ໂອກາດດີມາຮອດແລ້ວ ສຳລັບໃຜທີ່ກຳລັງຊອກຫາວຽກເຮັດງານທຳກຽມພົບກັນໃນງານ ວັນນັດພົບແຮງງານ ຄສບ ຄັ້ງທີ 9 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-21-22 ຕຸລາ 2022 ນີ້!!! ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ)

• ບູດຈາກບັນດາບໍລິສັດຊັ້ນນຳກັບຕຳແໜ່ງຫວ່າງທີ່ທຸກຄົນສາມາດຍື່ນໃບສະຫມັກ ແລະ ສຳພາດວຽກຕົວຈິງໄດ້
• ມີການສຳມະນາຈາກຜູ້ທີ່ມີປະສົບການ ແລະ ມີຊື່ສຽງໃນສາຍອາຊີບນັ້ນໆ ມາແນະນຳຄວາມຮູ້ ຂໍ້ຄິດໄອເດຍໃຫມ່ໆອີກດ້ວຍ
• ມີຫ້ອງ workshop ຫຼາຍຫົວຂໍ້ທີ່ຫນ້າສົນໃຈໃຫ້ທຸກຄົນໄດ້ເຝິກພາກປະຕິບັດຕົວຈິງ
• ພິເສດ ອີກຢ່າງຫນຶ່ງກໍຄື ຈະມີກິດຈະກຳຫຼາກຫຼາຍຢ່າງທີ່ທາງບູດໄດ້ມີການຈັດກຽມໄວ້ໃຫ້ສຳລັບຄົນເຂົ້າຊົມນຳອີກ



ສະຖານທີ່ຈັດງານ: ສະໂມສອນ ມະຫາວິທະຍາໄລແຫ່ງຊາດ ( ມຊ )