Select your language

ໃນຕອນບ່າຍວັນທີ 10 ພະຈິກ 2022 ນີ້, ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີມອບ-ຮັບທຶນການສຶກສາ ຈາກບໍລິສັດໄຟຟ້າຫົງສາ ຈໍາກັດ ໃຫ້ແກ່ ນັກສຶກສາມະຫາວິທະຍາໄລແຫ່ງຊາດ ປະຈໍາສົົກສຶກສາ 2022-2023 ໂດຍການມອບຂອງທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ຂອງບໍລິສັດໄຟຟ້າຫົງສາ,  ຝ່າຍ ມຊ. ເຂົ້າຮ່ວມໂດຍ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ມີບັນດາຫົວໜ້າຫ້ອງການ, ມີບັນດາຄະນະກໍາມະການຜູ້ຮັບຜິດຊອບທຶນ, ບັນດາແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງ ແລະນັກສຶກສາຜູ້ທີ່ໄດ້ຮັບທຶນເຂົ້າຮ່ວມ.

ໂຄງການມອບທຶນການສຶກສາ ຈາກບໍລິສັດໄຟຟ້າຫົງສາ ຈໍາກັດ ໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແມ່ນເລີ່ມມາແຕ່ສົກສຶກສາ 2020-2021 ເປັນຕົ້ນມາ. ສໍາສັບສົກສຶກສາ 2022-2023 ນີ້ແມ່ນເປັນປີທີ 3. ໂດຍມີຈຸດປະສົງເພື່ອຊຸກຍູ້ ແລະສົ່ງເສີມທຶນການສຶກສາໃຫ້ແກ່ນັກສຶກສາປີທີ 3 ທີ່ມີຄຸນສົມບັດດີ, ຮຽນດີ, ຮຽນເກັ່ງ ໄດ້ມີໂອກາດສຶກສາຕໍ່ໃຫ້ສໍາເລັດການສຶກສາໃນລະດັບມະຫາວິທະຍາໄລ, ເຊິ່ງທຶນທີ່ບໍລິສັດ ໄຟຟ້າຫົງສາ ມອບໃຫ້ແກ່ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດໃນປີນີ້ມີຈໍານວນ 8 ຄົນໃນ 3 ຄະນະວິຊາຄື ຄະນະນິຕິສາດ ແລະລັດຖະສາດ, ຄະນະເສດຖະສາດ ແລະບໍລິຫານທຸລະກິດ ແລະຄະນະວິສະວະກໍາສາດ ເຊິ່ງການເບີກຈ່າຍທຶນແມ່ນໄດ້ເບີກຈ່າຍເປັນຄ່າຮຽນຕາມໜ່ວຍກິດທີ່ນັກສຶກສາຮຽນຕົວຈິງ, ເບີກຈ່າຍຄ່າອຸປະກອນການຮຽນ ປີລະ 1.000.000 ກີບຕໍ່ຄົນຕໍ່ປີ, ຈ່າຍເປັນເບ້ຍລ້ຽງເດືອນລະ 600.000 ກີບຕໍ່ຄົນຕໍ່ປີ ແລະນັກສຶກສາຜູ້ທີ່ໄດ້ຮັບທຶນຍັງໄດ້ເຂົ້າເຝິກງານຢູ່ບໍລິສັດໄຟຟ້າຫົງສາປີລະ 1 ຄັ້ງ ເພື່ອໃຫ້ຜູ້ຮັບທຶນໄດ້ຮຽນຮູ້ ແລະເຝິກຝົນປະສົບການການເຮັດວຽກກັບບໍລິສັດ. ການລົງເຝິກງານຜູ້ຮັບທຶນຈະໄດ້ເບ້ຍລ້ຽງວັນລະ 39.000 ກີບຕໍ່ວັນ ແລະຄ່າເດີນທາງທ້ຽວລະ 200.000 ກີບ, ຫຼັງຈາກຈົບການສຶກສາຜູ້ຮັບທຶນຈະຕ້ອງໄດ້ເຂົ້າເປັນສັນຍາຈ້າງງານກັບບໍລິສັດໄຟຟ້າຫົງສາໃນໄລະເວລາ 2 ປີ.

ພາບບັນຍາກາດ