Select your language

ພິທີເປີດການຮຽນ-ການສອນຫຼັກສູດ ລະດັບປະລິນຍາຕີສາຂາວິສະວະກຳປັນຍາປະດິດ ຂອງຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ຫ້ອງປະຊຸມຂອງຄະນະ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ອິທະກະຄິ ຢູຕະ (ITAGAKI Yuta) ເລຂາໂທ ພາກສ່ວນຮ່ວມມືເສດຖະກິດ ສະຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ນາງ ຢູກິ ໂຢຊິມຸຣະ (Yuki Yoshimura), ຜູ້ຕາງໜ້າອາວຸໂສ ຈາກອົງການ JICA ປະຈໍາລາວ, ມີທ່ານຫົວໜ້າຄະນະວິຊາ, ຮອງຫົວໜ້າຄະນະວິຊາ ຄະນະວິສະວະກຳສາດ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ຜູ້ຕາງຈາກກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ຜູ້ກ່ຽວຂ້ອງ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ໃນພິທີ, ທ່ານ ຮສ. ປອ. ຄຳປະເສີດ ເທບວົງສາ ຫົວໜ້າຄະນະວິຊາຄະນະວິສະວະກຳສາດ ກໍໄດ້ຂຶ້ນກ່າວເປີດພິທີໂດຍທ່ານໄດ້ໃຫ້ຮູ້ວ່າ: ໃນຍຸກແຫ່ງການຫັນເປັນດິຈິຕອນ ເຕັກໂນໂລຊີປັນຍາປະດິດ ຫຼື AI ໄດ້ກາຍເປັນກຳລັງຂັບເຄື່ອນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ໂດຍປະຕິບັດຕາມແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງຊາດ ແລະ ທິດທາງການປະຕິຮູບການສຶກສາຊັ້ນສູງຂອງ ມະຫາວິທະຍາໄລແຫ່ງຊາດ, ຄະນະວິສະວະກຳສາດ ໂດຍສະເພາະແມ່ນ ພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານໄດ້ຄົ້ນຄວ້າ ແລະ ພັດທະນາຫຼັກສູດ ວິສະວະກຳປັນຍາປະດິດຂຶ້ນມາ ແລະ ໄດ້ຮັບການອະນຸມັດຢ່າງເປັນທາງການ ພ້ອມທັງໄດ້ດຳເນີນການເຜີຍແຜ່ ແລະ ຄັດເລືອກຮັບນັກສຶກສາບັນຈຸເຂົ້າຮຽນໃນຫຼັກສູດດັ່ງກ່າວເປັນທີ່ຮຽບຮ້ອຍ, ພ້ອມນັ້ນ ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ໂດຍສະເພາະແມ່ນ ລັດຖະບານຍີ່ປູ່ນ ຜ່ານອົງການ JICA ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ, ພື້ນຖານໂຄງລ່າງ ແລະ ການພັດທະນາບຸກຄະລາກອນໃຫ້ແກ່ຄະນະວິສະວະກຳສາດມາໂດຍຕະຫຼອດ, ພ້ອມທັງເປັນການເປີດປະຕູສູ່ການຮ່ວມມືກັບພາກສ່ວນຕ່າງໆໃນອະນາຄົດ. ໃນໂອກາດດຽວກັນ, ປະຊຸມຍັງໄດ້ຮັບຟັງບົດລາຍງານຫຍໍ້ ກ່ຽວກັບການສ້າງ ແລະ ພັດທະນາຫລັກສູດ ສາຂາວິສະວະກຳປັນຍາປະດິດ ນຳສະເໜີໂດຍທ່ານ ຮສ. ແສງລັດສະໝີ ຈັນທະມິນາວົງ, ຮັກສາການຫົວໜ້າພາກວິຊາ ວິສະວະກໍາຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ໂດຍທ່ານໄດ້ໃຫ້ຮູ້ວ່າ: ຕະຫຼາດແຮງງານໃນປັດຈຸແມ່ນມີຄວາມຕ້ອງການບຸກຄະລາກອນທີ່ມີຄວາມຮູ້ ແລະ ຄວາມສາມາດທາງດ້ານປັນຍາປະດິດຫຼາຍກວ່າ 86% ໃນນັ້ນຄວາມຕ້ອງການທັກສະໃນການພັດທະນາໂປຣແກຣມປັນຍາປະດິດແມ່ນ 80%, ຄວາມຕ້ອງການທັກສະນຳໃຊ້ປັນຍາປະດິດ 69% ແລະ ຄວາມຕ້ອງການທັກສະວິເຄາະຂໍ້ມູນ 43%. ໃນຂະນະທີ່ຫຼາຍກວ່າ 75% ຂອງນັກຮຽນ - ນັກສຶກສາ ສົນໃຈສູງຕໍ່ການເຂົ້າຮຽນສາຂາ ວິສະວະກຳປັນຍາປະດິດ (AI Engineering). ຫຼັກສູດດັ່ງກ່າວ ແມ່ນເນັ້ນໜັກບັນດາລາຍວິຊາຕ່າງໆ ທີ່ຮັບປະກັນໃຫ້ຜູ້ຮຽນເຂົ້າໃຈທັງຫຼັກການ, ການພັດທະນາ ແລະ ການນຳໃຊ້ລະບົບຕົວຈິງ ເຊິ່ງມີຫ້ອງແລັບ ແລະ ການເຝິກງານ ໃນພາກປະຕິບັດຕົວຈິງ. ບັນດາທັກສະດັ່ງກ່າວ ແມ່ນຮັບປະກັນໃຫ້ຜູ້ຮຽນສາມາດຕໍ່ຍອດໄປສູ່ອາຊີບທີີ່ຫຼາກຫຼາຍ ເຊັ່ນ ການອອກແບບ ແລະ ພັດທະນາລະບົບປັນຍາປະດິດ (AI Engineer), ການປະຍຸກໃຊ້ປັນຍາປະດິດໃນວຽກງານອົງກອນ (AI Application), ການວິເຄາະຂໍ້ມູນ ແລະ ສ້າງຄຸນຄ່າ (Data & Analytics), ແລະ ການເປັນຜູ້ປະກອບການ, ນັກຄົ້ນຄວ້າ ຫຼື ຮຽນຕໍ່ (Startup/ Research). ໂຄງສ້າງຫຼັກສູດວິສະວະກຳປັນຍາປະດິດນີ້ ໄດ້ຜ່ານການຄົ້ນຄວ້າ/ ຮ່າງຫຼັກສູດ ໂດຍຮ່ວມມືດ້ານວິຊາການກັບ JICA ແລະ ໄດ້ຮັບການອະນຸມັດຢ່າງເປັນທາງການ ພາຍໃຕ້ຂໍ້ຕົກລົງຈາກລັດຖະມົນຕີ ເລກທີ 5068/ສສກ ລົງວັນທີ 10 ສິງຫາ 2026 ແລະ ແຈ້ງການກົມການສຶກສາຊັ້ນສູງ ເລກທີ 953/ຊສ ລົງວັນທີ 11 ສິງຫາ 2026. ໂຄງສ້າງຫຼັກສູດແມ່ນໄດ້ອອກແບບໄລຍະເວລາການສຶກສາສຳລັບ 4 ປີ ລວມທັງໝົດ 148 ໜ່ວຍກິດ ໃນນັ້ນ ໝວດຄວາມຮູ້ທົ່ວໄປຈຳນວນ 20 ໜ່ວຍກິດ, ໝວດພື້ນຖານວິຊາສະເພາະຈຳນວນ 42 ໜ່ວຍກິດ, ໝວດວິຊາສະເພາະຈຳນວນ 82 ໜ່ວຍກິດ (ປະກອບດ້ວຍ ຮຽນຕົວຈິງ 72 ໜ່ວຍກິດ, ເຝິກງານ 4 ໜ່ວຍກິດ ແລະ ບົດໂຄງການຈົບຊັ້ນ 6 ໜ່ວຍກິດ) ແລະ ໝວດວິຊາເລືອກຈໍານວນ 4 ໜ່ວຍກິດ. ປະຈຸບັນ, ມີນັກສຶກສາຮຸ່ນທຳອິດ ຈຳນວນ 14 ຄົນ, ມີອາຈານຮັບຜິດຊອບຫຼັກສູດ 4 ທ່ານ ແລະ ບຸກຄະລາກອນຄູທີ່ສິດສອນປະຈໍາຈໍານວນ 17 ທ່ານ (ເຊິ່ງມີວຸດທິການສຶກສາລະດັບປະລິນຍາເອກຈໍານວນ 8 ທ່ານ ແລະ ລະດັບປະລິນຍາໂທຈໍານວນ 9 ທ່ານ) ແລະ ຄູສອນຮັບເຊີນ. ນອກຈາກນີ້, ການຈັດຕັ້ງການຮຽນ - ການສອນ ແມ່ນນໍາໃຊ້ 4 ຫ້ອງຮຽນ, 3 ຫ້ອງຄອມພີວເຕີ, 1 ຫ້ອງສະໝຸດ ແລະ ອຸປະກອນທົດລອງທີ່ໄດ້ຮັບການສະໜັບສະໜູນຈາກ JICA. ໃນທ້າຍພິທີ, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ເຊິ່ງທ່ານໄດ້ເນັ້ນໜັກ 4 ບັນຫາສຳຄັນ ດັ່ງນີ້: 1. ດ້ານຄຸນນະພາບການຮຽນ - ການສອນ ໃຫ້ສືບຕໍ່ພັດທະນາວິທີການສິດສອນ ທີ່ເນັ້ນການປະຕິບັດຕົວຈິງ, ນໍາໃຊ້ຫ້ອງທົດລອງ ແລະ ອຸປະກອນທີ່ທັນສະໄໝ ໃຫ້ເກີດປະໂຫຍດສູງສຸດ ເພື່ອໃຫ້ນັກສຶກສາສາມາດນໍາເອົາຄວາມຮູ້ດ້ານ AI ໄປແກ້ໄຂບັນຫາຕົວຈິງໃນຂະແໜງການຕ່າງໆ; 2. ດ້ານການພັດທະນາບຸກຄະລາກອນ ແລະ ການຄົ້ນຄວ້າ ໃຫ້ສົ່ງເສີມພັດທະນາຂີດຄວາມສາມາດຂອງຄູ - ອາຈານ ໃຫ້ທັນກັບຄວາມກ້າວໜ້າຂອງເຕັກໂນໂລຊີ AI ໃນລະດັບພາກພື້ນ ແລະ ສາກົນ, ພ້ອມທັງຊຸກຍູ້ໃຫ້ມີການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ທີ່ຕິດພັນກັບຄວາມຕ້ອງການຂອງສັງຄົມລາວ; 3. ດ້ານການເຊື່ອມໂຍງ ແລະ ການຮ່ວມມື ໂດຍສືບຕໍ່ຂະຫຍາຍການຮ່ວມມືກັບສະຖາບັນການສຶກສາຕ່າງປະເທດ, ຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນ JICA ແລະ ພາກສ່ວນທຸລະກິດ - ອຸດສາຫະກຳພາຍໃນປະເທດ ເພື່ອສ້າງໂອກາດໃນການເຝິກງານ, ການແລກປ່ຽນບົດຮຽນ ແລະ ຮັບປະກັນໃຫ້ນັກສຶກສາທີ່ຮຽນຈົບ ໄດ້ມີວຽກເຮັດງານທຳທີ່ໝັ້ນຄົງ; 4. ສຳລັບນັກສຶກສາ ໃຫ້ມີຄວາມຕື່ນຕົວ, ຂະຫຍັນໝັ່ນພຽນໃນການຮຽນຮູ້, ເຝິກຝົນທັກສະການຄິດວິເຄາະ, ການແກ້ໄຂບັນຫາ, ການຄົ້ນຄວ້າ ແລະ ການສ້າງສັນນະວັດຕະກໍາ ຕ້ອງຮຽນຮູ້ເພື່ອນໍາໃຊ້ AI ຢ່າງສ້າງສັນ, ມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງ.