ໃນວັນທີ 19 ພະຈິກ 2026 ຜ່ານມາ, ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ໃບຍ້ອງຍໍສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ (1996 - 2026) ຂຶ້ນຢ່າງສົມກຽດທີ່ຫ້ອງປະຊຸມ ສໍານັກງານຜູ້ອໍານວຍການໃຫຍ່ ມຊ, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ຮສ. ປອ. ບຸນທອນ ສຸຂະວົງ ຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ, ມີບັນດາທ່ານຮອງຫົວໜ້າຫ້ອງການ, ພະນັກງານອາວຸໂສບໍານານທີ່ເປັນອະດີດການນໍາຂັ້ນຫ້ອງການ, ພະນັກງານອາວຸໂສບໍານານຂອງຫ້ອງການ ພ້ອມດ້ວຍພະນັກງານ ປະຈຳການ ພາຍໃນຫ້ອງການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ພິທີດັ່ງກ່າວຈັດຂຶ້ນເພື່ອເປັນການສັນລະເສີນຜົນງານ, ຈາລຶກຄຸນງາມຄວາມດີ ແລະ ເຊີດຊູກຽດໃຫ້ແກ່ພະນັກງານ-ລັດຖະກອນບຳນານ ພ້ອມດ້ວຍພະນັກງານ-ລັດຖະກອນປະຈຳການ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ ແລະ ຄວາມສາມາດ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກີລາ ຕະຫຼອດໄລຍະຜ່ານມາ; ການປະດັບຫຼຽນໃນຄັ້ງນີ້ ແມ່ນອີງຕາມລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃນນັ້ນ, ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ ໄດ້ຮັບກຽດປະດັບຫຼຽນກາລະນຶກ 50 ປີ ລວມທັງໝົດ 50 ທ່ານ (ຍິງ 17 ທ່ານ), ປະກອບມີ: ພະນັກງານ-ລັດຖະກອນປະຈຳການ: ຈຳນວນ 18 ທ່ານ, ຍິງ 7 ທ່ານ, ພະນັກງານ-ລັດຖະກອນບຳນານ: ຈຳນວນ 32 ທ່ານ, ຍິງ 10 ທ່ານ ໂດຍການໃຫ້ກຽດປະດັບຂອງທ່ານ ຮສ.ປອ.ບຸນທອນສຸຂະວົງ ຫົວໜ້າຫ້ອງການສັງລວມ ແລະພົວພັນຕ່າງປະເທດ ມຊ.
ຄຽງຄູ່ກັນນັ້ນ, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (1996 - 2026) ໂດຍອີງຕາມຂໍ້ຕົກລົງຂອງຜູ້ອຳນວຍການໃຫຍ່ ມຊ ສະບັບເລກທີ 4954/ມຊ, ລົງວັນທີ 29 ຕຸລາ 2026 ວ່າດ້ວຍການຍ້ອງຍໍພະນັກງານ ຜູ້ມີຜົນງານດີເດັ່ນ ທັງໝົດ 70 ທ່ານ, ປະກອບມີ: ໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກີລາ: ຈຳນວນ 47 ທ່ານ ແລະໃບຍ້ອງຍໍຂັ້ນຜູ້ອຳນວຍການໃຫຍ່ ມຊ ອີກຈຳນວນ 23 ທ່ານ, ໂດຍການມອບຂອງ ທ່ານ ປອ. ນາງ ໃບສີ ວາເນັງຈື ຮອງຫົວໜ້າຫ້ອງການ ສັງລວມ ແລະພົວພັນຕ່າງປະເທດ
ໃນຕອນທ້າຍຂອງພິທີ, ທ່ານ ຮສ. ປອ. ບຸນທອນ ສຸຂະວົງ ຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມ, ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຮູ້ບຸນຄຸນຢ່າງສູງຕໍ່ບັນດາພະນັກງານອາວຸໂສບຳນານ ທີ່ໄດ້ປະກອບສ່ວນສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ວຽກງານຂອງຫ້ອງການ ກໍຄື ມຊ ຕະຫຼອດໄລຍະຫຼາຍທົດສະວັດທີ່ຜ່ານມາ, ພ້ອມທັງຊົມເຊີຍພະນັກງານ-ລັດຖະກອນປະຈຳການທຸກທ່ານ ທີ່ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ປະຕິບັດໜ້າທີ່ວຽກງານຢ່າງຫ້າວຫັນຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ. ທ່ານກ່າວເນັ້ນໜັກຕື່ມວ່າ ຫຼຽນກາລະນຶກ ແລະ ໃບຍ້ອງຍໍທີ່ໄດ້ຮັບໃນຄັ້ງນີ້ ບໍ່ພຽງແຕ່ເປັນການຕອບແທນ ແລະ ໃຫ້ກຽດແກ່ຄຸນງາມຄວາມດີຂອງຜູ້ທີ່ມີຜົນງານເທົ່ານັ້ນ, ແຕ່ຍັງເປັນກຳລັງໃຈ ແລະ ແຮງບັນດານໃຈອັນສຳຄັນໃຫ້ແກ່ພະນັກງານຮຸ່ນສືບທອດ ສືບຕໍ່ຮັກສາຄວາມສາມັກຄີ, ຍົກລະດັບຄວາມຮູ້ຄວາມສາມາດ ແລະ ພັດທະນາວຽກງານສັງລວມ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ກ້າວໜ້າຍິ່ງໆຂຶ້ນໄປ.