Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ຂໍແຈ້ງມາຍັງທ່ານເພື່ອຊາບວ່າ: ມຊ ແລະ ມະຫາວິທະຍາໄລອຸບສະລາ (Uppsala University)ປະເທດຊູແອດ (Sweden) ໄດ້ຮວມມືແລກປ່ຽນດ້ານວິຊາການ ພາຍໃຕ້ຂອບ Erasmus+ Programme for International Credit Mobility ເພື່ອໃຫ້ນັກສຶກສາ ມຊ ລະດັບປະລິນຍາຕີ ໄດ້ໄປແລກການສຶກສາໄລຍະ 01 ພາກຮຽນ (06 ເດືອນ: ມັງກອນ - ມີຖຸນາ 2026) ໃນສົກສຶກສາ 2025 - 2026 ຢູ່ທີ່ ມະຫາວິທະຍາໄລອຸບສະລາ. ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບເງິນເດືອນຈໍານວນ 850-900 ເອີໂຣ/ເດືອນ ແລະ ຄ່າປີ້ຍົນໄປ-ກັບ.

ເງື່ອນໄຂຜູ້ສະໝັກ:

  1. ຕ້ອງເປັນນັກສຶກສາ ມຊ ຮຽນປີ 2 ຫຼື 3 ແລະ ມີຜົນການຮຽນລະດັບເກຼດສະເລ່ຍ 3.00 ຂື້ນໄປ;
  2. ມີຄວາມສາມາດດ້ານພາສາອັງກິດໃນລະດັບ B2 ຫຼື IELTS 5.5-6.0;
  3. ຕ້ອງມີໜັງສືຜ່ານແດນ (Passport) ທີ່ບໍ່ທັນໝົດອາຍຸ;
  4. ມີຄວາມສົນໃຈໄປຮຽນແລກປ່ຽນຢູ່ຕ່າງປະເທດ;
  5. ມີສຸຂະພາບແຂງແຮງດີທາງດ້ານຮ່າງກາຍ ແລະ ຈິດໃຈ;
  6. ສາມາດຮັບຜິດຊອບຄ່າໃຊ້ຈ່າຍສໍາລັບກວດສຸຂະພາບ ແລະ ສະໝັກວີຊາ, ແລະ
  7. ສາມາດຮັບຜິດຊອບຈ່າຍຄ່າປີ້ຍົນໄປ-ກັບ ກ່ອນ, ຫຼັງຈາກເດີນທາງໄປຮອດປະເທດຊູແອດ ນັກສຶກສາຈະໄດ້ຮັບທຶນສໍາລັບຄ່າປີ້ຍົນໄປ-ກັບ ຈໍານວນ 1500 ເອີໂຣ.

ຂັ້ນຕອນການຄັດເລືອກ:

  1. ສອບເສັງພາສາອັງກິດ: 14:00 ໂມງ, 11 ກໍລະກົດ 2025, ທີ່ ຫ້ອງປະຊຸມຊັ້ນ 3, ສໍານັກງານອະທິການບໍດີ ມຊ
  2. ຜູ້ທີ່ຜ່ານການສອບເສັງຄັດເລືອກຈະໄດ້ເຂົ້າສໍາພາດ ໃນວັນທີ 21 ກໍລະກົດ 2025, ເຊິ່ງສະຖານທີ່ຈະແຈ້ງພາຍຫຼັງ
  3. ດາວໂຫຼດແບບຟອມສະໝັກ: https://docs.google.com/document/d/175EZb-3YTUy_110TX_SLm3A5zoTRsQsu/edit?usp=share_link&ouid=109170761819371628145&rtpof=true&sd=true
  4. ລົງທະບຽນສະໝັກເຂົ້າຮ່ວມ: https://forms.gle/3QFPGyniN4wZCF2TA
  5. ຂໍ້ມູນກ່ຽວກັບ Uppsala University: https://www.uu.se/en