ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດໃຫ້ແກ່ຜູ້ສໍາເລັດການສຶກສາປະຈໍາສົກສຶກສາ 2024-2025 ຂຶ້ນ ໃນວັນທີ 20 ກັນຍາ 2025 ນີ້ ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລິດກິດ ມຊ,ໂດຍການເປັນກຽດເຂົ້າຮ່ວມ ແລະ ມອບປະກາສະນີຍະບັດ ຂອງ ທ່ານ ຮອງສາດສະດາຈານ.ປະລິນຍາເອກ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ແລະ ທ່ານ ສາດສະດາຈານ.ປະລິນຍາເອກ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ບັນດາທ່ານແຂກທີ່ຖືກເຊີນຈາກກົມຂອງກະຊວງສຶກສາທິການ ແລະກີລາ, ມີບັນດາຄະນະບໍດີ, ຜູ້ອໍານວຍການສະຖາບັນ, ຫົວໜ້າຫ້ອງການ, ຜູ້ອໍານວຍການສູນ, ຫໍສະໝຸດກາງ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ຜູ້ປົກຄອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສາດສະດາຈານ.ປະລິນຍາເອກ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຊຸດຮຽນ 2021-2025 ທີ່ຜ່ານມາວ່າ: ມຊ ເປັນສະຖາບັນການສຶກສາລະດັບຊາດ, ເປັນບ່ອນກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະມີຄວາມສີວິໄລທາງດ້ານຈິດໃຈ; ຕອບສະໜອງນັກວິຊາການທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງຊາດ ແລະເຊື່ອມໂຍງກັບພາກພື້ນ ແລະສາກົນ. ມຊ ປະກອບມີ 13 ຄະນະວິຊາ, 2 ສະຖາບັນ ທີ່ເຮັດໜ້າທີ່ສ້າງຊັບພະຍາກອນມະນຸດ ຕັ້ງແຕ່ລະດັບອະນຸປະລິນຍາ ຮອດປະລິນຍາເອກ; ປັດຈຸບັນ ມຊ ມີພະນັກງານ ແລະຄູອາຈານທັງໝົດ 1,455 ທ່ານ, ຍິງ 697 ທ່ານ; ໃນນີ້ ເປັນຄູສອນ 1,200 ທ່ານ, ຍິງ 538 ທ່ານ, ດ້ານວຸດທິການສຶກສາພະນັກງານ, ຄູອາຈານ ລະດັບປະລິນຍາເອກ 218 ທ່ານ, ຍິງ 53 ທ່ານ, ປະລິນຍາໂທ 875 ທ່ານ, ຍິງ 412 ທ່ານ, ເໜືອປະລິນຍາຕີ 1ທ່ານ, ປະລິນຍາຕີ 323 ທ່ານ, ຍິງ 201 ທ່ານ; ດ້ານວິທະຍານາມມະຍົດ(ຕໍາແໜ່ງວິຊາການ) ສາດສະດາຈານ 6 ທ່ານ, ຍິງ 1 ທ່ານ, ຮອງສາດສະດາຈານ 91 ທ່ານ, ຍິງ 19 ທ່ານ, ອາຈານ 335 ທ່ານ, ຍິງ 131 ທ່ານ ແລະຜູ້ຊ່ວຍອາຈານ 333 ທ່ານ, ຍິງ 172 ທ່ານ.
ດ້ານຫຼັກສູດການຮຽນ-ການສອນ ປັດຈຸບັນ ມຊ ມີທັງໝົດ 255 ຫຼັກສູດ, ໃນນັ້ນ ປະລິນຍາເອກ 13 ຫຼັກສູດ, ປະລິນຍາໂທ 74 ຫຼັກສູດ(ຫຼັກສູດນາໆຊາດ 2 ຫຼັກສູດ), ປະລິນຍາຕີ 119 ຫຼັກສູດ(ໃນນັ້ນເປັນຫຼັກສູດນາໆຊາດ 2 ຫຼັກສູດ), ຫຼັກສູດຕໍ່ເນື່ອງປະລິນຍາຕີ 44 ຫຼັກສູດ ແລະຫຼັກສູດອະນຸປະລິນຍາ(ຊັ້ນສູງ) 5 ຫຼັກສູດ. ສໍາລັບຫຼັກສູດທີ່ມີຜູ້ສໍາເລັດການສຶກສາ ໃນສົກສຶກສາ 2024-2025 ປະກອບມີ: ຫຼັກສູດປະລິນຍາເອກ 3 ຫຼັກສູດ, ປະລິນຍາໂທ 38 ຫຼັກສູດ(ຫຼັກສູດນາໆຊາດ 1 ຫຼັກສູດ), ຫຼັກສູດປະລິນຍາຕີ 114 ຫຼັກສູດ(ມີຫຼັກສູດຕໍ່ເນື່ອງປະລິຍາຕີ 22 ຫຼັກສູດ, ຫຼັກສູດນາໆຊາດ 2 ຫຼັກສູດ ແລະຫຼັກສູດອະນຸປະລິນຍາ 1 ຫຼັກສູດ ແລະສົກສຶກສາ 2024-2025 ມີຜູຈົບການສຶກສາທັງໝົດ 3,352 ຄົນ, ຍິງ 1,686 ຄົນ ເທົ່າກັບ 50,3% ໃນນີ້, ຈົບປະລິນຍາເອກ 5 ຄົນ, ຍິງ 1 ຄົນ, ປະລິນຍາໂທ 377 ຄົນ, ຍິງ147 ຄົນ, ປະລິນຍາຕີ 2,970 ຄົນ, ຍິງ 1,538 ຄົນ ແລະລະດັບອະນຸປະລິນຍາ 4 ຄົນ, ຍິງ 0 ຄົນ; ໃນນີ້ເປັນນັກສຶກສາຕ່າງປະເທດ 63 ຄົນ, ພະສົງ 66 ອົງ ແລະ ພິເສດມີນັກສຶກສາໄດ້ຮັບປະກາສະນີຍະບັດກຽດນິຍົມ(ໃບປະກາດແດງ) 64 ຄົນ, ຍິງ 38 ຄົນ.
ໃນພິທີອັນມີຄວາມໝາຍສໍາຄັນນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ໄດ້ໃຫ້ກຽດໂອລົມຕໍ່ພິທີ, ເຊິ່ງບາງຕອນທ່ານກ່າວວ່າ: ຄືຮູ້ນຳກັນແລ້ວວ່າ, ຍຸກໂລກາພິວັດແມ່ນຍຸກແຫ່ງການແຂ່ງຂັນທາງດ້ານສະຕິພູມປັນຍາໃນການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ, ຍ້ອນແນວນັ້ນຜູ້ນໍາພັກ ແລະ ລັດຖະບານກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ ແລະ ວາງແນວທາງນະໂຍບາຍ, ວາງແຜນຍຸດທະສາດ ໃນການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ເສດຖະກິດ-ສັງຄົມ ຢ່າງເປັນລະບົບ ໃນສະເພາະໜ້າ ແລະ ຍາວນານ ແນໃສ່ເພື່ອໃຫ້ປະເທດຊາດໄດ້ຮັບການພັດທະນາ ມີຄວາມຈະເລີນຮຸ່ງເຮືອງຮັ່ງມີ ເພື່ອບັນລຸ ຈຸດໝາຍດັ່ງກ່າວນັ້ນ, ໜຶ່ງໃນປັດໃຈທີ່ສໍາຄັນ ແມ່ນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການກໍ່ສ້າງ ແລະ ບໍາລຸງຍົກລະດັບຄວາມຮູ້-ຄວາມສາມາດໃນດ້ານຕ່າງໆ ແກ່ພະນັກງານໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ທາງດ້ານຄຸນສົມບັດທໍາປະຕິວັດ, ມີລະບຽບວິໄນ ມີຄ່ານິຍົມທີ່ຖືກຕ້ອງ, ມີວິຊາສະເພາະ ແລະມີວິຊາອາຊີບດີ, ມີສຸຂະພະລະານາໄມທີ່ສົມບູນ, ມີຄວາມກະຕືລືລົ້ນ ເປັນເຈົ້າການໃນການພັດທະນາຕົນເອງ ແລະ ພັດທະນາປະເທດຊາດ ເພີ່ມທະວີນໍ້າໃຈຮັກຊາດ ຮັກລະບອບປະຊາທິປະໄຕ ຮັກຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດທີ່ແສນຮັກຂອງພວກເຮົາຕະຫຼອດໄປ. ດັ່ງນັ້ນ, ພື້ນຖານຂອງການພັດທະນາຄົນ ກໍແມ່ນການສຶກສາເຊິ່ງເລີ່ມຈາກຄອບຄົວ, ສະຖາບັນສຶກສາ ແລະ ສັງຄົມນັບທັງສະຖາບັນພາກລັດ-ພາກເອກະຊົນ; ມຊ ແມ່ນສະຖາບັນແຫ່ງໜຶ່ງທີ່ໄດ້ກໍ່ສ້າງນັກວິຊາການເພື່ອຮັບໃຊ້ສັງຄົມ ຕາມຄວາມຮຽກຮ້ອງຕ້ອງການຂອງຂະແໜງການຕ່າງໆໃນທົ່ວປະເທດ ແລະພວກເຮົາມີກຽດອັນສູງສົ່ງຕໍ່ອາຊີບຄູ ທີ່ໄດ້ເຮັດລ້ອນໜ້າທີ່ໃນວຽກງານການພັດທະນາຊັບພະຍາກອນມະນຸດ ດ້ວຍວິທີການສິດສອນນັກສຶກສາໃຫ້ກາຍເປັນບັນດິດທີ່ມີຄວາມພ້ອມທີ່ປະກອບສ່ວນໃນການສ້າງສາປະເທດຊາດ.
ທ່ານກ່າວຕື່ມວ່າ ໂດຍຄຽງຄູ່ກັບຜົນງານ ແລະໝາກຜົນປະຕິບັດໄດ້ດັ່ງກ່າວ ໃນຊຸມປີຕໍ່ໜ້າ ບັນດາສະຫາຍທັງໝົດຄວນເອົາໃຈ ໃສ່ຕໍ່ວຽກຈຸດສຸມດັ່ງນີ້:
- ເອົາໃຈໃສຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າທີຕິດພັນກັບຂະແໜງການ, ການແກ້ໄຂບັນຫາ, ການພັດທະນາຊຸມຊົນ ແລະຮັບໃຊ້ໃຫ້ສັງຄົມຕົວຈິງ.
- ຍົກສູງຄຸນນະພາບການສຶກສາ-ກີລາ ເພື່ອພັດທະນາຊັບພະຍາກອນມະນຸດ ທັງດ້ານປະສິດທິພາບ ປະສິດທິຜົນ ຫຼີກລ້ຽງດ້ານປະລິມານ ທັງຮັບປະກັນສ້າງໃຫ້ນັກສຶກສາຮຽນວິຊາໃດກໍຕ້ອງຮັບປະກັນຄວາມຮູ້ດ້ານວິຊານັ້ນແທ້ໆ ບໍ່ແມ່ນຈະຮຽນໃຫ້ໃດ້ແຕ່ໃບປະກາສະນີຍະບັດເທົ່ານັ້ນ.
- ສຶກສາອົບຮົມຄົນຮຸ່ນໜຸ່ມຜູ້ສືບທອດພາລະກິດຂອງພັກຕັ້ງໜ້າຮໍ່າຮຽນເອົາຄຸນສົມບັດ ສິນທໍາປະຕິວັດ ຈາກຄູ ຈາກຜູ້ອາວຸໂສບຳນານ ສ້າງຕົນໃຫ້ກາຍເປັນຜູ້ທີ່ມີຄຸນທາດດ້ານການເມືອງໜັກແໜ້ນ ຄຽງຄູ່ກັບດ້ານວິຊາການເກັ່ງ.
- ຍົກລະດັບຄູສອນໃຫ້ເກັ່ງຮອບດ້ານ ໂດຍສະເພາະພາສາອັງກິດ ແນໃສ່ຮັບໃຊ້ການສິດສອນພາສາອັງກິດກາຍເປັນພາສາທີສອງຈຶ່ງສາມາດຮັບປະກັນທຽບເທົ່າສາກົນ.
- ເອົາໃຈໃສ່ສ້າງຄ່ານິຍົມໃໝ່ຕໍ່ນັກສຶກສາເມື່ອສໍາເລັດການສຶກສາແລ້ວ ກໍໄປປະກອບການຕາມສາຂາອາຊີບທີ່ຮຽນມາ ບໍ່ແມ່ນວ່າລໍຖ້າແຕ່ເປັນພະນັກງານສັງກັດລັດເທົ່ານັ້ນ.
- ເອົາໃຈໃສ່ວຽກງານພົວພັນການຕ່າງປະເທດ ຮູບແບບເປີດກວ້າງ ຕາມນະໂຍບາຍພົວພັນການຕ່າງປະເທດຂອງລັດຖະບານ ແລະຮັບປະກັນຄວາມປອດໄພຂອງກຸ່ມຄົນທີ່ບໍ່ຫວັງດີຕໍ່ສະຖາບັນຕົນ.
- ການກໍ່ສ້າງຊັບພະຍາກອນມະນຸດໃຫ້ເລັ່ງໃສ່ສາຂາວິຊາທີ່ປະເທດເຮົາຕ້ອງການພັດທະນາ ເປັນຕົ້ນແມ່ນ: ພາສາອັງກິດ, ການກະເສດ, ວິທະຍາສາດທຳມະຊາດ, ຄະນະຊັບພະຍາກອນນໍ້າ, ຄະນະສິ່ງແວດລ້ອມ ແລະຄະນະອື່ນໆ.
- ສືບຕໍ່ປະຕິບັດແຜນພັດທະນາ ມຊ ແຕ່ປີ 2026 ຮອດປີ 2030 ຕາມສະພາວະ ແລະທ່າແຮງໃຫ້ມີທ່າກ້າວກວ່າຊຸມປີຜ່ານມາ.
- ໃຫ້ມີຄວາມອຸ່ນອ່ຽງທຸ່ນທຽງ ປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະໃນໄລຍະການປັບປຸງກົງຈັກການຈັດຕັ້ງຂອງແຕ່ລະພາກສ່ວນ ພາຍໃນມະຫາວິທະຍາໄລແຫ່ງຊາດ.
- ເອົາໃຈໃສ່ສະກັດກັ້ນ ແລະຕ້ານປະກົດການຫຍໍ້ທໍ້ ທີຈະເກີດຂຶ້ນໃນຂົງເຂດການສຶກສາ ຕິດພັນກັບການອານຸລັກວັດທະນະທໍາຂອງຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າ ຄະນະຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທຸກໆຄົນທີ່ໄດ້ເຂົ້າຮ່ວມໃນມື້ນີ້ ຈະຕັ້ງໜ້າກໍ່ສ້າງຕົນເອງ ໃຫ້ກາຍເປັນພະນັກງານສືບທອດທີ່ດີຂອງພັກ ແລະລັດ, ເປັນລັດຖະກອນ, ເປັນນັກພັດທະນາ ທີມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເຄົາລົບ ແລະປະຕິບັດກົດໝາຍ-ລະບຽບວິໄນ ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ີການເມືອງຂອງຕົນໃນຂົງເຂດວຽກງານທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສໍາເລັດເປັນຢ່າງດີ.