Select your language

ໃນລະຫວ່າງວັນທີ 18-20 ພະຈິກ 2026, ທີ່ໂຮງແຮມ ຄຣາວພລາຊ່າວຽງຈັນ, ນະຄອນຫຼວງວຽງຈັນ, ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບ ສະຖາບັນຄົ້ນຄວ້າຊີວະວິທະຍາເສິນຕູ ສະຖາບັນວິທະຍາສາດ ສປ ຈີນ (CIB, CAS) ໄດ້ຮ່ວມກັນເປັນເຈົ້າພາບຈັດ ກອງປະຊຸມຮ່ວມມືສາກົນ “ຄັງເຂົ້າລ້ານຊ້າງ-ແມ່ນໍ້າຂອງ” ຄັ້ງທີ II (The 2nd Lancang-Mekong Granary International Cooperation Forum) ຂຶ້ນຢ່າງເປັນທາງການ ພາຍໃຕ້ຫົວຂໍ້ “ເຕັກໂນໂລຊີສ້າງຄວາມໝັ້ນຄົງດ້ານສະບຽງອາຫານ, ນະວັດຕະກຳເຊື່ອມຕໍ່ລ້ານຊ້າງ-ແມ່ນໍ້າຂອງ” ເພື່ອສະເຫຼີມສະຫຼອງວັນຄົບຮອບ 10 ປີ ແຫ່ງກອງປະຊຸມຜູ້ນໍາການຮ່ວມມືລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທໍາອິດ ແລະ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MOA) ລະຫວ່າງສອງຝ່າຍ ເຊິ່ງເປັນກຽດເຂົ້າຮ່ວມ ແລະ ລົງນາມຕາງໜ້າຝ່າຍ ມະຫາວິທະຍາໄລແຫ່ງຊາດ ໂດຍທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ ແລະ ລົງນາມຕາງໜ້າໃຫ້ຝ່າຍ ສະຖາບັນຄົ້ນຄວ້າຊີວະວິທະຍາເສິນຕູ ສະຖາບັນວິທະຍາສາດ ສປ ຈີນ ໂດຍທ່ານ ນາງ ຖາງ ຊິນ ຮອງຫົວໜ້າສະຖາບັນຄົ້ນຄວ້າຊີວະວິທະຍາເສິນຕູ ສະຖາບັນວິທະຍາສາດ ສປ ຈີນ (CIB, CAS) ມີບັນດາທ່ານຫົວໜ້າຄະນະວິຊາ ຄະນະກະເສດສາດ, ຜູ້ຕາງໜ້າລະດັບສູງຈາກ ອົງການ ANSO ແລະ ອົງການ ANSO-RWIT, ພາກສ່ວນກ່ຽວຂ້ອງຂັ້ນສູນກາງດ້ານນະໂຍບາຍກະສິກຳຂອງ ສປປ ລາວ, ຄະນະຜູ້ແທນນັກວິຊາການຈາກມະຫາວິທະຍາໄລກະສິກຳຊັ້ນນຳຂອງ ຫວຽດນາມ, ມຽນມາ, ໄທ, ກຳປູເຈຍ ແລະ ສປປ ຈີນ, ຜູ້ຕາງໜ້າຈາກສະຖາບັນຄົ້ນຄວ້າວິທະຍາສາດກະສິກຳເຂດຮ້ອນ ນະຄອນຊານຢາ, ສະຖາບັນຄົ້ນຄວ້າກະສິກຳ “ໜຶ່ງແລວ ໜຶ່ງເສັ້ນທາງ” ແຫ່ງ ສປປ ລາວ ແລະ ຜູ້ບໍລິຫານຈາກພາກວິສາຫະກິດຊັ້ນນຳ ເຊັ່ນ: ກຸ່ມບໍລິສັດ ຈະເຣີນ ໂພກພັນ (CP) ປະເທດໄທ ແລະ ບໍລິສັດດ້ານເຕັກໂນໂລຊີກະສິກຳຈາກ ສປ ຈີນ ເຂົ້າຮ່ວມ. ສຳລັບການລົງນາມບົດບັນທຶກຄວາມເຂົ້າໃຈ (MOA) ໃນຄັ້ງນີ້ແມ່ນເພື່ອຮ່ວມມື ແລະ ມອບປ້າຍການຮ່ວມມືດ້ານອຸດສາຫະກຳວິທະຍາສາດ-ເຕັກໂນໂລຊີສາກົນ ເຊິ່ງກວມເອົາ 4 ຂົງເຂດຍຸດທະສາດສຳຄັນ ຄື:1. ການປັບປຸງສາຍພັນເຂົ້າ ແລະ ເຂົ້າສາລີ; 2. ການປົກປ້ອງພືດແບບສີຂຽວ; 3. ກະສິກຳດິຈິຕອນ (ທັນສະໄໝ); 4. ການປຸງແຕ່ງຜົນຜະລິດຫຼັງການເກັບກ່ຽວ ເພື່ອຊຸກຍູ້ນະວັດຕະກຳວິທະຍາສາດ ແລະ ເຕັກໂນໂລຊີກະສິກຳຂອງພາກພື້ນ, ສົ່ງເສີມການແລກປ່ຽນບົດຮຽນທາງວິຊາການ, ການເຊື່ອມຕໍ່ດ້ານເຕັກນິກ ແລະ ການລົງພື້ນທີ່ຕົວຈິງ ແນໃສ່ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງດ້ານສະບຽງອາຫານໃນອ່າງແມ່ນໍ້າຂອງໃຫ້ມີຄວາມຍືນຍົງ. ໃນຕະຫຼອດໄລຍະຂອງກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີບົດວິຊາການຈາກ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ທີ່ນຳສະເໜີກ່ຽວກັບ ນະວັດຕະກຳສາຍພັນເຂົ້າຄຸນນະພາບດີເຂດຮ້ອນ, ການຮ່ວມມືຕິດຕາມ ແລະ ພະຍາກອນພະຍາດ-ແມງໄມ້ສັດຕູພືດຂ້າມຊາຍແດນ ຈີນ-ອາຊຽນ, ເຕັກໂນໂລຊີການຜະລິດເຂົ້າຂອງໄທ, ຫວຽດນາມ ແລະ ມຽນມາ, ລວມທັງການລາຍງານນະໂຍບາຍກະສິກຳຂອງລາວ, ການແບ່ງປັນເຕັກນິກຈາກກຸ່ມບໍລິສັດ ຈະເຣີນ ໂພກພັນ (CP) ແລະ ການນຳສະເໜີເຄື່ອງກົນຈັກກະສິກຳຂະໜາດນ້ອຍຂອງຈີນ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ລົງພື້ນທີ່ຕົວຈິງເພື່ອແລກປ່ຽນບົດຮຽນກັບວິສາຫະກິດທ້ອງຖິ່ນອ້ອມຂ້າງນະຄອນຫຼວງວຽງຈັນ ກ່ອນຈະສຳເລັດກອງປະຊຸມ ແລະ ເດີນທາງກັບໃນວັນທີ 20 ພະຈິກ 2026. ກອງປະຊຸມໃນຄັ້ງນີ້ ຖືເປັນຂີດໝາຍສຳຄັນໃນການຍົກລະດັບການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດຂອງ ມະຫາວິທະຍາໄລແຫ່ງຊາດລາວ ໃຫ້ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນໂດຍກົງເຂົ້າໃນການພັດທະນາກະສິກຳທັນສະໄໝ ແລະ ຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ ສປປ ລາວ ແລະ ອະນຸພາກພື້ນລ້ານຊ້າງ-ແມ່ນໍ້າຂອງ ຢ່າງເຂັ້ມແຂງ.