ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເອົາທຶນໄປເຂົ້າຮ່ວມງານ 2024 Mekong-ROK Youth Group Workshop ຈັດໂດຍ ກະຊວງການຕ່າງປະເທດ, ສ. ເກົາຫຼີ; ຊຶ່ງຈະຖືກຈັດຂຶ້ນໃນລະຫວ່າງວັນທີ 19 – 23 ສິງຫາ 2024 ທີ່ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານເກົາຫຼີ (Korea Institute of Science and Technology Information, Daejeon), ສ. ເກົາຫຼີ. ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດລົງທະບຽນໄດ້ທີ່: https://forms.gle/7LRw8JYkHFPyzDxm7 ; ກໍານົດປິດຮັບສະໝັກ ວັນທີ 31 ພຶດສະພາ 2024.
Call for Application: 2024 Mekong-ROK Youth Group Workshop, Korea
