ໃນຕອນບ່າຍຂອງວັນທີ 11 ພະຈິກ 2026, ທີ່ຫ້ອງຮັບແຂກ 215 ຕຶກຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະນຳຈາກຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ, ຄະນະວິທະຍາສາດສັງຄົມ, ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກັບຄະນະຜູ້ແທນຈາກ ມະຫາວິທະຍາໄລຣາຊະພັດສະກົນນະຄອນ (Sakon Nakhon Rajabhat University) ປະເທດໄທ, ນຳໂດຍ ທ່ານ ສຈ. ປອ. ທົດສະວັດ ສີຕະວັນ ຮອງອະທິການບໍດີ ມະຫາວິທະຍາໄລຣາຊະພັດສະກົນນະຄອນ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ຄູ-ອາຈານ ລວມທັງໝົດ 7 ທ່ານ.
ການພົບປະ ແລະ ລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຕັ້ງ ແລະ ຂະຫຍາຍການຮ່ວມມືທາງດ້ານວິຊາການລະຫວ່າງສອງສະຖາບັນການສຶກສາຊັ້ນສູງ ໃຫ້ມີຄວາມເຂັ້ມແຂງ ແລະ ເປັນຮູບປະທຳຫຼາຍຂຶ້ນ. ຂອບເຂດການຮ່ວມມືຫຼັກປະກອບມີ ການແລກປ່ຽນນັກສຶກສາ ແລະ ບຸກຄະລາກອນ, ການຮ່ວມມືດ້ານການຄົ້ນຄວ້າວິໄຈຮ່ວມກັນ, ການພັດທະນາວິຊາການ ແລະ ການແລກປ່ຽນທາງດ້ານວັດທະນະທຳລະຫວ່າງສອງປະເທດ. ໃນນັ້ນ, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຈະເປັນພາກສ່ວນຫຼັກໃນການດຳເນີນງານ ແລະ ຈັດຕັ້ງປະຕິບັດກິດຈະກຳຕົວຈິງ ຮ່ວມກັບຄະນະມະນຸດສາດ ແລະ ສັງຄົມສາດ ຂອງມະຫາວິທະຍາໄລຣາຊະພັດສະກົນນະຄອນ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
ການຮ່ວມມືດັ່ງກ່າວ ຈະເປັນການເປີດໂອກາດອັນສຳຄັນໃຫ້ແກ່ຄູ-ອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາຂອງທັງສອງມະຫາວິທະຍາໄລ ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ຍົກລະດັບທັກສະຄວາມຮູ້ຄວາມສາມາດ ໂດຍສະເພາະໃນຂົງເຂດວິທະຍາສາດສັງຄົມ ແລະ ການສຶກສາ, ທັງເປັນການສ້າງເຄືອຂ່າຍຄູ່ຮ່ວມມືທາງວິຊາການທີ່ຍືນຍົງລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.
ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄະນະຜູ້ແທນຈາກມະຫາວິທະຍາໄລຣາຊະພັດສະກົນນະຄອນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຮ່ວມລົງນາມໃນຄັ້ງນີ້. ພ້ອມກັນນັ້ນ, ທ່ານຍັງໄດ້ກ່າວເນັ້ນໜັກວ່າ ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ບໍ່ຄວນເປັນພຽງແຕ່ການລົງນາມໃນເອກະສານເທົ່ານັ້ນ, ແຕ່ຕ້ອງໄດ້ຮັບການຈັດຕັ້ງປະຕິບັດຕົວຈິງໃຫ້ເກີດດອກອອກຜົນ ແລະ ມີປະສິດທິພາບສູງສຸດ ໂດຍຜ່ານການສ້າງແຜນງານ ແລະ ໂຄງການຮ່ວມມືລະອຽດລະຫວ່າງພາກສ່ວນວິຊາການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ການພັດທະນາການສຶກສາ, ການຄົ້ນຄວ້າວິໄຈ ແລະ ບຸກຄະລາກອນຂອງທັງສອງສະຖາບັນ. ຫຼັງຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍຍັງໄດ້ມອບຂອງທີ່ລະນຶກໃຫ້ແກ່ກັນ ເພື່ອເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມ.