Select your language

ໃນວັນທີ 10 ພະຈິກ 2026, ຢູ່ທີ່ຫ້ອງຮັບແຂກ VIP ຕຶກຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍ ຮອງຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ, ຕາງໜ້າຄະນະອັກສອນສາດ, ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບຄະນະຕົວແທນຈາກ ມະຫາວິທະຍາໄລ ຫົງເຮີ (Honghe University), ແຂວງຢູນນານ, ສປ ຈີນ ເຊິ່ງນຳໂດຍ ທ່ານ Zhang Liangwei, ຮອງປະທານສະພາ ມະຫາວິທະຍາໄລ ຫົງເຮີ ໃນໂອກາດເຂົ້າຢ້ຽມຢາມ ແລະ ປຶກສາຫາລືການຮ່ວມມືທາງດ້ານການສຶກສາ. ການພົບປະໃນຄັ້ງນີ້ ມີຈຸດປະສົງເພື່ອກວດກາ ແລະ ສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມືທີ່ມີຢູ່ແລ້ວໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ໂດຍສະເພາະແມ່ນການປະເມີນ ແລະ ປັບປຸງຫຼັກສູດການຮ່ວມມື 3+1 ສິດສອນພາສາລາວ ໃຫ້ກັບນັກສຶກສາຈີນ ທີ່ໄດ້ຈັດຕັ້ງປະຕິບັດຢູ່ຄະນະອັກສອນສາດ ມຊ ທຸກໆປີ. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນທັດສະນະກ່ຽວກັບການຄຸ້ມຄອງການຮຽນ-ການສອນ, ການທຽບໂອນໜ່ວຍກິດ, ແລະ ການສ້າງແພລດຟອມການສຶກສາຕ່າງປະເທດ ເພື່ອສົ່ງເສີມການແລກປ່ຽນນັກສຶກສາສອງຝ່າຍ (ລາວ-ຈີນ) ແລະ ເພີ່ມທະວີການແລກປ່ຽນທາງດ້ານວັດທະນະທຳ. ນອກຈາກວຽກງານຮ່ວມມືທີ່ມີຢູ່ແລ້ວ, ຄະນະນຳຂອງທັງສອງມະຫາວິທະຍາໄລ ຍັງໄດ້ເຫັນດີຂະຫຍາຍຂອບເຂດການຮ່ວມມືໄປສູ່ຂົງເຂດໃໝ່ໆ ທີ່ມີຄວາມສຳຄັນຕໍ່ການພັດທະນາ, ໂດຍສະເພາະແມ່ນການຮ່ວມມືດ້ານການຄົ້ນຄວ້າວິໄຈ ທາງດ້ານກະສິກຳ ແລະ ປ່າໄມ້. ໃນນັ້ນ, ທັງສອງຝ່າຍໄດ້ໃຫ້ຄວາມສົນໃຈເປັນພິເສດໃນການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ແລະ ການພັດທະນາຟາມອັດສະລິຍະ (Smart Farm) ເພື່ອຍົກລະດັບການຜະລິດ, ການຄຸ້ມຄອງຊັບພະຍາກອນ ແລະ ການຄົ້ນຄວ້າທາງດ້ານນວັດຕະກຳກະສິກຳຍຸກໃໝ່. ການພົບປະໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ໄມຕີຈິດມິດພາບ, ເຊິ່ງທັງສອງຝ່າຍໄດ້ສະແດງຄວາມມຸ່ງໝັ້ນທີ່ຈະສືບຕໍ່ປະສານງານຢ່າງໃກ້ຊິດ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງການສົນທະນາໃຫ້ປະກົດຜົນເປັນຮູບປະທຳ ແລະ ສ້າງກົນໄກການຮ່ວມມືແບບຍາວນານ ແລະ ຍືນຍົງ ລະຫວ່າງ ມະຫາວິທະຍາໄລແ່ງຊາດ ແລະ ມະຫາວິທະຍາໄລ ຫົງເຮີ ໃນຕໍ່ໜ້າ.