ໃນວັນທີ 12 ພະຈິກ 2026 ຜ່ານມາ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວ (ສກມລ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມ ພ້ອມດ້ວຍຄະນະກຳມະການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ລົງຢ້ຽມຢາມ ແລະ ຕິດຕາມການຝຶກຊ້ອມຂອງທັບນັກກິລານັກສຶກສາລາວ ຕາມສະຖານທີ່ຝຶກຊ້ອມຕ່າງໆ ເພື່ອຊຸກຍູ້ ແລະ ໃຫ້ກຳລັງໃຈແກ່ຄະນະຄູຝຶກ ແລະ ນັກກິລາ ໃນໄລຍະໂຄ້ງສຸດທ້າຍຂອງການກະກຽມຄວາມພ້ອມ ເຂົ້າຮ່ວມງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 22 (22nd ASEAN University Games) ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 10–20 ທັນວາ 2026 ທີ່ປະເທດມາເລເຊຍ.
ສຳລັບການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ສົ່ງຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 87 ຄົນ ໃນ 7 ປະເພດກິລາ ປະກອບມີ: ກິລາແລ່ນ-ລານ, ເປຕັງ, ກະຕໍ້, ເທຄວັນໂດ, ປັນຈັກສີລັດ, ຄາລາເຕໂດ ແລະ ປິ່ງປ່ອງ. ການລົງເຄື່ອນໄຫວຄັ້ງນີ້ ແມ່ນເພື່ອກວດກາຄວາມຄືບໜ້າດ້ານເຕັກນິກ, ສະມັດຖະພາບທາງຮ່າງກາຍ, ສະພາບແວດລ້ອມການຝຶກຊ້ອມ ແລະ ຮັບຟັງຂໍ້ສະດວກ-ຂໍ້ຫຍຸ້ງຍາກຂອງແຕ່ລະສະຫະພັນກິລາ ເພື່ອຮັບປະກັນໃຫ້ນັກກິລາທຸກຄົນມີຄວາມພ້ອມສູງສຸດທັງດ້ານຮ່າງກາຍ ແລະ ຈິດໃຈ.
ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຄະນະຄູຝຶກ ແລະ ນັກກິລາແຕ່ລະປະເພດ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມຕັ້ງໃຈ, ຄວາມອົດທົນພະຍາຍາມ ແລະ ຄວາມເສຍສະຫຼະໃນການຝຶກຊ້ອມຢ່າງໜັກໜ່ວງຕະຫຼອດໄລຍະຜ່ານມາ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ນັກກິລາທຸກຄົນຮັກສາສຸຂະພາບ, ປະຕິບັດລະບຽບວິໄນຂອງການຝຶກຊ້ອມຢ່າງເຂັ້ມງວດ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ ແລະ ນຳເອົາບົດຮຽນເຕັກນິກຈາກຄູຝຶກໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ ເພື່ອຍາດແຍ່ງເອົາຜົນງານ ແລະ ສ້າງຊື່ສຽງມາສູ່ປະເທດຊາດ ກໍຄືວົງການກິລາມະຫາວິທະຍາໄລລາວ ໃນເວທີລະດັບພາກພື້ນ.
ການລົງຕິດຕາມຊຸກຍູ້ຂອງຄະນະນຳສະຫະພັນກິລາມະຫາວິທະຍາໄລລາວໃນຄັ້ງນີ້ ໄດ້ສ້າງຂວັນ ແລະ ກຳລັງໃຈອັນສຳຄັນໃຫ້ແກ່ທັບນັກກິລານັກສຶກສາລາວທັງ 87 ຄົນ ໃຫ້ມີຄວາມກະຕືລືລົ້ນ ແລະ ຄວາມໝັ້ນໃຈຫຼາຍຂຶ້ນ ກ່ອນຈະອອກເດີນທາງໄປຮ່ວມຊີງໄຊໃນງານມະຫາກຳກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 22 ທີ່ປະເທດມາເລເຊຍ ໃນຕົ້ນເດືອນທັນວາທີ່ຈະມາເຖິງນີ້.