ໃນວັນທີ 11 ພະຈິກ 2026 ນີ້ ສະຖາບັນພັດທະນາຊັບພະຍາກອນມະນຸດ-ລາວຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມຢູ່ ສປປ ລາວ ປະຈຳປີ 2026 ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ໂນບຸກຸ ກະຢະຊິມະ (Nobuko KAYASHIMA) ຜູ້ອຳນວຍການມູນນິທິຮອນດາ ປະເທດຍີ່ປຸ່ນ, ມີທ່ານຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ຜູ້ຕາງໜ້າເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ສປປ ລາວ, ພ້ອມດ້ວຍທ່ານຫົວໜ້າຄະນະວິຊາ, ຮອງຫົວໜ້າຄະນະວິຊາ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ກໍໄດ້ຂຶ້ນລາຍງາຍຫຍໍ້ກ່ຽວກັບການດຳເນີນໂຄງການ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ໂຄງການລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມຢູ່ ສປປ ລາວ ປະຈຳປີ 2026 ໄດ້ເລີ່ມຕົ້ນທີ່ປະເທດຫວຽດນາມ ໃນປີ 2006, ປະເທດອິນເດຍ ໃນປີ 2007 ແລະ ຂະຫຍາຍມາຍັງປະເທດລາວ ແລະ ກຳປູເຈຍ ໃນປີ 2008, ທີ່ປະເທດມຽນມາ ປີ 2014 ແລະ ຢູ່ປະເທດບັງກະລາເທດ ປີ 2018. ໄລຍະ 5 ປີ ຄັ້ງທີ 1 ແຕ່ປີ 2008 ເຖິງ 2012, ໂຄງການໄລຍະ 2 ເຊິ່ງເລີ່ມຕົ້ນໃນປີ 2013 ຮອດປີ 2017. ໃນປະເທດລາວ ໂຄງການດັ່ງກ່າວໄດ້ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ ແລະ ມີຜົນດີຕໍ່ການຊຸກຍູ້ໃຫ້ນັກສຶກສາໄດ້ແຂ່ງຂັນກັນໃນການຄົ້ນຄ້ວາຮໍ່າຮຽນ ແລະ ປະກອບສ່ວນວຽກງານໃນສັງຄົມຢ່າງຫ້າວຫັນ. ມູນນິທິຮອນດາຈຶ່ງໄດ້ສືບຕໍ່ໂຄງການໃນໄລຍະທີ 4 ແຕ່ປີ 2023-2028. ສຳລັບປີ 2026 ໂຄງການໄດ້ມີການເປີດຮັບສະໝັກນັກສຶກສາທີ່ມີຄວາມສົນໃຈເຂົ້າຮ່ວມແຂ່ງຂັນ ນັບແຕ່ເດືອນ ເມສາ ເປັນຕົ້ນມາໂດຍມີເປົ້າໝາຍໃນ 4 ຄະນະວິຊາຄື: ຄະນະວິສະວະກຳສາດ, ຄະນະຊັບພະຍາກອນນໍ້າ, ຄະນະວິທະຍາສາດທຳມະຊາດ ແລະ ຄະນະສະຖາປັດຕະຍະກຳສາດ ເຊິ່ງມີນັກສຶກສາສົນໃຈສະໝັກເຂົ້າຮ່ວມແຂ່ງຂັນທັງໝົດ 160 ຄົນ ຖືວ່າເພີ່ມຂຶ້ນຈາກປີທີ່ຜ່ານມາ 30% ເຊິ່ງຂະບວນການຄັດເລືອກແມ່ນປະກອບມີ: ການຄັດເລືອກຈາກແບບຟອມສະໝັກ, ການສອບເສັງບົດຂຽນພາກພາສາລາວ, ການສອບເສັງບົດຂຽນພາກພາສາອັງກິດ ແລະ ການສຳພາດພາກພາສາອັງກິດ.
ຜ່ານການຄັດເລືອກນັກສຶກສາທີ່ໄດ້ຮັບລາງວັນຊະນະເລີດ ລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມຢູ່ ສປປ ລາວ ປະຈຳປີ 2026 ໄດ້ແກ່ ທ້າວ ສິລິສັກ ສີປະສົງ ນັກສຶກສາ ພາກວິຊາວິທະຍາສາດຄອມພີວເຕີ ຄະນະວິທະຍາສາດທຳມະຊາດ ແລະ ນາງ ກັນຈະນາ ແສນບຸດຕະລາດ ນັກສຶກສາ ພາກວິຊາສະຖາປັດຕະຍະກຳສາດ ຄະນະສະຖາປັດຕະຍະກຳສາດ ໄດ້ຮັບເງິນລາງວັນຜູ້ລະ 3,000 ໂດລາສະຫະລັດ ພ້ອມດ້ວຍຫຼຽນລາງວັນ.
ໃນໂອກາດດຽວກັນ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ກໍໄດ້ມີຄຳເຫັນ ເຊິ່ງທ່ານໄດ້ກ່າວວ່າ ໂຄງການລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມຢູ່ ສປປ ລາວ ເປັນອີກໂຄງການທີ່ເຮັດໃຫ້ນັກສຶກສາ ທີ່ມີໃຈມັກຮັກກ່ຽວກັບການຄົ້ນຄວ້າວິທະຍາສາດ ໄດ້ຄົ້ນຄິດ ແລະ ສ້າງນະວັດຕະກຳໃໝ່ໆ, ເປັນເວທີສົ່ງເສີມໃຫ້ໄວໜຸ່ມໄດ້ສະແດງຄວາມຮູ້ ຄວາມສາມາດ້ານວິທະຍາສາດ, ພ້ອມທັງດຳເນີນການຄັດເລືອກຕາມຂະບວນການດ້ວຍຄວາມໂປ່ງໃສ ແລະ ສາມາດຄັດເລືອກໄດ້ນັກສຶກສາ 2 ຄົນສຸດທ້າຍທີ່ໄດ້ຄະແນນສູງທີ່ສຸດເພື່ອຮັບລາງວັນ. ການໄດ້ຮັບການສະໜັບສະໜູນຈາກມູນນິທິຮອນດາ ປະເທດຍີ່ປຸ່ນ ກໍຖືເປັນຂີດໝາຍທີ່ສຳຄັນ ເຊິ່ງໄດ້ສ້າງ ແລະ ພັດທະນາໄວໜຸ່ມຢູ່ ສປປ ລາວ ໃຫ້ກາຍເປັນນັກຄົ້ນຄວ້າວິທະຍາສາດ ແລະ ວິສະວະກອນໜຸ່ມທີ່ມີຄວາມຮູ້ຄວາມສາມາດໃນຫຼາຍຮຸ່ນ ເຊິ່ງການຮ່ວມມືດັ່ງກ່າວໄດ້ກາຍເປັນການຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງສອງຊາດ ລາວ-ຍີ່ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ພ້ອມນັ້ນ, ໃນທ້າຍພິທີນັກສຶກສາທີ່ໄດ້ຮັບລາງວັນກໍໄດ້ສະແດງຄວາມຮູ້ສຶກ ແລະ ຄວາມມຸ່ງຫວັງຂອງຕົນເອງທີ່ໄດ້ຮັບລາງວັນໃນຄັ້ງນີ້ອີກດ້ວຍ.