ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ລັດຖະບານການາດາ ກໍາລັງເປີດຮັບສະໝັກນັກສຶກສາທີ່ມີຄວາມສົນໃຈສະໝັກເຂົ້າຮ່ວມໂຄງການແລກປ່ຽນການສຶກສາ Canada-ASEAN SEED Scholarship Programme ທີ່ University of the Fraser Valley, ປະເທດການາດາ; ໄລຍະ 1 ພາກຮຽນ ຫຼື 1 ສົກຮຽນ ປະຈໍາສົກປີ 2025. ຜູ້ທີ່ຜ່ານການຄັດເລືອກເຂົ້າຮ່ວມງານແລກປ່ຽນດັ່ງກ່າວນີ້ຈະໄດ້ຮັບທຶນເປັນຄ່າເດີນທາງໄປ-ກັບ ແລະ ຄ່າກິນຢູ່-ພັກເຊົາ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:
ເງື່ອນໄຂຜູ້ສະໝັກ:
1. ຕ້ອງເປັນນັກສຶກສາ ຊັ້ນປີທີ 2 ຫຼື 3 ແລະ ມີຜົນການຮຽນລະດັບເກຼດສະເລ່ຍ 3.30 ຂື້ນໄປ;
2. ຕ້ອງມີໜັງສືຜ່ານແດນ (Passport) ທີ່ບໍ່ທັນໝົດອາຍຸ;
3. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ (ຖ້າມີໃບຢັ້ງຢືນລະດັບພາສາອັງກິດຍີ່ງເປັນການດີ).;
4. ມີສຸຂະພາບແຂງແຮງດີທາງດ້ານຮ່າງກາຍ ແລະ ຈິດໃຈ;
5. ສາມາດເດີນທາງ ແລະ ອາໄສຢູ່ຕ່າງປະເທດໄດ້ດ້ວຍຕົນເອງ;
6. ສາມາດຮັບຜິດຊອບອອກຄ່າໃຊ້ຈ່າຍກວດສຸຂະພາບ, ຄ່າປະກັນໄພການເດີນທາງ ແລະ ຄ່າໃຊ້ຈ່າຍໃນການດໍາເນີນເອກະສານສະໝັກວີຊ່າໄດ້.
ຂັ້ນຕອນການສະໝັກ:
1. ລົງທະບຽນເຂົ້າສໍາພາດ: Register
2. ດາວໂຫຼດແບບຟອມເຂົ້າສຳພາດ: Application Form
3. ຕື່ມຂໍ້ມູນໃສ່ແບບຟອມທີ່ດາວໂຫຼດແລ້ວສົ່ງເຖິງ:
4. ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ແມ່ນສາມາດເຂົ້າຮ່ວມການສອບເສັງຄັດເລືອກ (ສອບເສັງວັດລະດັບພາສາອັງກິດ) ທີ່ຈະຖືກຈັດຂຶ້ນໃນເວລາ 14: 30 ໂມງ, ວັນພຸດ ທີ 12 ມີນາ 2025 ທີ່ ຫ້ອງປະຊຸມ ຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ.
5. ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ແລະ ສອບເສັງວັດລະດັບພາສາອັງກິດ ຜ່ານເກນການຄັດເລືອກ ແມ່ນຈະຖືກແຈ້ງໃຫ້ເຂົ້າຮ່ວມການສໍາພາດຄັດເລືອກໃນຂັ້ນຕໍ່ໄປຕາມລໍາດັບ (ແຈ້ງຜ່ານອິເມວ).
6. ສໍາລັບຜູ້ທີ່ຜ່ານການສໍາພາດຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ, ທາງມະຫາວິທະຍາໄລແຫ່ງຊາດ ຈະນໍາສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ University of the Fraser Valley ເພື່ອພິຈາລະນາ ແລະ ດໍາເນີນການຄັດເລືອກໃນຂັ້ນຕໍ່ໄປ.
ຂໍ້ມູນເພີ່ມເຕີມ: ຜູ້ປະສານງານ: ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ, E-mail: