ໃນຕອນເຊົ້າຂອງວັນທີ 29 ເມສາ 2026, ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກີລາ ຮ່ວມກັບ ສະຫະພັນກຳມະບານ ມຊ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງ ວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886 – 1 ພຶດສະພາ 2026) ແລະ ຈັດສຳມະນາກ່ຽວກັບການຮັກສາສຸຂະພາບ ເພື່ອເປັນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ.
ໃຫ້ກຽດເຂົ້າຮ່ວມໃນພິທີ ມີ ສະຫາຍ ປອ. ຕຸດາວັນ ໝໍ່ເມືອງເສດ, ກຳມະການປະຈຳພັກກະຊວງ, ຜູ້ຊີ້ນຳ 3 ອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກີລາ; ສະຫາຍ ແສງສະເດັນ ບຸນລາວົງ, ຄະນະພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກີລາ; ສະຫາຍ ວົງວິທະຍາ ຄຸນສະຫວັດ, ຮອງປະທານສະຫະພັນກຳມະບານ ມຊ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນກຳມະບານກະຊວງ ແລະ ຄະນະບໍລິຫານງານກຳມະບານ ມຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ວິໄລ ວົງຂະເສີມ, ຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ໃຫ້ກຽດຂຶ້ນປາຖະກະຖາ ຫວນຄືນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງວັນກຳມະກອນສາກົນ ເຊິ່ງເປັນວັນແຫ່ງການຕໍ່ສູ້ເພື່ອສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ. ພ້ອມກັນນັ້ນ, ຍັງໄດ້ເນັ້ນໜັກເຖິງການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການກຳມະບານລາວ ໃນແຕ່ລະໄລຍະ. ຂະນະດຽວກັນ ໃນພິທີ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍໃນຫົວຂໍ້ "ການຮັກສາສຸຂະພາບ" ໂດຍ ສະຫາຍ ປອ.ດຣ. ສຸລິເດດ ວິໄລວົງ ຮອງຫົວໜ້າພາກວິຊາ ພະຍາດວິທະຍາ ແລະ ນິຕິເວດວິທະຍາ, ຄະນະແພດສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ ເພື່ອເປັນການສ້າງຄວາມຮັບຮູ້ ແລະ ປູກຈິດສຳນຶກໃຫ້ແກ່ສະມາຊິກກຳມະບານ ໃນການເບິ່ງແຍງຮັກສາສຸຂະພາບຕົນເອງ ເພື່ອສ້າງຄວາມພ້ອມໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບສູງ.
ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ສະຫາຍ ປອ. ຕຸດາວັນ ໝໍ່ເມືອງເສດ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ, ເຊິ່ງກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ສຸມສະຕິປັນຍາເຂົ້າໃນການຈັດກິດຈະກຳທີ່ມີຄວາມໝາຍນີ້, ພ້ອມທັງຮຽກຮ້ອງໃຫ້ສະມາຊິກກຳມະບານທຸກສະຫາຍ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງວັນກຳມະກອນສາກົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ແລະ ປະກອບສ່ວນເຂົ້າໃນພາລະກິດພັດທະນາການສຶກສາ ແລະ ກີລາ ໃນຕໍ່ໜ້າໃຫ້ມີທ່າກ້າວອັນໃໝ່ ຍິ່ງໃຫຍ່ກວ່າເກົ່າ.