ໃນທີ 5 ພະຈິກ 2026 ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມໂຕະມົນຄັ້ງປະຖົມມະເລີກ ເພື່ອປຶກສາຫາລືກ່ຽວກັບການສ້າງຕັ້ງ ແລະ ກຳນົດທິດທາງຍຸດທະສາດຂອງສູນຄົ້ນຄວ້າສະຖາປັດຕະຍະກຳ ແລະ ຜັງເມືອງທີ່ຍືນຍົງ (Sustainable Architecture and Urbanism Research Center: SAURCE) ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ສາດສະດາຈານ ມາຊາມິ ໂຄບາຍາຊິ ສາດສະດາຈານກຽດຕິຄຸນຈາກ ມະຫາວິທະຍາໄລເມຈິ ປະເທດຍີ່ປຸ່ນ ມີທ່ານຫົວໜ້າຄະນະວິຊາຄະນະສະຖາປັດຕະຍະກຳສາດ ພ້ອມດ້ວຍ ຄູ-ອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້ ທ່ານ ສາດສະດາຈານ ມາຊາມິ ໂຄບາຍາຊິ ໄດ້ນຳສະເໜີວິໄສທັດ ແລະ ທິດທາງການດຳເນີນງານຂອງສູນ SAURCE ໂດຍເນັ້ນ 4 ເສົາຫຼັກສຳຄັນ ປະກອບມີ: 1. ຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ 2. ການຮັກສາເອກະລັກທາງວັດທະນະທຳ ແລະ ອະນຸລັກມໍລະດົກ 3. ສະຫວັດດີພາບ ແລະ ຄວາມສະເໝີພາບທາງສັງຄົມ 4. ການມີສ່ວນຮ່ວມ ແລະ ການຮ່ວມສ້າງຂອງສັງຄົມ. ພ້ອມທັງສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງ ມະຫາວິທະຍາໄລແຫ່ງຊາດ ໃນການຂະຫຍາຍການຮ່ວມມື ແລະ ຍົກລະດັບວຽກງານຄົ້ນຄວ້າສູ່ສາກົນ. ກອງປະຊຸມຄັ້ງນີ້ຖືເປັນບາດກ້າວສຳຄັນໃນການຍົກລະດັບວຽກງານຄົ້ນຄວ້າວິທະຍາສາດຂອງ ມະຫາວິທະຍາໄລແຫ່ງຊາດ ສູ່ລະດັບສາກົນ ແລະ ເປັນສ່ວນໜຶ່ງໃນການສະຫຼອງຄົບຮອບ 30 ປີ ຂອງມະຫາວິທະຍາໄລແຫ່ງຊາດ.
ສຳລັບສູນ SAURCE ແມ່ນໄດ້ຮັບການສ້າງຕັ້ງຜ່ານເຄືອຂ່າຍຄວາມຮ່ວມມືກັບສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຊັ້ນສູງຫຼາຍແຫ່ງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກ. ໂດຍມີແຜນພັດທະນາຫ້ອງທົດລອງ ແລະ ຫ້ອງຄົ້ນຄວ້າທີ່ເນັ້ນການສຶກສາແບບສະຫະສາຂາວິຊາ ກວມເອົາດ້ານການອອກແບບ, ການກໍ່ສ້າງ ແລະ ສິ່ງແວດລ້ອມທີ່ສ້າງຂຶ້ນ ເພື່ອຄົ້ນຄວ້າ ແລະ ຫາແນວທາງແກ້ໄຂສິ່ງທ້າທາຍດ້ານສະຖາປັດຕະຍະກຳ ແລະ ຜັງເມືອງຢ່າງຍືນຍົງ ທັງໃນ ສປປ ລາວ ແລະ ພາກພື້ນລຸ່ມແມ່ນ້ຳຂອງ.
ຂະນະດຽວກັນ ທ່ານ ຮສ. ປອ. ສຸກັນ ຈິດປັນຍາ ຫົວໜ້າຄະນະວິຊາສະຖາປັດຕະຍະກຳສາດ ກໍໄດ້ລາຍງານກ່ຽວກັບການສ້າງຕັ້ງ ແລະ ແຜນການດຳເນີນງານຂອງສູນ ໂດຍລະບຸວ່າ SAURCE ຈະເປັນກົນໄກສຳຄັນໃນການຜັກດັນ ມຊ ໄປສູ່ການຈັດການສຶກສາທີ່ອີງໃສ່ຫ້ອງທົດລອງ (Laboratory-Based Education: LBE) ຜ່ານຫຼັກສູດລະດັບປະລິນຍາໂທ ແລະ ປະລິນຍາເອກ. ນອກຈາກນີ້ ຍັງມຸ່ງເນັ້ນການສົ່ງເສີມການຄົ້ນຄວ້າດ້ານສະຖາປັດຕະຍະກຳ, ຊຸມຊົນ ແລະ ຜັງເມືອງທີ່ຍືນຍົງ ພ້ອມທັງສະໜັບສະໜູນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs), ວາລະຜັງເມືອງທົ່ວໂລກ ແລະ ຍຸດທະສາດພັດທະນາຕົວເມືອງແຫ່ງຊາດ.
ໃນໂອກາດນີ້, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ໄດ້ເນັ້ນຢ້ຳເຖິງຄວາມຈຳເປັນໃນການເລັ່ງສ້າງລະບົບບໍລິຫານຈັດການຂອງສູນໃຫ້ມີຄວາມຊັດເຈນ ແລະ ມີປະສິດທິພາບ ພ້ອມທັງເລັ່ງລະດົມທຶນ ແລະ ພັດທະນາຂີດຄວາມສາມາດຂອງນັກຄົ້ນຄວ້າ ເພື່ອໃຫ້ສູນສາມາດຂັບເຄື່ອນວິໄສທັດ ແລະ ພາລະກິດໃຫ້ເກີດຜົນເປັນຮູບປະທຳ ອີກດ້ວຍ.