ການເຝິກອົບຮົມໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການຕ້ານອັກຄີໄພ ແກ່ຄູ-ອາຈານ ແລະ ນັກສຶກສາ ຂອງຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ທີ່ຫ້ອງປະຊຸມຂອງຄະນະ, ໂດຍການເຂົ້າຮ່ວມຂອງທ່ານ ປອ. ສີສະຫວາດ ໂສມມະລັດ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດສັງຄົມ, ທ່ານຜູ້ຕາງໜ້າຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນໄດ້ຄວາມສຳຄັນຂອງຄວາມປອດໄພທາງດ້ານອັກຄີໄພ ເຊິ່ງບໍ່ພຽງແຕ່ເຂົ້າໃຈດ້ານທິດສະດີເທົ່ານັ້ນ, ແຕ່ຍັງສາມາດປະຕິບັດຕົວຈິງ ບໍ່ວ່າຈະເປັນ ການຊ້ອມໜີໄຟ, ມອດໄຟໃນເວລາເກີດອັກຄີໄພ ລວມທັງການເລືອກເຟັ້ນຜະລິດຕະພັນ ແລະ ອຸປະກອນດັບເພີງທີ່ໄດ້ມາດຕະຖານ.
ພ້ອມກັນນັ້ນ, ຜ່ານກິດຈະກຳຄັ້ງນີ້, ຄູ-ອາຈານ ແລະ ນັກສຶກສາ ຍັງໄດ້ຮູ້ຈັກກັບບໍລິສັດຄູ່ຮ່ວມງານທີ່ເປັນທາງການຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອຂໍຄຳປຶກສາດ້ານການບໍລິການອັກຄີໄພ ແລະ ສັ່ງຊື້ອຸປະກອນດັບເພີງທີ່ມີຄຸນນະພາບໄດ້ຢ່າງສະດວກສະບາຍ ເຊິ່ງເປັນສິນຄ້າ ແລະ ການບໍລິການກ່ຽວກັບອັກຄີໄພ ທີ່ໄດ້ຮັບການຢັ້ງຢືນການເປັນຄູ່ຮ່ວມງານຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ເຊິ່ງຮັບປະກັນໄດ້ເຖິງຄວາມປອດໄພ ແລະ ຄຸນນະພາບຢ່າງເຂັ້ມງວດ. ຫຼັງຈາກນັ້ນ, ນັກສຶກສາທີ່ເຂົ້າຮ່ວມຝຶກອົບຮົມຍັງໄດ້ຊົມ ແລະ ທົດລອງນຳໃຊ້ບັ້ງດັບເພີງໃນກໍລະນີທີ່ເກີດອັກຄີໄພຕົວຈິງ ໃຫ້ຖືກຕ້ອງ ແລະ ປອດໄພອີກດ້ວຍ.
ເນື່ອງໃນໂອກາດສະເຫຼີມ-ສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ (07 ຕຸລາ 1994-07 ຕຸລາ 2026) ແລະ ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ຄະນະພັກຮາກຖານ ຄະນະອັກສອນສາດ ໄດ້ຈັດພິທີປາຖະກະຖາ ຫົວຂໍ້: “ການປັບຕົວດ້ານການສຶກສາຢູ່ໃນໄລຍະໃໝ່” ແລະ ມອບ-ຮັບຫຼຽນກາທີລະນຶກ 50 ປີ ຂຶ້ນ ໃນວັນທີ 21 ຕຸລາ 2026 ທີ່ ຫ້ອງປະຊຸມຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ສະຫາຍ. ປອ. ນາງ ທອງມາລາ ໂພສີຄໍາ ເລຂາຄະນະພັກຮາກຖານ ຫົວໜ້າຄະນະວິຊາຄະນະອັກສອນສາດ ພ້ອມດ້ວຍຄະນະພັກ, ຄູອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານປາຖະກະຖາຄັ້ງນີ້ຈັດຂຶ້ນເພື່ອສ້າງໂອກາດໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາໄດ້ຮໍ່າຮຽນເອົາບົດຮຽນທີ່ດີເດັ່ນຂອງຄູປະຕິວັດ ອາວຸໂສ, ໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກຕໍ່ການສຶກສາໃຫ້ເຂົ້າໃຈຢ່າງເລິກເຊິ່ງຖືກຕ້ອງ ແລະ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນພິທີສະເຫຼີມ-ສະຫຼອງ ມຊ ຄົບຮອບ 30 ປີ, ຄອສ ຄົບຮອບ 26 ປີ.
ໃນພິທີ ທ່ານ ຮສ.ປອ ພຸດ ສິມມາລາວົງ ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດບັນຍາຍ ໃນຫົວຂໍ້: “ການປັບຕົວດ້ານການສຶກສາຢູ່ໃນໄລຍະໃໝ່” ທ່ານໄດ້ກ່າວວ່າ ແມ່ນການຫັນປ່ຽນການສຶກສາລາວ ຈາກຮູບແບບດັ້ງເດີມໄປສູ່ການສຶກສາທີ່ທັນສະໄໝ, ມີຄຸນນະພາບ, ເທົ່າທຽມ ແລະ ສາມາດສ້າງຊັບພະຍາກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດ ເພື່ອເປັນກຳລັງຮັກໃນການພັດທະນາປະເທດຊາດຢ່າງຍືນຍົງ ໂດຍເນັ້ນໃສ່ ການຫັນເປັນດິຈິຕອນ ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນການຮຽນ-ການສອນ ແລະ ການຄຸ້ມຄອງບໍລິຫານການສຶກສາ ເພື່ອຂະຫຍາຍໂອກາດການຮຽນຮູ້ຢ່າງທົ່ວເຖິງ, ການພັດທະນາຫຼັກສູດ ແລະ ທັກສະ ປັບປຸງເນື້ອໃນການສຶກສາໃຫ້ເນັ້ນການປະຕິບັດຈິງ (STEM/STEAM) ແລະ ພັດທະນາທັກສະໃນສະຕະວັດທີ 21 ເຊັ່ນ: ການຄິດວິເຄາະ, ການແກ້ໄຂບັນຫາ ແລະ ທັກສະດ້ານພາສາ/ດິຈິຕອນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ, ການຍົກລະດັບຄຸນນະພາບຄູ ແລະ ບຸກຄະລາກອນ ການສົ່ງເສີມ ແລະ ພັດທະນາຂີດຄວາມສາມາດຂອງຄູ-ອາຈານ ໃຫ້ມີຄວາມຮູ້, ທັກສະດ້ານການສອນແບບໃໝ່ ແລະ ທັນກັບການປ່ຽນແປງ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ການຍົກລະດັບມາດຕະຖານການສຶກສາ ເພື່ອໃຫ້ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບບັນດາປະເທດໃນອາຊຽນ ແລະ ສາກົນ ຢ່າງມີປະສິດທິພາບ.
ໃນພິທີຍັງໄດ້ມີການມອບ-ຮັບ ຫຼຽນກາທີ່ລະນຶກ 50 ປີ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ໃຫ້ແກ່ພະນັກງານ, ຄູ-ອາຈານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດ ຈຳນວນ 135 ຄົນ ລວມມີພະນັກງານບຳນານ ແລະ ພະນັກງານ, ຄູ-ອາຈານ ທີ່ປະຈຳການ ມອບໂດຍສະຫາຍ. ປອ. ນາງ ທອງມາລາ ໂພສີຄໍາ.
ໃນວັນທີ 21 ຕຸລາ 2026, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI), ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການ JICA ໄດ້ຈັດ "ງານພົບປະເພື່ອສົ່ງເສີມການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ" (Study in Japan Fair 2026) ຄັ້ງທີ 18 ປະຈໍາປີ 2026 ຂຶ້ນ. ໂດຍໃຫ້ກຽດກ່າວຕ້ອນຮັບບັນດາແຂກ ແລະ ເປີດງານຢ່າງເປັນທາງການໂດຍ ທ່ານ ນາງ ສຸກສາຄອນ ແສງສຸລິວົງ, ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ.
ພິທີດັ່ງກ່າວ ມີຜູ້ເຂົ້າຮ່ວມຢ່າງພ້ອມພຽງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງສະເດັດ ບຸນລາວົງ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ; ທ່ານ ຈິກຸຊະ ເຊກິ (Chikusa Seki), ທີ່ປຶກສາໂຄງການ JICA ປະຈໍາສະຖາບັນ ລາວ-ຍີ່ປຸ່ນ; ທ່ານ ຍາຊຸນໂນບຸ ຊິບາຕະ (Yasunobu Shibata), ເລຂານຸການທີ 3 ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ; ທ່ານ ໂຍຊິຮິໂຣ ອິໂມໂຕະ (Yoshihiro Imoto), ຜູ້ຕາງໜ້າຈາກຫ້ອງການ JICA ປະຈໍາ ສປປ ລາວ. ພ້ອມດ້ວຍ ຜູ້ຕາງໜ້າຈາກ 5 ສະຖາບັນການສຶກສາ ແລະ ມະຫາວິທະຍາໄລຈາກປະເທດຍີ່ປຸ່ນ, ອົງການ JASSO, ສະມາຄົມອະດີດນັກສຶກສາລາວທີ່ຮຽນຈົບຈາກປະເທດຍີ່ປຸ່ນ (JAOL), ຄະນະບໍດີ, ຄູ-ອາຈານ, ນັກສຶກສາ ແລະ ນັກຮຽນໂຮງຮຽນມັດທະຍົມສົມບູນ ທັງຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງຟົດຟື້ນ.
ງານພົບປະໃນຄັ້ງນີ້ ຈັດຂຶ້ນໃນຮູບແບບປະສົມປະສານ (Hybrid) ທັງແບບເຊິ່ງໜ້າ (Onsite) ແລະ ແບບອອນລາຍ (Online) ເພື່ອແລກປ່ຽນບົດຮຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການໄປສຶກສາຕໍ່ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຢູ່ປະເທດຍີ່ປຸ່ນ. ພາຍໃນງານ ມີການແນະນໍາທຶນການສຶກສາຈາກລັດຖະບານຍີ່ປຸ່ນ, ທຶນຈາກມະຫາວິທະຍາໄລຍີ່ປຸ່ນ, ການນໍາສະເໜີຂໍ້ມູນຈາກມະຫາວິທະຍາໄລຊັ້ນນໍາ ເຊັ່ນ: Asia University, Nagasaki University, Waseda Edu Japanese Language School (Oji School), Okayama University, Musashino University, ພ້ອມທັງການແລກປ່ຽນປະສົບການກົງຈາກອະດີດນັກສຶກສາລາວທີ່ຮຽນຈົບຈາກປະເທດຍີ່ປຸ່ນ ເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາລາວໄດ້ມີຄວາມກຽມພ້ອມໃນການສະໝັກຮັບທຶນການສຶກສາໃນອະນາຄົດ.
ໃນວັນທີ 20 ຕຸລາ 2026, ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີພົບປະຫາລື ແລະ ລົງນາມໜັງສືເຈດຈຳນົງ (Letter of Intent - LOI) ວ່າດ້ວຍການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນທາງດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການສູນສື່ສານທາງວັດທະນະທຳສາກົນຂອງມາເລເຊຍ (International Cultural Communication Center Malaysia ຫຼື ICCCM).
ເຂົ້າຮ່ວມໃນພິທີຄັ້ງນີ້ ຝ່າຍມະຫາວິທະຍາໄລແຫ່ງຊາດ ມີ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ພ້ອມດ້ວຍພະນັກງານ ແລະ ວິຊາການທີ່ກ່ຽວຂ້ອງ. ຝ່າຍອົງການ ICCCM ຕາງໜ້າໂດຍ Ms. Loo Hui Ann ,ຜູ້ອຳນວຍການບໍລິຫານ (Managing Director) ພ້ອມດ້ວຍຄະນະປະຕິບັດງານ.
ການພົບປະໃນຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລື ແລະ ສຳຫຼວດທ່າແຮງຄວາມສາມາດໃນການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການ ICCCM, ໂດຍສະເພາະການແລກປ່ຽນທາງດ້ານວິຊາການ, ການເຄື່ອນຍ້າຍນັກສຶກສາ, ການພັດທະນາຫຼັກສູດນານາຊາດ, ການສະໜອງທຶນການສຶກສາ, ການຈັດໂຄງການພັດທະນາຫຼັກສູດຮ່ວມກັນ (Joint Program), ການຝຶກອົບຮົມ, ຕະຫຼອດຮອດການແລກປ່ຽນພະນັກງານ, ຄູ-ອາຈານ ແລະ ຜູ້ບໍລິຫານ. ອົງການ ICCCM ເຊິ່ງເຮັດໜ້າທີ່ເປັນກອງເລຂາຂອງສະມາຄົມການສຶກສາລະຫວ່າງປະເທດ (International Transnational Education Association ຫຼື ITEA) ພາຍໃຕ້ການລິເລີ່ມຂອງລັດຖະບານ ສປ ຈີນ, ໄດ້ສະເໜີໂຄງການ ແລະ ໂອກາດດ້ານການສຶກສາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານວິຊາການຢູ່ສະຖານການສຶກສາຊັ້ນສູງໃຫ້ມີຄວາມຍືນຍົງ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ຮ່ວມກັນລົງນາມໃນໜັງສືເຈດຈຳນົງ (LOI) ເພື່ອຢັ້ງຢືນການຮ່ວມມືໃນອະນາຄົດ, ໂດຍກຳນົດຂອບເຂດການຮ່ວມມືສຳຄັນ 9 ດ້ານ ດັ່ງນີ້:
1. ການເຂົ້າຮ່ວມໂຄງການ "International People-to-People Exchange Friendship Institute".
2. ການຮ່ວມມືຈັດໂຄງການຝຶກອົບຮົມໄລຍະສັ້ນ, ການແລກປ່ຽນໜ່ວຍກິດນັກສຶກສາ ແລະ ການສົ່ງເສີມນັກສຶກສາເຂົ້າຮ່ວມການແຂ່ງຂັນລະດັບສາກົນ.
3. ການຈັດກິດຈະກຳຝຶກອົບຮົມຄູ-ອາຈານ ແລະ ການທັດສະນະສຶກສາ ເພື່ອຍົກລະດັບຄຸນວຸດທິທາງດ້ານວິຊາການ.
4. ການຮ່ວມມືດຳເນີນການຈັດການຮຽນ-ການສອນ ແລະ ການສ້າງບຸກຄະລາກອນ.
5. ການສົ່ງເສີມການຝຶກອົບຮົມ "ພາສາຈີນ + ທັກສະວິຊາຊີບ" (Chinese Language Plus Vocational
Skills) ແລະ ການເຜີຍແຜ່ມາດຕະຖານການສຶກສາອາຊີວະສຶກສາຂອງຈີນ.
6. ການນຳເຂົ້າ ແລະ ແລກປ່ຽນຊັບພະຍາກອນຫຼັກສູດການສຶກສາທີ່ມີຄຸນນະພາບ.
7. ການຮ່ວມກັນຈັດກອງປະຊຸມ ຫຼື ກິດຈະກຳລະດັບສາກົນ.
8. ການສ້າງໂຄງການ ຫຼື ສະຖາບັນການສຶກສາຮ່ວມມືລະຫວ່າງປະເທດ.
9. ການນຳໃຊ້ເວທີການຮຽນຮູ້ ITEA (ITEA Learning Platform) ເພື່ອແບ່ງປັນຊັບພະຍາກອນ ແລະ ເນື້ອໃນຫຼັກສູດ.
ການລົງນາມໃນໜັງສືເຈດຈຳນົງຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການສ້າງພັນທະມິດທາງດ້ານການສຶກສາໄລຍະຍາວ, ເຊິ່ງຈະຊ່ວຍສົ່ງເສີມການພັດທະນາວຽກງານວິຊາການຂອງມະຫາວິທະຍາໄລແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ, ພ້ອມທັງເປີດໂອກາດໃຫ້ມະຫາວິທະຍາໄລແຫ່ງຊາດ ເຂົ້າເປັນສະມາຊິກຂອງ ITEA ເພື່ອເຂົ້າຮ່ວມໂຄງການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະເທດຢ່າງກວ້າງຂວາງ.
ກອງປະຊຸມສຳມະນາການສຶກສາ ການພັດທະນາຕະຫຼາດທີ່ດິນ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026, ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມຂອງທ່ານ ຮສ. ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ທ່ານ ປອ. ລີວາເມັງ ລີບົວປາວ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາທ່ານນັກຄົ້ນຄວ້າ, ນັກວິຊາການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮສ. ວາດສະໜາ ຈັນທະນາສິນ ກໍໄດ້ມີຄຳເຫັນຕໍ່ທີ່ປະຊຸມເຊິ່້ງທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງການຄົ້ນຄວ້າແບບສົມທຽບທີ່ອີງໃສ່ຫຼັກຖານ ໃນການຊຸກຍູ້ ຫຼື ປືຶກສາຫາລືດ້ານນະໂຍບາຍທີ່ດິນ ເຊິ່ງຜົນຂອງການຄົ້ນຄວ້າບໍ່ພຽງແຕ່ມີຄວາມໝາຍຕໍ່ ສປປ ລາວ ເທົ່ານັ້ນ, ແຕ່ເປັນໝາກຜົນຂອງການຄົ້ນຄວ້າທີ່ສຳຄັນຕໍ່ກັບບັນດາປະເທດໃນພາກພື້ນອາຊີ ເຊັ່ນ: ຫວຽດນາມ ແລະ ກຳປູເຈຍ ທີ່ເມື່ອເວົ້າເຖິງການພັດທະນາທີ່ດິນ ກໍຖືເປັນວຽກງານສຳຄັນໃນການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ຂອງແຕ່ລະເທດ, ສະນັ້ນ ການຈັດກອງປະຊຸມໃນນີ້ ຈື່ງເປັນຂີດໝາຍທີ່ສຳຄັນທີ່ມະຫາວິທະຍາໄລແຫ່ງຊາດ ເວົ້າລວມ ເວົ້າສະເພາະ ກໍຄືຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ມີສ່ວນຮ່ວມສຶກສາຄົ້ນຄວ້າໃນຄັ້ງນີ້ອີກດ້ວຍ.
ກອງປະຊຸມຄັ້ງນີ້ ແມ່ນຈັດຂຶ້ນເພື່ອເປັນເວທີໃນການປຶກສາຫາລືການພັດທະນາຕະຫຼາດທີ່ດິນ, ເພື່ອນຳສະເໜີວິທີ ແລະ ຜົນການຄົ້ນຄວ້າການພັດທະນາຕະຫຼາດທີ່ດິນຮ່ວມກັບ 3 ປະກອບມີ: ລາວ, ຫວຽດນາມ, ກຳປູເຈຍ ເພື່ຶອສຶກສາກ່ຽວກັບຂໍ້ສະເໜີ ແລະ ການມີສ່ວນຮ່ວມຂອງຜູ້ທີ່ໄດ້ຮັບຜົນກະທົບຈາກການພັດທະນາທີ່ດິນ. ພ້ອມນັ້ນ ໃນທີ່ປະຊຸມຍັງໄດ້ຮັບຟັງການນຳສະເໜີຜົນຂອງການສຶກສາການພັດທະນາທີ່ດິນ ເຊິ່ງນຳສະເໜີໂດຍ ທ່ານ Dinh Tuan Minh, ຈາກສູນແນວທາງການແກ້ໄຂບັນຫາທາງສັງຄົມ ແລະ ເສດຖະກິດ ໂດຍອາໄສກົນໄກການຕະຫຼາດ (MASSEI) ປະເທດຫວຽດນາມ ໂດຍທ່ານໄດ້ຍົກໃຫ້ເຫັນ ຜົນຂອງການຄົ້ນຄວ້າທີ່ສະແດງໃຫ້ເຫັນວ່າ ສປປ ລາວ ຢູ່ໃນຊ່ວງຂອງການພັດທະນາພື້ນຖານໂຄງລ່າງ ໂດຍມີການສ້າງລະບົບ ໃນການເກັບກຳຂໍ້ມູນທີ່ດິນແບບຕິຈິຕອລ ທີ່ສາມາດນຳໃຊ້ໄດ້ຢ່າງສະດວກ ວ່ອງໄວ ຊັດເຈນ ຄຽງຄູ່ກັບການພັດທະນາຊຸມເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ; ກໍລະສຶກສາຈາກປະເທດກຳປູເຈຍ ໃນການພັດທະນາຕະຫຼາດທີ່ດິນ ນຳສະເໜີໂດຍ ທ່ານ ຮສ. ປອ. ວິລິຍະສັກ ສີສຸພັນທອງ ນັກຄົ້ນຄວ້າ ຈາກຄະນະວິຊາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ເວທີສົນທະນາແລກປ່ຽນຄຳເຫັນກັນໃນຫົວຂໍ້ດັ່ງກ່າວ.
ໃນລະຫວ່າງວັນທີ 15-16 ຕຸລາ 2026 ນີ້, ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີຝຶກອົບຮົມວຽກງານກວດກາໃຫ້ແກ່ພະນັກງານທີ່ເຮັດວຽກງານກວດກາ ພາຍໃນ ມຊ ຂຶ້ນທີ່ຫ້ອງປະຊຸມຂອງຄະນະເສດຖະສາດ ແລະບໍລິຫານທຸລະກິດ ໂດຍການເປັນປະທານຂອງ ສະຫາຍ ອຈ. ທອງສຸກ ແກ້ວມະນີ ຄະນະພັກກະຊວງສຶກສາທິການ ແລະ ກີລາ, ປະທານກວດກາພັກ, ຮອງຜູ້ອຳນວຍການໃຫຍ່ ມຊ, ພ້ອມທັງໄດ້ຮັບກຽດການບັນຍາຍຈາກ ສະຫາຍ ແສງທອງ ຊາວພູວົງ ຮອງຫົວໜ້າກົມກວດກາພັກ ຄະນະກວດກາສູນກາງພັກ, ສະຫາຍ ກໍລະກັນ ສິງອຸດົມ ຫົວໜ້າກົມຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາຄະນະສູນກາງພັກ, ສະຫາຍ ພັນມະຫາ ສິລິພົມເດດ ຫົວໜ້າພະແນກ ກົມຕ້ານ ແລະສອບສວນການສໍ້ລາດບັງຫຼວງ, ເຂົ້າຮ່ວມມີບັນດາສະຫາຍປະທານກວດກາພັກຮາກຖານ, ຮອງປະທານກວດກາພັກຮາກຖານ, ຜູ້ກວດກາໜ່ວຍພັກ, ຄະນະຫ້ອງການ ແລະ ສະມາຊິກ ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ມຊ ລວມທັງໝົດ 103 ທ່ານ.
ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງປະຕິບັດແຜນການເຄື່ອນໄຫວປະຈຳປີ 2026 ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານກວດກາພາຍໃນ. ທັງນີ້ ກໍເພື່ອຕິດຕາມ ແລະ ກວດກາການເຄື່ອນໄຫວ, ການຄຸ້ມຄອງ, ການບໍລິຫານ ໃຫ້ສອດຄ່ອງກັບກົດລະບຽບພັກ, ກົດໝາຍ ແລະ ນິຕິກຳຕ່າງໆ ຢ່າງເຂັ້ມງວດ. ນອກຈາກນີ້, ຍັງເປັນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງຜັນຂະຫຍາຍແຜນພັດທະນາຍຸດທະສາດການສຶກສາຂອງ ມຊ ໃຫ້ມີການປັບປຸງດີຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ. ການອົບຮົມໄດ້ເນັ້ນໃສ່ການເພີ່ມພູນຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການນຳໃຊ້ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການກວດກາລັດ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ວຽກງານການຈັດຕັ້ງ-ບຳລຸງພະນັກງານ ເພື່ອນຳໄປໃຊ້ເຂົ້າໃນວຽກງານຕົວຈິງ. ເຊິ່ງປະກອບມີເນື້ອໃນສຳຄັນ 6 ຫົວຂໍ້ຫຼັກຄື 1. ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ, 2.ວຽກງານຕິດຕາມກວດກາພັກ, 3. ລະບຽບວິໄນ ແລະ ການກວດກາການລົງວິໄນພັກ, 4. ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, 5.ວຽກງານຄົ້ນຄວ້າ, ເກັບກຳ, ແກ້ໄຂ ຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ ແລະ 6. ການແກ້ໄຂຜົນຂອງວຽກງານກວດກາ ແລະ ການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດຜົນການກວດກາ.
ໃນໂອກາດກ່າວເປີດພິທີ, ສະຫາຍ ອຈ. ທອງສຸກ ແກ້ວມະນີ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຄະນະຮັບຜິດຊອບ ແລະ ທີມງານວິທະຍາກອນ ທີ່ໄດ້ສະຫຼະເວລາມາຖ່າຍທອດຄວາມຮູ້. ທ່ານໄດ້ເນັ້ນຢ້ຳວ່າ: "ວຽກງານກວດກາ ເປັນວຽກງານທີ່ມີຄວາມໝາຍ-ຄວາມສຳຄັນຍິ່ງ ໃນການຂັບເຄື່ອນວຽກງານທຸກດ້ານໃຫ້ມີໝາກຜົນ ແລະຖືກຕ້ອງຕາມລະບຽບກົດໝາຍ. ຫວັງຢ່າງຍິ່ງວ່າການຝຶກອົບຮົມຄັ້ງນີ້ ຈະເຮັດໃຫ້ວຽກງານກວດກາຂອງ ມຊ ມີຄວາມເປັນເອກະພາບກັນ. ຈຶ່ງຂໍຮຽກຮ້ອງໃຫ້ສຳມະນາກອນທຸກສະຫາຍ ຕັ້ງໃຈຄົ້ນຄວ້າ, ແລກປ່ຽນກັບວິທະຍາກອນຢ່າງກົງໄປກົງມາ, ເຂົ້າຮ່ວມຢ່າງສຸດກົກສຸດປາຍ ແລະ ທີ່ສຳຄັນແມ່ນຕ້ອງມີຄວາມກ້າຫານ, ມີຄວາມກ້າທີ່ຈະເຮັດວຽກງານກວດກາ ເພື່ອໃຫ້ໄດ້ຮັບຜົນປະໂຫຍດ ແລະ ປະສິດທິພາບສູງສຸດ".
ການຝຶກອົບຮົມຄັ້ງນີ້ ແມ່ນດໍາເນີນເປັນເວລາ 2 ວັນເຕັມ ເຊິ່ງຕະຫຼອດໄລຍະການຝຶກອົບຮົມແມ່ນໄດ້ມີການ ຖາມ-ຕອບ ສົນທະນາແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ ເພື່ອໃຫ້ມີຄວາມເຂົ້າໃຈວຽກງານກວດກາຢ່າງເລິກເຊິ່ງ ແລະສາມາດນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຢູ່ໃນພາກສ່ວນຂອງຕົນເອງໄດ້.