Select your language

ໃນຕອນບ່າຍຂອງວັນທີ 20 ພະຈິກ 2026 ທີ່ຫ້ອງຮັບແຂກ VIP ຕຶກຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍຄະນະ ຕາງໜ້າຈາກຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ແລະ ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະແລກປ່ຽນດ້ານວິຊາການຂອງຄະນະຜູ້ແທນຈາກປະເທດຮົງກາລີ. ການພົບປະຄັ້ງນີ້ ຈັດຂຶ້ນເພື່ອເປັນການເສີມຂະຫຍາຍສາຍພົວພັນ ແລະ ວາງທິດທາງການຮ່ວມມືດ້ານການສຶກສາລະຫວ່າງ ມຊ ແລະ ສະຖາບັນການສຶກສາຂອງປະເທດຮົງກາລີ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນ: ໂຄງການແລກປ່ຽນທຶນການສຶກສາໃນຮູບແບບ 2+2, ການສະໜັບສະໜູນທຶນການສຶກສາໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ນັກສຶກສາ ແລະ ພະນັກງານຄູ-ອາຈານ ລວມທັງການຮ່ວມມືດ້ານການຄົ້ນຄວ້າວິໄຈທາງວິຊາການຮ່ວມກັນ. ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນໃນການກະກຽມຄວາມພ້ອມ ເພື່ອກ້າວໄປສູ່ການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນໃນອະນາຄົດອັນໃກ້ນີ້ ເພື່ອສ້າງກອບການຮ່ວມມືທີ່ເປັນຮູບປະທຳ. ໃນຕອນທ້າຍຂອງການພົບປະ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄະນະຜູ້ແທນຈາກປະເທດຮົງກາລີ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ນຳເອົາໂອກາດທາງການສຶກສາອັນດີມາສູ່ ມຊ. ນອກຈາກນັ້ນ, ທ່ານຍັງໄດ້ກ່າວເຖິງຄວາມມຸ່ງໝັ້ນ ແລະ ອຸດົມການສ່ວນຕົວດ້ວຍບັນຍາກາດທີ່ເປັນກັນເອງວ່າ: "ຕະຫຼອດເສັ້ນທາງຊີວິດການເຮັດວຽກດ້ານວິຊາການ, ຂ້າພະເຈົ້າມີຄວາມຮັກ ແລະ ມັກໃນວຽກງານການຄົ້ນຄວ້າວິໄຈ, ການສິດສອນ ລວມທັງການເປັນທີ່ປຶກສາໃຫ້ແກ່ນັກສຶກສາ ແລະ ນັກວິໄຈຮຸ່ນໃໝ່" ເຊິ່ງຄວາມມັກຮັກດັ່ງກ່າວ ແມ່ນສອດຄ່ອງກັບເປົ້າໝາຍການຮ່ວມມືໃນຄັ້ງນີ້ ທີ່ຈະຊ່ວຍຍົກລະດັບຄຸນນະພາບການຮຽນ-ການສອນ ແລະ ການພັດທະນາບົດວິໄຈຂອງ ມຊ ໃຫ້ກ້າວໄປສູ່ມາດຕະຖານສາກົນ.