Select your language

     ໃນວັນທີ 6 ທັນວາ 2022 ນີ້, ສົມເດັດ ພະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການຊ່ວຍເຫຼືອ ຂອງລຸກຊໍາບວກ ຢູ່ ຄະນະນິຕິສາດ ແລະ ລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ(ມຊ)  ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ມີຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ.

    ໃນໂອກາດດັ່ງກ່າວ, ສົມເດັດ ພະຣາຊາ ອັງຣີ ໄດ້ຮັບຟັງການລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສະໜັບສະໜູນການສິດສອນ ແລະ ເຝິກອົບຮົມກົດໝາຍ ເພື່ອສົ່ງເສີມການສ້າງລັດແຫ່ງກົດໝາຍ ຢູ່ ສປປ ລາວ ຈາກ ທ່ານ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ນັບແຕ່ປີ 2010 ຄະນະນິຕິສາດ ແລະ ລັດຖະສາດ ມຊ ໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດລຸກຊໍາບວກໃນໂຄງການ LAO/023 (ໄລຍະເວລາ 5 ປີ 2010-2015), ຈຸດປະສົງຂອງໂຄງການແມ່ນເພື່ອຮຽນຮູ້, ປັບປຸງກົດໝາຍ ຜ່ານການສຶກສາໃນມະຫາວິທະຍາໄລ ໂດຍການສົ່ງເສີມໃຫ້ຄູ-ອາຈານໄດ້ຍົກລະດັບຄວາມຮູ້ທາງດ້ານກົດໝາຍ, ສ້າງສິ່ງອຳນວຍຄວາມສະດວກທາງດ້ານການສຶກສາ ແລະ ສົ່ງເສີມການຮຽນຮູ້ຂອງນັກສຶກສາ. ນອກນັ້ນ ໃນປີ 2017 -2022 ກໍຍັງມີໂຄງການ LAO/031 ທີ່ສະໜັບສະໜູນການເຝິກອົບຮົມກ່ຽວກັບກົດໝາຍ ແລະ ເສີມສ້າງຫຼັກແນວຄິດກ່ຽວກັບກົດໝາຍໃນ ສປປ ລາວ.

       ພ້ອມກັນນີ້, ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນ ຖາມ-ຕອບ ຢ່າງສ້າງສັນ ລະຫວ່າງ ນັກສຶກສາ ແລະ ສົມເດັດ ພະຣາຊາ ອັງຣີ ແລະ ທ່ານ ລັດຖະມົນຕີ ຟຣັງ ຟາໂຢ ພ້ອມທັງໄດ້ຢ້ຽມຊົມຫໍສະໝຸດ ທັນສະໄໝ, ຫ້ອງຮຽນຕົວແບບ ຢູ່ຄະນະດັ່ງກ່າວ.

ພາບບັນຍາກາດ