ພິທີມອບ-ຮັບທຶນການສຶກສາຈາກ ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ແຊຣິງ ສ.ເກົາຫຼີ ໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ຫ້ອງປະຊຸມສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ທອງສຸກ ແກ້ວມະນີ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ຢູຮຸນຊຸກ ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ແຊຣິງ ສ.ເກົາຫຼີ, ມີທ່ານຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ສຳລັບທຶນການສຶກສາທີ່ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ແຊຣິງ ສ.ເກົາຫຼີ ນຳມາມອບໃນຄັ້ງນີ້ແມ່ນເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ກັບນັກສຶກສາທີ່ມາຈາກຄອບຄົວຂາດເຂີນ, ເຂດຫ່າງໄກສອກຫຼີກ ແລະ ມີຜົນການການຮຽນດີ, ມີຄຸນສົມບັດ ໄດ້ນຳໃຊ້ເຂົ້າໃນຕະຫຼອດໄລຍະຂອງການເປັນນັກສຶກສາ ມະຫາວິທະຍາໄລແຫ່ງຊາດ; ສຳລັບສົກສຶກສາ 2026-2027 ມີນັກສຶກສາທີ່ຮັບທຶນທັງໝົດ 20 ຄົນ ເປັນນັກສຶກສາມາຈາກ 10 ຄະນະວິຊາຄື: ຄະນະວິທະຍາສາດການກີລາ ແລະ ກາຍະກຳ, ຄະນະກະເສດສາດ, ຄະນະສຶກສາສາດ, ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ຄະນະວິທະຍາສາດສັງຄົມ, ຄະນະສະຖາປັດຕະຍະກຳສາດ, ຄະນະຊັບພະຍາກອນນໍ້າ, ຄະນະວິສະວະກຳສາດ ແລະ ຄະນະວິທະຍາສາດທຳມະຊາດ ເຊິ່ງຈະໄດ້ຮັບເປັນເບ້ຍລ້ຽງຜູ້ລະ 2,000,000 ກີບ/ຄົນ/ປີ.
ໃນໂອກາດນີ້, ທ່ານ ທອງສຸກ ແກ້ວມະນີ ກໍໄດ້ກ່າວມີຄຳເຫັນເຊິ່ງທ່ານໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງຜູ້ທີ່ໃຫ້ການສະໜັບໜູນທຶນການສຶກສາໃນຄັ້ງນີ້ ເປັນອີກກຳລັງໃຈທີ່ຊ່ວຍສົ່ງເສີມໃຫ້ນັກສຶກສາໄດ້ສືບຕໍ່ເອົາໃຈໃນການສຶກສາຮໍ່າຮຽນໃຫ້ໄດ້ຮັບຜົນສຳເລັດ ສຳລັບການຊ່ວຍເຫຼືອໃນຄັ້ງນີ້ຖຶືເປັນການຮ່ວມມືທີ່ສຳຄັນລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ແຊຣິງ ກໍຄື ສ.ເກົາຫຼີ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອຕະຫຼອດມາ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນຢໍ້າໃຫ້ນັກສຶກສາຜູ້ທີ່ໄດ້ຮັບທຶນໃນຄັ້ງນີ້ຈົ່ງນຳໃຊ້ທຶນດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດເຂົ້າໃນການສຶກສາ.
ໃນຕອນທ້າຍ, ຕົວແທນນັກສຶກສາທີ່ຮັບທຶນ ຈາກຄະນະວິທະຍາສາດທຳມະຊາດ ກໍໄດ້ຂຶ້ນສະແດງຄວາມຮູ້ສຶກ ແລະ ກ່າວຄຳຂອບໃຈຕໍ່ກັບສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ແຊຣິງ ທີ່ໄດ້ໃຫ້ທຶນການສຶກສາໃນຄັ້ງນີ້ ແລະ ພາກພູມໃຈຢ່າງຍິ່ງທີ່ຖືກຄັດເລືອກ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ທືນດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດໃນການສຶກສາຮໍ່າຮຽນ ແລະ ການດຳລົງຊີວິດ ພ້ອມທັງຕັ້ງໜັ້ນໃນການປະກອບສ່ວນເຂົ້າໃນທຸກວຽກງານກິດຈະກຳຂອງຄະນະກໍຄືມະຫາວິທະຍາໄລແຫ່ງຊາດ ແລະ ສັງຄົມ ຢ່າງສຸດຄວາມສາມາດ.