ໃນຕອນບ່າຍຂອງວັນທີ 23 ພະຈິກ 2026, ທີ່ຫ້ອງຮັບແຂກ 205 ຕຶກຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະນຳຈາກ ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ຄະນະວິສະວະກຳສາດ, ຄະນະວິທະຍາສາດທຳມະຊາດ, ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ແລະ ສູນເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະເຮັດວຽກຂອງ ທ່ານ ຈອນ ຢອງ ວຸກ (Mr. Jun, Yong Wook) ຮອງອະທິການບໍດີ ດ້ານການສຶກສາແຫ່ງອະນາຄົດ (President Emeritus / Vice President for Future Education) ແຫ່ງມະຫາວິທະຍາໄລ ເຈຈູ ຮັນລາ (Cheju Halla University - CHU) ສາທາລະນະລັດ ເກົາຫຼີ ພ້ອມດ້ວຍຄະນະຜູ້ແທນຈາກ ສະມາຄົມແລກປ່ຽນອຸດສາຫະກຳ ແລະ ວັດທະນະທຳ ເກົາຫຼີ-ລາວ (KLICEA).
ການພົບປະຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລືດ້ານວິຊາການ ແລະ ກະກຽມຄວາມພ້ອມໃຫ້ແກ່ການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນ 3 ຝ່າຍ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລ ເຈຈູ ຮັນລາ (CHU) ແລະ ສະມາຄົມແລກປ່ຽນອຸດສາຫະກຳ ແລະ ວັດທະນະທຳ ເກົາຫຼີ-ລາວ (KLICEA) ໃນການຈັດຕັ້ງປະຕິບັດ “ຫຼັກສູດປະລິນຍາຕີຄູ່ອອນລາຍລະດັບສາກົນ ESG ສາຂາການບັນຊີປະຍຸກຮ່ວມກັບປັນຍາປະດິດ (Global ESG Online Double Bachelor's Degree Program in Applied Accounting with AI)”. ໂຄງການດັ່ງກ່າວ ແນໃສ່ຍົກລະດັບຄຸນນະພາບການສຶກສາຊັ້ນສູງໃຫ້ທັນສະໄໝ, ຫຼຸດຜ່ອນຄວາມແຕກໂຕນດ້ານການເຂົ້າເຖິງເຕັກໂນໂລຊີດິຈິຕອນ ແລະ ສ້າງບຸກຄະລາກອນລຸ້ນໃໝ່ ໂດຍສະເພາະການສົ່ງເສີມບົດບາດຜູ້ນຳຍິງໃນຂະແໜງການເງິນ ແລະ ການບັນຊີດິຈິຕອນ.
ສຳລັບຮູບແບບການຮຽນ-ການສອນ ແມ່ນຈະດຳເນີນພາຍໃຕ້ ລະບົບການແລກປ່ຽນການສຶກສາ 2+2 (Online-Based 2+2 Double Degree Model) ເຊິ່ງປະກອບດ້ວຍ 2 ໄລຍະ ຄື:
1),ໄລຍະທີ 1 (ປີທີ 1 ແລະ ປີທີ 2): ນັກສຶກສາຈະຮຽນວິຊາພື້ນຖານທົ່ວໄປ ແລະ ວິຊາພື້ນຖານດ້ານທຸລະກິດ-ການບັນຊີ ຢູ່ພາຍໃນ ສປປ ລາວ.
2), ໄລຍະທີ 2 (ປີທີ 3 ແລະ ປີທີ 4): ນັກສຶກສາຈະກ້າວເຂົ້າສູ່ການຮຽນຮູ້ຜ່ານລະບົບອອນລາຍ (LMS) ທີ່ທັນສະໄໝຂອງ ມະຫາວິທະຍາໄລ ເຈຈູ ຮັນລາ ໂດຍເນັ້ນໃສ່ວິຊາການບັນຊີປະຍຸກທີ່ນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ແລະ ມາດຕະຖານການລາຍງານທາງການເງິນສາກົນ (IFRS) ພາຍໃຕ້ການຊີ້ນຳຂອງຄູ-ອາຈານຜູ້ຊ່ຽວຊານຈາກ ສ. ເກົາຫຼີ. ພ້ອມກັນນີ້ ທາງຝ່າຍ ສ. ເກົາຫຼີ ຍັງມີແຜນຮ່ວມມືສ້າງຕັ້ງ “ສູນການຮຽນຮູ້ດິຈິຕອນ CHU-AI (CHU-AI Digital Learning Hub)” ທີ່ປະກອບດ້ວຍອຸປະກອນຄອມພິວເຕີ, ລະບົບອິນເຕີເນັດຄວາມໄວສູງ ແລະ ຊອບແວການບັນຊີ AI ທີ່ທັນສະໄໝ ເພື່ອອຳນວຍຄວາມສະດວກໃຫ້ນັກສຶກສາລາວສາມາດຮຽນຈົບ ແລະ ໄດ້ຮັບປະລິນຍາຕີມາດຕະຖານສາກົນຈາກ ສ. ເກົາຫຼີ ໂດຍບໍ່ຈຳເປັນຕ້ອງເດີນທາງອອກນອກປະເທດ ເຊິ່ງເປັນການຊ່ວຍປ້ອງກັນພາວະສະໝອງໄຫຼ ແລະ ສ້າງກຳລັງແຮງງານຄຸນນະພາບສູງໃຫ້ແກ່ປະເທດຊາດ.
ໃນດ້ານທຶນການສຶກສາ ໂຄງການດັ່ງກ່າວຈະມອບທຶນການສຶກສາໃຫ້ແກ່ນັກສຶກສາລາວຈຳນວນ 50 ທຶນ ໂດຍ ຍົກເວັ້ນຄ່າຮຽນ 100% ສຳລັບການສຶກສາໃນປີທີ 3 ແລະ ປີທີ 4 ໃນສ່ວນຂອງຫຼັກສູດປະລິນຍາຕີ ສ. ເກົາຫຼີ (ສ່ວນການສະໜັບສະໜູນໃນປີທີ 1 ແລະ ປີທີ 2 ແມ່ນຈະມີການປຶກສາຫາລືລາຍລະອຽດຮ່ວມກັນຕື່ມ). ນອກຈາກນີ້ ທັງສອງຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາກ່ຽວກັບໂຄງສ້າງຫຼັກສູດ 2+2, ກົນໄກການທຽບໂອນໜ່ວຍກິດ, ເງື່ອນໄຂການຮັບປະລິນຍາ, ມາດຕະຖານການຄັດເລືອກ ແລະ ການປະເມີນຜົນນັກສຶກສາ ລວມເຖິງໂອກາດໃນການຝຶກງານ ແລະ ການເຂົ້າເຮັດວຽກໃນບໍລິສັດຊັ້ນນຳຂອງ ສ. ເກົາຫຼີ, ສະຖາບັນການເງິນ ແລະ ຂະແໜງບໍລິການທຸລະກິດດິຈິຕອນ (BPO) ພາຍຫຼັງສຳເລັດການສຶກສາ.
ໃນຕອນທ້າຍຂອງການພົບປະ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຈາກ ມະຫາວິທະຍາໄລ ເຈຈູ ຮັນລາ ແລະ ສະມາຄົມ KLICEA ທີ່ໄດ້ນຳເອົາໂຄງການອັນມີຄຸນຄ່າ ແລະ ທັນສະໄໝມາຮ່ວມພັດທະນາການສຶກສາຢູ່ ສປປ ລາວ. ທ່ານໄດ້ເນັ້ນໜັກວ່າ ການນຳເອົາເຕັກໂນໂລຊີປັນຍາປະດິດ (AI) ເຂົ້າມາປະຍຸກໃຊ້ໃນຫຼັກສູດການບັນຊີ ຄວບຄູ່ກັບການໃຫ້ທຶນການສຶກສາ 100% ໃນລະບົບ 2+2 ນັ້ນ ແມ່ນສອດຄ່ອງຢ່າງຍິ່ງກັບຍຸດທະສາດການຫັນເປັນດິຈິຕອນຂອງ ມຊ ແລະ ແຜນພັດທະນາຊັບພະຍາກອນມະນຸດຂອງລັດຖະບານລາວ ເຊິ່ງຈະເປັນການເປີດໂອກາດອັນສຳຄັນໃຫ້ນັກສຶກສາລາວໄດ້ເຂົ້າເຖິງຄວາມຮູ້ລະດັບສາກົນ ແລະ ສາມາດແຂ່ງຂັນໃນຕະຫຼາດແຮງງານຍຸກໃໝ່ໄດ້ຢ່າງມີປະສິດທິພາບ. ພ້ອມກັນນີ້ ທ່ານຍັງໄດ້ອວຍພອນໃຫ້ຄະນະຜູ້ແທນປະສົບຜົນສຳເລັດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືດັ່ງກ່າວຈະໄດ້ຮັບການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢ່າງເປັນຮູບປະທຳໃນອະນາຄົດອັນໃກ້ນີ້.