕ່ຕ້ອງເປັນແຫຼ່ງສ້າງຄວາມຮູ້ໃໝ່ ເປັນສູນລວມຄັ້ງປັນຍາ ແລະ ເປັນກໍາລັງສໍາຄັນໃນການແກ້ໄຂບັນຫາຂອງສັງຄົມ; ຕ້ອງຊຸກຍູ້ການຄົ້ນຄວ້າໃນຂະແໜງການທີ່ປະເທດມີຄວາມຕ້ອງການເຊັ່ນ: ກະສິກຳ, ອຸດສາຫະກຳ, ພະລັງງານ, ສິ່ງແວດລ້ອມ, ສາທາລະນະສຸກ, ເສດຖະກິດດີຈີຕອນ, ການບໍລິຫານລັດ ແລະ ການພັດທະນາຊຸມຊົນ; ສ້າງ ແລະ ຍົກລະດັບເຄືອຂ່າຍການພົວພັນຮ່ວມມື ໃນການສຶກສາຄົ້ນຄວ້າ ແລະ ແລກປ່ຽນບົດຮຽນວິທະຍາສາດ ກັບສະຖາບັນການສຶກສາຕ່າງປະເທດ. ຜົນການຄົ້ນຄວ້າຕ້ອງສາມາດນໍາໄປໃຊ້ປະໂຫຍດໄດ້ຈິງ, ຊ່ວຍຍົກລະດັບການຜະລິດ, ເພີ່ມມູນຄ່າຜະລິດຕະພັນ, ປັບປຸງການບໍລິການ ແລະ ສະໜອງຂໍ້ມູນທາງວິຊາການໃຫ້ການກໍານົດນະໂຍບາຍຂອງລັດ; ສີ່: ຕ້ອງສ້າງຄູ-ອາຈານ ແລະ ນັກວິຊາການໃຫ້ມີຄຸນນະພາບສູງ: ຄູ-ອາຈານ ແມ່ນປັດໄຈຕັດສິນຄຸນນະພາບການສຶກສາ. ສະນັ້ນ, ມະຫາວິທະຍາໄລແຫ່ງຊາດ ຕ້ອງໃຫ້ຄວາມສໍາຄັນຕໍ່ການພັດທະນາຄວາມສາມາດຂອງຄູ-ອາຈານຢ່າງຕໍ່ເນື່ອງ, ທັງດ້ານຄວາມຮູ້ສາຂາວິຊາ, ວິທີການສິດສອນ, ພາສາຕ່າງປະເທດ, ທັກສະດີຈີຕອນ, ຈັນຍາບັນ-ຈັນຍາທໍາຕໍ່ວິຊາຊີບ ແລະ ຄວາມສາມາດຄົ້ນຄວ້າວິທະຍາສາດ; ຕ້ອງມີກົນໄກ ທີ່ເໝາະສົມໃນການດຶງດູດ, ຮັກສາ ແລະ ສົ່ງເສີມບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ ພ້ອມທັງສ້າງບັນຍາກາດການເຮັດວຽກ ທີ່ເອື້ອອໍານວຍຕໍ່ການສິດສອນ ແລະ ການຄົ້ນຄວ້າວິທະຍາສາດ; ຫ້າ: ສ້າງສະພາບແວດລ້ອມ ແລະ ສິ່ງອໍານວຍຄວາມສະດວກໃຫ້ການຮຽນ-ການສອນ ຕ້ອງປັບປຸງ, ພັດທະນາ ແລະ ນໍາໃຊ້ພື້ນຖານໂຄງລ່າງ (ຕຶກອາຄານ, ຫ້ອງຮຽນ, ໂຕະຕັ່ງ ແລະ ອຸປະກອນການຮຽນ-ການສອນ) ໃຫ້ກຸ້ມຄ່າ ແລະ ທັນສະ ໄໝ, ຕ້ອງມີການວາງແຜນຜັງພັດທະນາ ທີ່ເປັນລະບົບຄົບຊຸດ, ມີທັງເຂດສີຂຽວ, ເຂດຈັດກິດຈະກຳກາງແຈ້ງ, ສູນກີລາ, ຫ້ອງທົດລອງ, ຫໍສະໝຸດ ແລະ ອື່ນໆ, ສ້າງເງື່ອນໄຂສະດວກໃຫ້ທັງຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໄດ້ຊົມໃຊ້ຢ່າງມີປະສິດທິຜົນສູງ. ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງຄູ-ອາຈານ ແລະ ນັກສຶກສາ ໃຫ້ມີສະຖານທີ່ພັກອາໄສໄດ້ມາດຕະຖານ, ປັບປຸງຫໍພັກຄູ-ອາຈານ ແລະ ຫໍພັກນັກສຶກສາໃຫ້ເປັນລະບຽບ ແລະ ສະອາດຈົບງາມ. ມະຫາວິທະຍາໄລແຫ່ງຊາດ ຕ້ອງເປັນແວ່ນແຍງໃຫ້ທຸກສະຖາບັນ ໃນທົ່ວສັງຄົມ. ມະຫາວິທະຍາໄລແຫ່ງຊາດ ນອກຈາກເປັນສະຖານທີ່ຖ່າຍທອດບົດຮຽນລະຫວ່າງຄູ-ອາຈານ ແລະ ນັກສຶກສາແລ້ວ ຍັງເປັນສະຖານທີ່ຂອງການແລກປ່ຽນບົດຮຽນ, ຄວາມຮູ້ ປະສົບການຂອງບັນດາຜູ້ຊົງຄຸນວຸດທິ ແລະ ນັກປາດອາຈານຕ່າງໆ. ສະນັ້ນ, ຕ້ອງຄົ້ນຄວ້າສ້າງສະຖານທີ່ ທີ່ເໝາະສົມເປັນເວທີຂອງການສົນທະນາ, ການແລກປ່ຽນທັດສະນະ, ແລກປ່ຽນບົດຮຽນ ທີ່ອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍ.