Select your language

ໃນຕອນບ່າຍວັນທີ 23 ພະຈິກ 2022 ນີ້, ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີພິທີເຜີຍແຜ່ຄວາມຕ້ອງການຮັບສະໜັກເອົາເພື່ອນຮ່ວມງານຂອງບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດໃຫ້ແກ່ ນັກສຶກສາ ມຊ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ມີທ່ານ ສີປິນ ຜູ້ອໍານວຍການບໍລິສັດ, ທ່ານ ອຈ. ສີວອນ ຫອມປິ່ນແກ້ວ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມຊ, ມີບັນດາພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.

ຈຸດປະສົງໃນການຈັດພິທີຄັ້ງນີ້  ກໍເພື່ອໃຫ້ນັກສຶກສາໄດ້ຮັບຮູ້ກ່ຽວກັບບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ ກ່ຽວກັບຂໍ້ມູນຕ່າງໆ ແລະເງື່ອນໄຂການຮັບເຂົ້າເຮັດວຽກຂອງບໍລິສັດ ເຊັ່ນ ສະຫວັດດີການ, ເງິນເດືອນ, ໜ້າວຽກຂອງບໍລິສັດທີ່ຕ້ອງການຮັບພະນັກງານທີ່ເປັນນັກສຶກສາຈົບສາຍວິຊາຕ່າງໆໃນ ມຊ. ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ທີ່ສົນໃຈຢາກສະໝັກເຂົ້າເຮັດວຽກຮ່ວມກັບບໍລິສັດດັ່ງກ່າວ.

          ທ່ານ ສີປິນ ຜູ້ອໍານວຍການບໍລິສັດ ໄດ້ກ່າວເຖິງຄວາມເປັນມາຂອງບໍລິສັດ, ເຊິ່ງທ່ານໃຫ້ຮູ້ວ່າ ບໍລິສັດດັ່ງກ່າວສ້າງຕັ້ງຂຶ້ນໃນປີ 2009 ມີສໍານັກງານຕັ້ງຢູ່ນະຄອນຫຼວງວຽງຈັນ, ທຶນຈົດທະບຽນ 15 ລ້ານໂດລາສະຫະລັດ, ເປັນບໍລິສັດສາກົນທີ່ດໍາເນີນການຂຸດຄົ້ນ, ປຸງແຕ່ງ ແລະຈໍາໜ່າຍເກືອໂປຕາສ (ປຸ໋ຍ ຫຼືຝຸ່ນໂປຕາສ). ປັດຈຸບັນບໍລິສັດມີພະນັກງານທັງໝົດ 1.200 ຄົນ ແຕ່ບໍລິສັດໄດ້ເລີ່ມກໍ່ສ້າງໂຄງການເກືອໂປຕາສ ຂະໜາດ 1 ລ້ານໂຕນ ແຫ່ງທີ 2 ສະນັ້ນ, ຈຶ່ງມີຄວາມຕ້ອງການບຸກຄະລາກອນທີ່ມີຄວາມຮູ້-ຄວມສາມາດ ໃນດ້ານສາຂາ ທໍລະນີສາດ, ກົນຈັກໄຟຟ້າ, ສິ່ງແວດລ້ອມ ແລະອື່ນໆ ໂດຍສະເພາະຜູ້ທີ່ມີຄວາມຮູ້ດ້ານພາສາຈີນ, ພາສາຫວຽດນາມ, ພາສາອັງກິດ, ພາສາໄທ ແລະຜູ້ທີ່ມີຄວາມຮູ້ດ້ານການແປພາສາຕ່າງໆ.

ໃນພິທີຍັງໄດ້ມີການສົນທະນາຖາມ-ຕອບເພື່ອໃຫ້ຜູ້ທີ່ເຂົ້າຮ່ວມງານມີຄວາມເຂົ້າໃຈກ່ຽວກັບລໍສິສັດດັ່ງກ່າວກ່ອນການປະກອບແບບຟອມເພື່ອສົ່ງໃຫ້ບໍລິສັດນໍາໄປພິຈາລະນາເພື່ອຮັບເອົາເຂົ້າເຮັດວຽກໃນຂັ້ນຕໍ່ໄປ.

ພາບບັນຍາກາດ