ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: Polytechnic University of Cávado and Ave (IPCA), ປະເທດປ໋ອກຕຸຍການ, ກໍາລັງເປີດຮັບນັກສຶກສາເຂົ້າຮ່ວມໂຄງການແລກປ່ຽນການສຶກສາ ໄລຍະ 1 ພາກຮຽນ (ເລີ່ມເດືອນ ກັນຍາ 2025 - ກຸມພາ 2026) ປະຈໍາສົກສຶກສາ 2025 – 2026 ພາຍໃຕ້ໂຄງການ iWonder ICM Eramus+ Programme. ຜູ້ທີ່ຜ່ານການຄັດເລືອກເຂົ້າຮ່ວມໂຄງການແລກປ່ຽນດັ່ງກ່າວນີ້ ຈະໄດ້ຮັບທຶນການສຶກສາເປັນຄ່າເດີນທາງໄປ-ກັບ ແລະ ເງິນເບ້ຍລ້ຽງ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:
ເງື່ອນໄຂຜູ້ສະໝັກ:
- ຕ້ອງເປັນນັກສຶກສາ ຊັ້ນປີທີ 2 ຫຼື 3 ແລະ ມີຜົນການຮຽນລະດັບເກຼດສະເລ່ຍ 3.30 ຂື້ນໄປ;
- ຕ້ອງມີໜັງສືຜ່ານແດນ (Passport) ທີ່ບໍ່ທັນໝົດອາຍຸ;
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ (ຖ້າມີໃບຢັ້ງຢືນລະດັບພາສາອັງກິດຍີ່ງເປັນການດີ).;
- ມີສຸຂະພາບແຂງແຮງດີທາງດ້ານຮ່າງກາຍ ແລະ ຈິດໃຈ;
- ສາມາດເດີນທາງ ແລະ ອາໄສຢູ່ຕ່າງປະເທດໄດ້ດ້ວຍຕົນເອງ;
- ສາມາດຮັບຜິດຊອບອອກຄ່າໃຊ້ຈ່າຍກວດສຸຂະພາບ, ຄ່າປະກັນໄພການເດີນທາງ ແລະ ຄ່າໃຊ້ຈ່າຍໃນການດໍາເນີນເອກະສານສະໝັກວີຊ່າໄດ້.
ຂັ້ນຕອນການສະໝັກ:
- ລົງທະບຽນເຂົ້າສໍາພາດ: Register
- ດາວໂຫຼດແບບຟອມເຂົ້າສຳພາດ: Application Form
- ຕື່ມຂໍ້ມູນໃສ່ແບບຟອມທີ່ດາວໂຫຼດແລ້ວສົ່ງເຖິງ:
This email address is being protected from spambots. You need JavaScript enabled to view it. (ບໍ່ອະນຸຍາດໃຫ້ຕື່ມຟອມຜ່ານລິ້ງ Google Doc), ບໍ່ໃຫ້ກາຍວັນທີ 11 ມີນາ 2025 ເວລາ 11:59 ໂມງແລງ.
- ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ແມ່ນສາມາດເຂົ້າຮ່ວມການສອບເສັງຄັດເລືອກ (ສອບເສັງວັດລະດັບພາສາອັງກິດ) ທີ່ຈະຖືກຈັດຂຶ້ນໃນເວລາ 14: 30 ໂມງ, ວັນພຸດ ທີ 12 ມີນາ 2025 ທີ່ ຫ້ອງປະຊຸມ ຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ.
- ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ແລະ ສອບເສັງວັດລະດັບພາສາອັງກິດ ຜ່ານເກນການຄັດເລືອກ ແມ່ນຈະຖືກແຈ້ງໃຫ້ເຂົ້າຮ່ວມການສໍາພາດຄັດເລືອກໃນຂັ້ນຕໍ່ໄປຕາມລໍາດັບ (ແຈ້ງຜ່ານອິເມວ).
- ສໍາລັບຜູ້ທີ່ຜ່ານການສໍາພາດຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ, ທາງມະຫາວິທະຍາໄລແຫ່ງຊາດ ຈະນໍາສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ Polytechnic University of Cávado and Ave ເພື່ອພິຈາລະນາ ແລະ ດໍາເນີນການຄັດເລືອກໃນຂັ້ນຕໍ່ໄປ.
ຂໍ້ມູນເພີ່ມເຕີມ: ຜູ້ປະສານງານ: ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ, E-mail: