Select your language

ໃນລະຫວ່າງວັນທີ 25–26 ພະຈິກ 2026 ທີ່ຜ່ານມາ, ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຄົບຮອບ 26 ປີ (20 ມິຖຸນາ 2000 – 20 ມິຖຸນາ 2026) ຢ່າງເປັນທາງການ ທີ່ຄະນະອັກສອນສາດ ວິທະຍາເຂດດົງໂດກ, ພິທີດັ່ງກ່າວຈັດຂຶ້ນຕໍ່ເນື່ອງຈາກບັນຍາກາດຂອງການສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ໃນຕົ້ນເດືອນພະຈິກ 2026 ທີ່ຜ່ານມາ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ອຈ ທອງສຸກ ແກ້ວມະນີ ຮອງຜູ້ອຳນວຍການໃຫຍ່ ມຊ, ທ່ານ ປອ. ນາງ ທອງມາລາ ໂພສີຄຳ ຫົວໜ້າຄະນະວິຊາ ຄະນະອັກສອນສາດ, ພ້ອມດ້ວຍພະນັກງານຜູ້ອາວຸໂສ, ພະນັກງານຫຼັກແຫຼ່ງ, ຮອງຫົວໜ້າຄະນະວິຊາ, ຫ້ອງການ, ສະຖາບັນ, ສູນ, ຜູ້ຕາງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ບໍລິສັດ, ຄູ-ອາຈານ, ພ້ອມດ້ວຍ ຊ່ຽວຊານ, ອາສາສະໝັກ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ການສະເຫຼີມສະຫຼອງວັນສ້າງຕັ້ງຄະນະອັກສອນສາດ ຄົບຮອບ 26 ປີ ແມ່ນເພື່ອຫວນຄືນປະຫວັດຄວາມເປັນມາ, ທົບທວນຜົນງານ ແລະ ບົດຮຽນທີ່ຜ່ານມາ ລວມທັງການຜ່ານຜ່າສິ່ງທ້າທາຍຫຼັງການລະບາດຂອງໂຄວິດ-19 ແລະ ຜົນກະທົບຈາກສະພາບການຜັນແປໃນໂລກດ້ານເສດຖະກິດ ແລະ ການຮຽນ-ການສອນ – ພ້ອມທັງປຸກລະດົມຈິດໃຈຮັກຊາດ, ຮັກການສຶກສາ ແລະ ຄວາມມຸ່ງໝັ້ນພັດທະນາ ຄະນະອັກສອນສາດ ໃຫ້ກ້າວໜ້າຕໍ່ໄປ ໃນໂອກາດນີ້, ທ່ານ ປອ. ນາງ ທອງມາລາ ໂພສີຄຳ ກໍໄດ້ຂຶ້ນລາຍງານກ່ຽວກັບປະຫວັດຄວາມເປັນມາຂອງຄະນະອັກສອນສາດ ແລະ ບັນດາຜົນງານທີ່ຜົນເດັ່ນ ໂດຍທ່ານໄດ້ກ່າວວ່າ: ອີງຕາມດຳລັດເລກທີ 87/ນຍ, ວັນທີ 20 ມິຖຸນາ 2000 ໄດ້ແຍກເປັນຄະນະວິທະຍາສາດສັງຄົມ ແລະ ຄະນະອັກສອນສາດ (ນັບແຕ່ສົກສຶກສາ 2000–2001). ມີການສ້າງຕັ້ງພາກວິຊາໃໝ່ ເຊັ່ນ: ພາສາຫວຽດ, ຈີນ, ເກົາຫຼີ, ຍີ່ປຸ່ນ, ປັບປຸງຫຼັກສູດ ແລະ ການເງິນຂັ້ນ 2 ແລະ ສ້າງຕັ້ງ ສູນຝຶກອົບຮົມພາສາອັງກິດ ລາວ-ອິນເດຍ (ປີ 2008) ເປັນສູນທຳອິດຂອງຄະນະ, ຕໍ່ມາໄດ້ມີການສ້າງຕັ້ງ ສູນຄົ້ນຄວ້າພາສາລາວ (ປີ 2016) ແລະ ສູນຝຶກອົບຮົມ ແລະ ວັດລະດັບພາສາ (ປີ 2023), ຊຸກຍູ້ການນຳໃຊ້ເຄື່ອງມືເອເລັກໂຕຣນິກ, ເຕັກໂນໂລຊີດິຈິຕອນ, ປັນຍາປະດິດ (AI) ແລະ ນະວັດຕະກຳ (ລວມທັງການປ່ຽນສູ່ການຮຽນອອນລາຍໃນໄລຍະໂຄວິດ-19). ໃນສົກສຶກສາ 2025–2026 ຄະນະອັກສອນສາດ ປະກອບດ້ວຍ 7 ພະແນກເສນາທິການ, 10 ພາກວິຊາ, 01 ໜ່ວຍວິຊາ ແລະ 06 ສູນ. ມີຜົນງານພົ້ນເດັ່ນສະຫຼຸບໄດ້ 5 ດ້ານຫຼັກ ດັ່ງນີ້: 1. ການສ້າງຊັບພະຍາກອນມະນຸດ: ສ້າງບຸກຄະລາກອນຮັບໃຊ້ສັງຄົມໄດ້ ຫຼາຍກວ່າ 15,000 ຄົນ ຕະຫຼອດ 26 ປີ. ສົກສຶກສາ 2026–2027 ມີພະນັກງານ, ຄູ-ອາຈານ 133 ທ່ານ (ຍິງ 69): ລັດຖະກອນຄູ 128 ທ່ານ (ຍິງ 65) ແລະ ບໍລິຫານ 5 ທ່ານ (ຍິງ 4); ວຸດທິການສຶກສາ (ລວມ 120 ທ່ານ): ປອ 10 (ຍິງ 7), ປທ 89 (ຍິງ 48), ປຕ 21 (ຍິງ 9); ຕຳແໜ່ງວິຊາການ: ຮສ 1, ອຈ 29 (ຍິງ 17), ຜູ້ຊ່ວຍອາຈານ 37 (ຍິງ 20). 2. ການພັດທະນາຫຼັກສູດ: ພາກປົກກະຕິ: 20 ຫຼັກສູດ (ປະລິນຍາຕີ 4 ປີ: 12 ຫຼັກສູດ; ຕໍ່ເນື່ອງ 2 ປີ: 2 ຫຼັກສູດ; ປີກຽມ 1 ປີ: 1 ຫຼັກສູດ). ພາກຄ່ຳ (ເລີ່ມສົກ 2024–2025): ເຖິງສົກ 2026–2027 ເປີດ 6 ຫຼັກສູດ (ລວມອະນຸປະລິນຍາພາສາເກົາຫຼີ 2 ປີ: 1 ຫຼັກສູດ). ຫຼັງປະລິນຍາຕີ: ປະລິນຍາໂທ 4 ຫຼັກສູດ ແລະ ປະລິນຍາເອກ ສາຂາພາສາ ແລະ ວັດທະນະທຳລາວ 1 ຫຼັກສູດ. 3. ການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ: ມີນັກຄົ້ນຄວ້າ ຫຼາຍກວ່າ 100 ທ່ານ, ຍາດແຍ່ງທຶນໄດ້ 70 ກວ່າຫົວຂໍ້, ຕີພິມພາຍໃນ ແລະ ຕ່າງປະເທດ — ລວມທັງການຄົ້ນຄວ້າລາຍຜ້າພື້ນເມືອງລາວ ທີ່ມີສ່ວນສຳຄັນຕໍ່ການຂຶ້ນທະບຽນລາຍນາກເປັນມໍລະດົກໂລກຈາກ UNESCO, ພ້ອມໃຫ້ບໍລິການວິຊາການ ແລະ ຜູ້ຊ່ຽວຊານທັງໃນ ແລະ ຕ່າງປະເທດ. 4. ການຮ່ວມມືພາຍໃນ, ພາກພື້ນ ແລະ ສາກົນ: ເຊັນສັນຍາຮ່ວມມື 20 ກວ່າສະບັບ; ສອນ 9 ພາສາຕ່າງປະເທດ ໂດຍມີຊ່ຽວຊານເຈົ້າຂອງພາສາ, ອາສາສະໝັກ ແລະ ນັກຝຶກງານຕ່າງປະເທດປະມານ 30 ຄົນ/ປີ; ສົ່ງອາຈານໄປສອນຕ່າງປະເທດ 3–4 ທ່ານ/ປີ; ສົ່ງນັກສຶກສາ ແລະ ອາຈານໄປແລກປ່ຽນ-ຝຶກອົບຮົມ ບໍ່ຕ່ຳກວ່າ 50 ຄົນ/ປີ; ລະດົມທຶນຊ່ວຍເຫຼືອສ້າງ-ປັບປຸງອາຄານ, ຫ້ອງຮຽນ ແລະ ອຸປະກອນການຮຽນ-ການສອນ. 5. ການຄຸ້ມຄອງ ແລະ ພັດທະນາບັນດາສູນ: ສູນຄົ້ນຄວ້າພາສາລາວ: ສຳເລັດສ້າງວັດຈະນານຸກົມແຫ່ງຊາດ 1 ເຫຼັ້ມ,ສູນຝຶກອົບຮົມພາສາອັງກິດ ລາວ-ອິນເດຍ: ເປັນເຈົ້າການຈັດກອງປະຊຸມ LAOTESOL ໄດ້ 20 ຄັ້ງ.ສູນຝຶກອົບຮົມ ແລະ ວັດລະດັບພາສາ:ສໍາເລັດສ້າງມາດຕະຖານບົດສອບເສັງວັດລະດັບພາສາອັງກິດສໍາລັບຄົນລາວ ແລະ ກໍາລັງສ້າງມາດຕະຖານພາສາລາວສໍາລັບຄົນຕ່າງປະເທດ. ພ້ອມນັ້ນ, ໃນໂອກາດນີ້ ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ອຈ ທອງສຸກ ແກ້ວມະນີ ໂດຍທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມຊົມເຊີຍຕໍ່ກັບການຊີ້ນຳໆພາຂອງບັນດາການນຳ-ອະດີດການນຳຂອງຄະນະອັກສອນສາດ ພ້ອມນັ້ນເນັ້ນຢໍ້າ 5 ເນື້ອໃນສຳຄັນຄື: 1. ຍຶດໝັ້ນວິໄສທັດ ແລະ ພາລະບົດບາດຢ່າງໜັກແໜ້ນ: ສືບຕໍ່ພັດທະນາ ຄອສ ໃຫ້ເປັນສູນກາງການສຶກສາ ແລະ ຄົ້ນຄວ້າວິທະຍາສາດດ້ານພາສາ, ວັດທະນະທໍາ ແລະ ສື່ສານມວນຊົນ ທີ່ມີຄຸນນະພາບສູງ; 2. ຊຸກຍູ້ການຫັນເປັນດິຈິຕອນ ແລະ ນໍາໃຊ້ AI ຢ່າງມີປະສິດທິຜົນ; 3. ເສີມສ້າງບຸກຄະລາກອນ ແລະ ວັດທະນະທໍາການຄົ້ນຄວ້າ; 4. ເປີດກວ້າງເຄືອຂ່າຍສິດເກົ່າ ແລະ ຄູ່ຮ່ວມ ແລະ 5. ໃຫ້ໂອກາດ ແລະ ສົ່ງເສີມເຊິ່ງກັນ ແລະໃນການພັດທະນາຄວາມຮູ້ຄວາມສາມາດ. ພາຍໃນງານຍັງມີບູດວາງສະແດງຜົນງານທາງດ້ານວິຊາການຄະນະອັກສອນສາດ ເພື່ອໃຫ້ມວນຊົນ, ຄູ-ອາຈານ ແລະ ນັກສຶກສາໄດ້ຮັບຊົມ ພ້ອມທັງມີງານເທດສະການວັດທະນະທໍານານາຊາດ ເຊິ່ງຮີບໂຮມເອົາບູດອາຫານຂອງນັກສຶກສາໃນແຕ່ລະພາກວິຊາ ມານຳສະເໜີອີກດ້ວຍ.