Select your language

         ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດໃຫ້ແກ່ຜູ້ສໍາເລັດການສຶກສາປະຈໍາສົກສຶກສາ 2024-2025 ຂຶ້ນ ໃນວັນທີ 20 ກັນຍາ 2025 ນີ້ ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລິດກິດ ມຊ,ໂດຍການເປັນກຽດເຂົ້າຮ່ວມ ແລະ ມອບປະກາສະນີຍະບັດ ຂອງ ທ່ານ ຮອງສາດສະດາຈານ.ປະລິນຍາເອກ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ແລະ ທ່ານ ສາດສະດາຈານ.ປະລິນຍາເອກ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ບັນດາທ່ານແຂກທີ່ຖືກເຊີນຈາກກົມຂອງກະຊວງສຶກສາທິການ  ແລະກີລາ, ມີບັນດາຄະນະບໍດີ, ຜູ້ອໍານວຍການສະຖາບັນ, ຫົວໜ້າຫ້ອງການ, ຜູ້ອໍານວຍການສູນ, ຫໍສະໝຸດກາງ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ຜູ້ປົກຄອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

         ທ່ານ ສາດສະດາຈານ.ປະລິນຍາເອກ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຊຸດຮຽນ 2021-2025 ທີ່ຜ່ານມາວ່າ: ມຊ ເປັນສະຖາບັນການສຶກສາລະດັບຊາດ, ເປັນບ່ອນກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະມີຄວາມສີວິໄລທາງດ້ານຈິດໃຈ; ຕອບສະໜອງນັກວິຊາການທີ່ມີຄຸນນະພາບໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງຊາດ ແລະເຊື່ອມໂຍງກັບພາກພື້ນ ແລະສາກົນ. ມຊ ປະກອບມີ 13 ຄະນະວິຊາ, 2 ສະຖາບັນ ທີ່ເຮັດໜ້າທີ່ສ້າງຊັບພະຍາກອນມະນຸດ ຕັ້ງແຕ່ລະດັບອະນຸປະລິນຍາ ຮອດປະລິນຍາເອກ; ປັດຈຸບັນ ມຊ ມີພະນັກງານ ແລະຄູອາຈານທັງໝົດ 1,455 ທ່ານ, ຍິງ 697 ທ່ານ; ໃນນີ້ ເປັນຄູສອນ 1,200 ທ່ານ, ຍິງ 538 ທ່ານ, ດ້ານວຸດທິການສຶກສາພະນັກງານ, ຄູອາຈານ ລະດັບປະລິນຍາເອກ 218 ທ່ານ, ຍິງ 53 ທ່ານ, ປະລິນຍາໂທ 875 ທ່ານ, ຍິງ 412 ທ່ານ,   ເໜືອປະລິນຍາຕີ 1ທ່ານ, ປະລິນຍາຕີ 323 ທ່ານ, ຍິງ 201 ທ່ານ; ດ້ານວິທະຍານາມມະຍົດ(ຕໍາແໜ່ງວິຊາການ) ສາດສະດາຈານ 6 ທ່ານ, ຍິງ 1 ທ່ານ, ຮອງສາດສະດາຈານ 91 ທ່ານ, ຍິງ 19 ທ່ານ, ອາຈານ 335 ທ່ານ, ຍິງ 131 ທ່ານ ແລະຜູ້ຊ່ວຍອາຈານ 333 ທ່ານ, ຍິງ 172 ທ່ານ.

        ດ້ານຫຼັກສູດການຮຽນ-ການສອນ ປັດຈຸບັນ ມຊ ມີທັງໝົດ 255 ຫຼັກສູດ, ໃນນັ້ນ  ປະລິນຍາເອກ 13 ຫຼັກສູດ, ປະລິນຍາໂທ 74 ຫຼັກສູດ(ຫຼັກສູດນາໆຊາດ 2 ຫຼັກສູດ), ປະລິນຍາຕີ 119 ຫຼັກສູດ(ໃນນັ້ນເປັນຫຼັກສູດນາໆຊາດ 2 ຫຼັກສູດ), ຫຼັກສູດຕໍ່ເນື່ອງປະລິນຍາຕີ 44 ຫຼັກສູດ ແລະຫຼັກສູດອະນຸປະລິນຍາ(ຊັ້ນສູງ) 5 ຫຼັກສູດ. ສໍາລັບຫຼັກສູດທີ່ມີຜູ້ສໍາເລັດການສຶກສາ ໃນສົກສຶກສາ 2024-2025 ປະກອບມີ: ຫຼັກສູດປະລິນຍາເອກ 3 ຫຼັກສູດ, ປະລິນຍາໂທ 38 ຫຼັກສູດ(ຫຼັກສູດນາໆຊາດ 1 ຫຼັກສູດ), ຫຼັກສູດປະລິນຍາຕີ 114 ຫຼັກສູດ(ມີຫຼັກສູດຕໍ່ເນື່ອງປະລິຍາຕີ 22 ຫຼັກສູດ, ຫຼັກສູດນາໆຊາດ 2 ຫຼັກສູດ ແລະຫຼັກສູດອະນຸປະລິນຍາ 1 ຫຼັກສູດ ແລະສົກສຶກສາ 2024-2025 ມີຜູຈົບການສຶກສາທັງໝົດ 3,352 ຄົນ, ຍິງ 1,686 ຄົນ ເທົ່າກັບ 50,3% ໃນນີ້, ຈົບປະລິນຍາເອກ 5 ຄົນ, ຍິງ 1 ຄົນ, ປະລິນຍາໂທ 377 ຄົນ, ຍິງ147 ຄົນ, ປະລິນຍາຕີ 2,970 ຄົນ, ຍິງ 1,538 ຄົນ ແລະລະດັບອະນຸປະລິນຍາ 4 ຄົນ, ຍິງ 0 ຄົນ; ໃນນີ້ເປັນນັກສຶກສາຕ່າງປະເທດ 63 ຄົນ, ພະສົງ 66 ອົງ ແລະ ພິເສດມີນັກສຶກສາໄດ້ຮັບປະກາສະນີຍະບັດກຽດນິຍົມ(ໃບປະກາດແດງ) 64 ຄົນ, ຍິງ 38 ຄົນ.

       ໃນພິທີອັນມີຄວາມໝາຍສໍາຄັນນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ໄດ້ໃຫ້ກຽດໂອລົມຕໍ່ພິທີ, ເຊິ່ງບາງຕອນທ່ານກ່າວວ່າ: ຄື​ຮູ້ນຳ​ກັນ​ແລ້ວວ່າ, ຍຸກ​ໂລກາ​ພິວັດ​ແມ່ນ​ຍຸກ​ແຫ່ງ​ການ​ແຂ່ງຂັນ​ທາງ​ດ້ານ​ສະຕິ​ພູມ​ປັນຍາ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ຍ້ອນ​ແນວ​ນັ້ນ​ຜູ້​ນໍາ​ພັກ ​ແລະ ລັດຖະບານ​ກໍໄດ້​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່ ​ແລະ ວາງ​ແນວທາງ​ນະ​ໂຍບາຍ, ວາງ​ແຜນ​ຍຸດ​ທະ​ສາດ ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ສຶກສາ, ​ເສດຖະກິດ-​ສັງ​ຄົມ ຢ່າງ​ເປັນ​ລະບົບ ​ໃນ​ສະ​ເພາະ​ໜ້າ ​ແລະ ຍາ​ວນານ ​ແນ​ໃສ່​ເພື່ອ​ໃຫ້​ປະ​ເທດ​ຊາດ​ໄດ້​ຮັບ​ການ​ພັດທະນາ ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮັ່ງມີ ​ເພື່ອ​ບັນລຸ ຈຸດໝາຍ​ດັ່ງກ່າວ​ນັ້ນ, ໜຶ່ງ​ໃນ​ປັດ​ໃຈ​ທີ່ສໍາຄັນ ​ ​ແມ່ນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ໂດຍ​ສະ​ເພາະ​ແມ່ນ​ການ​ກໍ່ສ້າງ ​ແລະ ບໍາລຸງ​ຍົກ​ລະດັບ​ຄວາມ​ຮູ້-ຄວາມ​ສາມາດ​ໃນ​ດ້ານ​ຕ່າງໆ ​ແກ່​ພະນັກງານ​ໃຫ້​ສົມ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງກາ​ນພັດທະນາ, ທາງ​ດ້ານ​ຄຸນສົມບັດ​ທໍາ​ປະຕິວັດ, ມີ​ລະບຽບ​ວິ​ໄນ ມີຄ່າ​ນິຍົມ​ທີ່​ຖືກຕ້ອງ, ມີ​ວິຊາ​ສະ​ເພາະ ​​ແລະມີ​ວິຊາ​ອາ​ຊີບ​ດີ, ມີ​ສຸຂະພະລະານາ​ໄມ​ທີ່ສົມບູນ, ມີ​ຄວາມ​ກະຕືລື​ລົ້ນ ​ເປັນ​ເຈົ້າ​ການ​ໃນ​ການ​ພັດທະນາ​ຕົນ​ເອງ ​ແລະ ພັດ​ທະ​ນາປະ​ເທດ​ຊາດ ​ເພີ່ມ​ທະວີ​ນໍ້າ​ໃຈ​ຮັກ​ຊາດ ຮັກ​ລະບອບ​ປະຊາທິປະ​ໄຕ ຮັກ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ທີ່ແສນ​ຮັກ​ຂອງ​ພວກ​ເຮົາ​ຕະຫຼອດ​ໄປ. ດັ່ງ​ນັ້ນ, ພື້ນຖານຂອງ​ການ​ພັດທະນາ​ຄົນ ກໍ​ແມ່ນການ​ສຶກສາ​ເຊິ່ງ​ເລີ່​ມຈາກ​ຄອບຄົວ, ສະ​ຖາ​ບັນ​ສຶກສາ ​ແລະ ສັງຄົມ​ນັບ​ທັງ​ສະ​ຖາ​ບັນ​ພາກ​ລັດ-​ພາກ​ເອກະ​ຊົນ; ມຊ ​ແມ່ນ​ສະ​ຖາ​ບັນ​ແຫ່ງ​ໜຶ່ງ​ທີ່​ໄດ້​ກໍ່ສ້າງ​ນັກວິຊາການ​ເພື່ອ​ຮັບ​ໃຊ້​ສັງຄົມ ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຂະ​ແໜງ​ການ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ​ແລະພວກ​ເຮົາ​ມີ​ກຽດ​ອັນ​ສູງ​ສົ່ງ​ຕໍ່​ອາຊີບ​ຄູ ​ທີ່​ໄດ້​ເຮັດ​ລ້ອນ​ໜ້າ​ທີ່​ໃນ​ວຽກ​ງານ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ດ້ວຍ​ວິທີ​ການ​ສິດສອນ​ນັກສຶກສາ​ໃຫ້​ກາຍ​ເປັນບັນດິດ​ທີ່​ມີ​ຄວາມ​ພ້ອມ​ທີ່​ປະກອບ​ສ່ວນ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ.

        ທ່ານກ່າວຕື່ມວ່າ ໂດຍຄຽງຄູ່ກັບຜົນງານ ແລະໝາກຜົນປະຕິບັດໄດ້ດັ່ງກ່າວ ໃນຊຸມປີຕໍ່ໜ້າ ບັນດາສະຫາຍທັງໝົດຄວນເອົາໃຈ ໃສ່ຕໍ່ວຽກຈຸດສຸມດັ່ງນີ້:

     - ເອົາໃຈໃສຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າທີຕິດພັນກັບຂະແໜງການ, ການແກ້ໄຂບັນຫາ, ການພັດທະນາຊຸມຊົນ ແລະຮັບໃຊ້ໃຫ້ສັງຄົມຕົວຈິງ.

     - ຍົກສູງຄຸນນະພາບການສຶກສາ-ກີລາ ເພື່ອພັດທະນາຊັບພະຍາກອນມະນຸດ ທັງດ້ານປະສິດທິພາບ ປະສິດທິຜົນ ຫຼີກລ້ຽງດ້ານປະລິມານ ທັງຮັບປະກັນສ້າງໃຫ້ນັກສຶກສາຮຽນວິຊາໃດກໍຕ້ອງຮັບປະກັນຄວາມຮູ້ດ້ານວິຊານັ້ນແທ້ໆ ບໍ່ແມ່ນຈະຮຽນໃຫ້ໃດ້ແຕ່ໃບປະກາສະນີຍະບັດເທົ່ານັ້ນ.

     - ສຶກສາອົບຮົມຄົນຮຸ່ນໜຸ່ມຜູ້ສືບທອດພາລະກິດຂອງພັກຕັ້ງໜ້າຮໍ່າຮຽນເອົາຄຸນສົມບັດ ສິນທໍາປະຕິວັດ ຈາກຄູ ຈາກຜູ້ອາວຸໂສບຳນານ ສ້າງຕົນໃຫ້ກາຍເປັນຜູ້ທີ່ມີຄຸນທາດດ້ານການເມືອງໜັກແໜ້ນ ຄຽງຄູ່ກັບດ້ານວິຊາການເກັ່ງ.

     - ຍົກລະດັບຄູສອນໃຫ້ເກັ່ງຮອບດ້ານ ໂດຍສະເພາະພາສາອັງກິດ ແນໃສ່ຮັບໃຊ້ການສິດສອນພາສາອັງກິດກາຍເປັນພາສາທີສອງຈຶ່ງສາມາດຮັບປະກັນທຽບເທົ່າສາກົນ.

    - ເອົາໃຈໃສ່ສ້າງຄ່ານິຍົມໃໝ່ຕໍ່ນັກສຶກສາເມື່ອສໍາເລັດການສຶກສາແລ້ວ ກໍໄປປະກອບການຕາມສາຂາອາຊີບທີ່ຮຽນມາ ບໍ່ແມ່ນວ່າລໍຖ້າແຕ່ເປັນພະນັກງານສັງກັດລັດເທົ່ານັ້ນ.

    - ເອົາໃຈໃສ່ວຽກງານພົວພັນການຕ່າງປະເທດ ຮູບແບບເປີດກວ້າງ ຕາມນະໂຍບາຍພົວພັນການຕ່າງປະເທດຂອງລັດຖະບານ ແລະຮັບປະກັນຄວາມປອດໄພຂອງກຸ່ມຄົນທີ່ບໍ່ຫວັງດີຕໍ່ສະຖາບັນຕົນ.

    - ການກໍ່ສ້າງຊັບພະຍາກອນມະນຸດໃຫ້ເລັ່ງໃສ່ສາຂາວິຊາທີ່ປະເທດເຮົາຕ້ອງການພັດທະນາ ເປັນຕົ້ນແມ່ນ: ພາສາອັງກິດ, ການກະເສດ, ວິທະຍາສາດທຳມະຊາດ, ຄະນະຊັບພະຍາກອນນໍ້າ, ຄະນະສິ່ງແວດລ້ອມ ແລະຄະນະອື່ນໆ.

   - ສືບຕໍ່ປະຕິບັດແຜນພັດທະນາ ມຊ ແຕ່ປີ 2026 ຮອດປີ 2030 ຕາມສະພາວະ ແລະທ່າແຮງໃຫ້ມີທ່າກ້າວກວ່າຊຸມປີຜ່ານມາ.

   - ໃຫ້ມີຄວາມອຸ່ນອ່ຽງທຸ່ນທຽງ ປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະໃນໄລຍະການປັບປຸງກົງຈັກການຈັດຕັ້ງຂອງແຕ່ລະພາກສ່ວນ ພາຍໃນມະຫາວິທະຍາໄລແຫ່ງຊາດ.

    - ເອົາໃຈໃສ່ສະກັດກັ້ນ ແລະຕ້ານປະກົດການຫຍໍ້ທໍ້ ທີຈະເກີດຂຶ້ນໃນຂົງເຂດການສຶກສາ ຕິດພັນກັບການອານຸລັກວັດທະນະທໍາຂອງຊາດ.  ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ ຄະນະຜູ້ບໍລິຫານ,​ ພະນັກງານ,​ ຄູ-ອາຈານ ແລະນັກ​ສຶກສາ ທຸກໆ​ຄົນ​ທີ່​ໄດ້​ເຂົ້າຮ່ວມໃນ​ມື້​ນີ້ ຈະ​ຕັ້ງໜ້າ​ກໍ່ສ້າງ​ຕົນ​ເອງ ​ໃຫ້​ກາຍ​ເປັນ​ພະນັກງານ​ສືບ​ທອດ​ທີ່​ດີ​ຂອງ​ພັກ ​ແລະລັດ, ​ເປັນ​ລັດຖະກອນ, ​ເປັນ​ນັກ​ພັດທະນາ ທີ​ມີ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ, ມີ​ຄຸນ​ສົມ​ບັດ​ສິນ​ທໍາ​ປະຕິວັດ, ​ເຄົາ​ລົບ ​ແລະປະຕິບັດ​ກົດ​ໝາຍ-ລະບຽບວິ​ໄນ ມີ​ຄວາມ​ຮັບຜິດຊອບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່ີການ​ເມື​ອງຂອງ​ຕົນ​ໃນ​ຂົງ​ເຂດ​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ ໃຫ້​ມີ​ຜົນສໍາ​ເລັດ​ເປັນຢ່າງດີ.​

ຮູບພາບບັນຍາກາດ