Select your language

ໃນຕອນບ່າຍ ຂອງວັນທີ 19 ພະຈິກ 2026 ທີ່ຫ້ອງຮັບແຂກ VIP ຕຶກຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະປຶກສາຫາລືວຽກງານຂອງຄະນະຜູ້ແທນຈາກ ມະຫາວິທະຍາໄລ Chuxiong Normal University ແຂວງຢຸນນານ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ເຊິ່ງນຳໂດຍ ທ່ານ ຊູ ເວີຍ (Xu Wei) ຮອງອະທິການບໍດີ ມະຫາວິທະຍາໄລ Chuxiong Normal University ພ້ອມດ້ວຍຄະນະ ການພົບປະຄັ້ງນີ້ ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງ ມຊ ເຂົ້າຮ່ວມຢ່າງພ້ອມພຽງ ເປັນຕົ້ນແມ່ນ ຄະນະວິທະຍາສາດທຳມະຊາດ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ພ້ອມດ້ວຍຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ. ສ່ວນຝ່າຍຄະນະຜູ້ແທນຈາກ ສປ ຈີນ ປະກອບມີຄະນະນຳຈາກ ຄະນະຄຸ້ມຄອງ ແລະ ເສດຖະສາດ, ຄະນະວິທະຍາສາດຄອມພິວເຕີ ແລະ ປັນຍາປະດິດ, ຄະນະການສຶກສາຕໍ່ເນື່ອງ ແລະ ຫ້ອງການຮ່ວມມື ແລະ ແລກປ່ຽນສາກົນ ເຂົ້າຮ່ວມ. ຈຸດປະສົງຫຼັກຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືດ້ານການສຶກສາລະຫວ່າງສອງສະຖາບັນໃຫ້ມີຄວາມໃກ້ຊິດ ແລະ ເກີດດອກອອກຜົນຢ່າງເປັນຮູບປະທຳ. ໃນກອງປະຊຸມ, ທັງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລືກັນກ່ຽວກັບທິດທາງການຮ່ວມມືໃນຫຼາຍດ້ານທີ່ສຳຄັນ ເປັນຕົ້ນແມ່ນ ການແລກປ່ຽນນັກສຶກສາ ແລະ ຄູ-ອາຈານ ຮ່ວມກັນ ເພື່ອເປີດໂອກາດໃຫ້ໄດ້ຮຽນຮູ້ ແລະ ແລກປ່ຽນປະສົບການດ້ານວິຊາການ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບວຽກງານການຄົ້ນຄວ້າວິໄຈຮ່ວມກັນ ໂດຍເນັ້ນໃສ່ ສາຂາກະສິກຳ ແລະ ສາຂາຄອມພິວເຕີ, ລວມທັງຄວາມເປັນໄປໄດ້ໃນການຮ່ວມມືເປີດສູນການຝຶກອົບຮົມຮ່ວມກັນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ບຸກຄະລາກອນ ແລະ ນັກສຶກສາ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ຕັ້ງເປົ້າໝາຍວ່າ ໃນປີໜ້າ (ປີ 2027) ຈະໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນຢ່າງເປັນທາງການ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງການຮ່ວມມືດັ່ງກ່າວໃຫ້ປະກົດຜົນເປັນຈິງ. ໃນຕອນທ້າຍຂອງການພົບປະ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານ ຊູ ເວີຍ ພ້ອມດ້ວຍຄະນະ ທີ່ໄດ້ເສຍສະຫຼະເວລາອັນມີຄ່າເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ມຊ ໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ຄະນະຜູ້ແທນຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ມີຄວາມສຸກຕະຫຼອດໄລຍະການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ). ຫຼັງຈາກນັ້ນ, ທັງສອງຝ່າຍຍັງໄດ້ມອບຂອງທີ່ລະນຶກໃຫ້ແກ່ກັນ ແລະ ຖ່າຍຮູບຮ່ວມກັນໄວ້ເປັນທີ່ລະນຶກ.