Select your language

ມະຫາວິທະຍາໄລແຫ່ງຊາດ (ມຊ) ມີຄວາມຍິນດີແຈ້ງການເປີດຮັບສະໝັກນັກສຶກສາເຂົ້າຮ່ວມໂຄງການແລກປ່ຽນນັກສຶກສາພາກລະດູຮ້ອນ (Global Summer School - GSS) ປະຈໍາປີ 2025 ທີ່ ສະຖາບັນສັບພະວິຊາຮຸມເບີ (Humber Polytechnic), ໂຕຣອນໂຕ, ປະເທດການາດາ, ໄລຍະວັນທີ 11 ກໍລະກົດ – 2 ສິງຫາ 2025. ໂຄງການດັ່ງກ່າວມີເປົ້າໝາຍສ້າງປະສົບການການຮຽນຮູ້ທາງວິຊາການ ແລະ ວັດທະນະທຳ ໃຫ້ແກ່ນັກສຶກສາ ແລະ ໂອກາດພົບປະກັບນັກສຶກສາຕ່າງປະເທດ ແລະ ຜູ້ຊ່ຽວຊານຈາກທົ່ວໂລກ ເພື່ອຮຽນຮູ້ປະສົບການເຊິ່ງກັນ ແລະ ກັນ ແລະ ຍົກລະດັບຄວາມສາມາດໃນການມີວຽກເຮັດງານທໍາ.

ຂ່າວດີ: ສໍາລັບນັກສຶກສາ ມຊ ສາມາດສະໝັກທຶນການສຶກສາເພື່ອເຂົ້າຮ່ວມໃນ GSS. ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມຕາມລີ້ງລຸ່ມນີ້.

  • ປິດຮັບສະໝັກ: 15 ເມສາ 2025 
  • ໄລຍະເວລາການແລກປ່ຽນ: 11 ກໍລະກົດ - 2 ສິງຫາ 2025.
  • ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ, ຄ່າໃຊ້ຈ່າຍ ແລະ ຂັ້ນຕອນການສະໝັກ
  1. ຂໍ້ມູນໂຄງການ: https://humber.ca/global-opportunities/global-summer-school/non-humber-students-global-summer-school/courses.html#global
  2. ທຶນການສຶກສາ: https://uscoumap.org/ProgramDetails/Details/1720
  3. ຄ່າສະໝັກເຂົ້າຮ່ວມ: https://humber.ca/global-opportunities/global-summer-school/non-humber-students-global-summer-school/fees-payment-and-registration.html